ຍີ່ປຸ່ນ ແລະ ຂ້ອຍ「日本と私」 ສຸພາພອນ ວິຊາປຣະ ຄາວາມູຣະ スパポン・ヴィサプラ・川村

2021/2/3
ຝຶກອົບຮົມເປັນຄູສອນເປັນເວລາ10 ເດືອນທີ່ໂຮງຮຽນອະນຸບານ Mitsukaido ໃນແຂວງ Ibaraki (1997) 茨城県水海道幼稚園で10か月教員として研修をした(1997)
ກິດຈະກຳກິລາ “Sports Day” ໂຮງຮຽນຮາກແກ້ວ ハークケオ小学校中学校運動会
ເດັກນ້ອຍ "ອາຈານ! ຢູ່ນີ້ມີ Obake ບໍ?"
ຂ້ອຍ "(Obakeແມ່ນຫຍັງ?) ...ມີ...ມີຫລາຍຢ່າງ!"
ເດັກນ້ອຍ "ວາ​າ​າ​ງ! (ຮ້ອງໄຫ້)"
ຂ້ອຍ "????"

ໃນປີ1997 ຂ້ອຍໄດ້ໄປເຝິກດ້ານວິຊາການ ໃນແຂວງ Ibaraki ຢູ່ໂຮງຮຽນອະນຸບານ Mitsukaido ເປັນເວລາ 10 ເດືອນ. ໃນປະເທດຍີ່ປຸ່ນມີຄ້າຍລະດູຮ້ອນ ຂອງໂຮງຮຽນອະນຸບານ, ພວກເດັກນ້ອຍຢູ່ນໍາຄູໂດຍບໍ່ມີພໍ່ແມ່. ເປັນເລືອງທີ່ເກີດຂື້ນມື້ໜຶ່ງຕອນກາງຄືນກຽມເຂົ້ານອນເດັກ, ຂ້ອຍບໍ່ຮູ້ວ່າ "Obake" ແມ່ນ "ຜີ", ແລະ ເຮັດໃຫ້ເດັກນ້ອຍທີ່ຂ້ອຍຮັບຜິດຊອບຕ້ອງຮ້ອງໄຫ້. ມັນຍັງຄົງເປັນເລື່ອງທີຜິດພາດ ບໍ່ອາດລືມໄດ້ທັງເປັນເລື່ອງຕະຫລົກ. ເພິ່ນເປັນຜູ້ດູແລ ເປັນທັງແມ່ຂອງຂ້ອຍ ແມ່ນ ທ່ານນາງ Noriko Hasegawa, ຜູ້ອຳນວຍການໂຮງຮຽນອະນຸບານ Mitsukaido. ເພິ່ນໄດ້ສອນຂ້ອຍວ່າ "ການສຶກສາເດັກນ້ອຍແມ່ນການສຶກສາທີ່ສ້າງຮາກຖານຂອງມະນຸດ"ແລະ ຕັ້ງແຕ່ນັ້ນມາມັນໄດ້ກາຍເປັນຄວາມຝັນຂອງຂ້ອຍທີ່ຢາກຈະສ້າງໂຮງຮຽນອະນຸບານແບບຍີ່ປຸ່ນໃນລາວ.

ຂ້ອຍໄດ້ເຮັດວຽກນໍາອົງການ NGO ຂອງປະເທດຍີ່ປຸ່ນເປັນເວລາຫຼາຍສິບປີ ແລະ ຕັດສິນໃຈລາອອກ, ປີ2006 ຂ້ອຍໄດ້ສ້າງໂຮງຮຽນອະນຸບານຂະໜາດນ້ອຍຢູ່ບ້ານນາໄຊ. ຊື່ຂອງໂຮງຮຽນອະນຸບານແມ່ນ "ຮາກ​ແກ້​ວ". ໃນປີທໍາອິດທີ່ເປີດ ມີເດັກນ້ອຍພຽງແຕ່ 8ຄົນເທົ່ານັ້ນ. ພວກເຮົາມີຈຸດປະສົງເປີດໂຮງຮຽນທີ່ມີລາຄາເໝາະສົມ ແຕ່ມີຄຸນນະພາບສູງ, ໂດຍການປະສົມປະສານການສຶກສາຂອງເດັກນ້ອຍທີ່ງົດງາມໃນປະເທດຍີ່ປຸ່ນ ກັບສະພາບຄວາມເປັນຈິງ ຂອງໂຮງຮຽນອະນຸບານໃນລາວ.

ນອກຈາກການເປີດໂຮງຮຽນອະນຸບານຂ້ອຍຍັງໄດ້ ຮ່ວມມືກັບ NPO "ກອງທຶນການສຶກສາອາຊີ IBARAKI" ຜູ້ທີ່ເຊື້ອເຊີນຂ້ອຍໃຫ້ໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ, ມາເປີດອົບຮົມໃຫ້ຄູໂຮງຮຽນເອກະຊົນ ແລະ ລັດ ຫຼາຍຢ່າງກ່ຽວກັບການຜະລິດສື່ການສອນ ແລະ ການຫຼີ້ນດົນຕີສໍາລັບເດັກນ້ອຍ, ຂ້ອຍຮູ້ສຶກວ່າບັນຫາທີໜຶ່ງໃນການສຶກສາຢູ່ລາວ ແມ່ນເລື້ອງຄຸນນະພາບຂອງຄູ.

ໃນປີ 2012 ສິ່ງທ້າທາຍໃໝ່ໄດ້ເກີດຂື້ນດ້ວຍຄວາມຕ້ອງການຂອງພໍ່ແມ່ນັກຮຽນອະນຸບານ, ຢາກໃຫ້ມີໂຮງຮຽນປະຖົມເຖິງແມ່ນວ່າພວກເຮົາບໍ່ມີທຶນຮອນພຽງພໍ ແລະ ມີຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ກໍ່ໄດ້ຕັດສິນໃຈສ້າງໂຮງຮຽນປະຖົມຂື້ນ ເພື່ອຕອບແທນຄວາມໄວ້ວາງໃຈຂອງຜູ້ປົກຄອງທີ່ມີຕໍ່ເຮົາ ແລະ ຢາກຕອບແທນບຸນຄຸນ ຂອງອາຈານ Hasegawa ໝູ່ເພື່ອນຄົນຍີ່ປຸ່ນໃນແຂວງ IBARAKI ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ. ນີ້ແມ່ນມາຈາກຄວາມຮູ້ສຶກຂອງຂ້ອຍທີ່ຍັງເຊື່ອມໂຍງຢ່າງໜຽວແໜ້ນກັບແຂວງIbaraki. ຄວາມໄຝ່ຝັນຂອງເດັກນ້ອຍໃນໂຮງຮຽນປະຖົມຮາກແກ້ວແມ່ນການໄດ້ໄປທັດສະນະສຶກສາຢູ່ປະເທດຍີ່ປຸ່ນເວລາຈົບຊັ້ນປ5, ຂ້ອຍໄດ້ພາເດັກນ້ອຍໄປປະເທດຍີ່ປຸ່ນແຂວງ Ibaraki 4 ເທື່ອແລ້ວ. ຂ້ອຍ ແລະ ໂຮງຮຽນຮາກແກ້ວ ເກີດຂື້ນມາໄດ້ ຍ້ອນໄດ້ປະສົບການທີ່ໄປຝຶກອົບຮົມຢູ່ປະເທດຍີ່ປຸ່ນ ຍ້ອນຄວາມເມດຕາ ແລະ ໃຫ້ໂອກາດຂອງຄົນຍີ່ປຸ່ນຂ້ອຍຈຶ່ງມີມື້ນີ້. ຂ້ອຍຈະພະຍາຍາມເຮັດໃຫ້ ໂຮງຮຽນຮາກແກ້ວ ກາຍເປັນໂຮງຮຽນຕົວແບບທີ່ດີ ໃນ ສ.ປ.ປ.ລາວ ແລະ ເປັນບ່ອນສ້າງມິດຕະພາບທີ່ດີລະຫວ່າງ ນັກຮຽນລາວ ແລະ ນັກຮຽນຍີ່ປຸ່ນໃນອະນາຄົດ.
 

ສຸ​ພາ​ພ​ອນ ວິ​ຊາ​ປຣະ ຄາ​ວາ​ມູ​ຣະ
ຫລັງຈາກຈົບການສຶກສາ ຈາກມະຫາວິທະຍາໄລແຫ່ງໜຶ່ງໃນປະເທດອູແກຣນ, ປີ1991 ໄດ້ເປັນພະນັກງານຂອງ ອົງການ NGO "Shanti Volunteer Association" ແລະ ເປັນຜູ້ຮັບຜິດຊອບວຽກງານສົ່ງເສີມການອ່ານ ແລະ ກໍ່ສ້າງໂຮງຮຽນ. ປີ 1997 ໄດ້ຮັບການຝຶກອົບຮົມຢູ່ໂຮງຮຽນອະນຸບານເປັນຄູຝຶກວິຊາການໃນແຂວງ Ibaraki. ໃນປີ 2006 ໂຮງຮຽນອະນຸບານຮາກ​ແກ້​ວ ໄດ້ເປີດຂື້ນ. ໃນປີ 2012 ໂຮງຮຽນປະຖົມຮາກ​ແກ້​ວໄດ້ເປີດຮອດປະຈຸບັນ. ປີ2020 ອາຄານໂຮງຮຽນມັດທະຍົມຕອນປາຍຮາກ​ແກ້​ວກຳລັງກໍ່ສ້າງ. ເປັນປະທານ “ມູນນິທິເຮືອນເດັກ (Children’s Home Foundation)”.
ຊັ້ນປະຖົມປີທີ 5 ໂຮງຮຽນຮາກແກ້ວ ໄດ້ໄປຢ້ຽມຢາມເມືອງ Hitachi ປະເທດຍີ່ປຸ່ນ 日本への修学旅行で、毎年ハークケオ小学校小学5年生が日立市を訪問
ກິດຈະກຳ Halloweenໂຮງຮຽນອະນຸບານຮາກແກ້ວ ハークケオ学園の幼稚園ハロウィーンイベント
子ども達「先生!ここ、おばけ、いる?」
私「(おばけって何かな?)・・・はい・・たくさんいますよ!」
子ども達「うえーーん(号泣)」
私「????」

1997年、私は茨城県の技術研修員として水海道幼稚園で10か月間の研修をしていました。日本では幼稚園から夏季キャンプがあり、両親から離れて先生と宿泊をします。ある日の夜の就寝前のこと「おばけ」がなんなのかわからず、担当の子ども達を大泣きさせてしまいました。いまでも忘れられない失敗、そして笑い話です。私のメンターそしてお母さんである水海道幼稚園園長の長谷川典子先生からは、「幼児教育は人間の根っこをつくる教育だ」と教えを受け、それ以来ラオスで日本のような幼稚園を作ることが私の夢となりました。

長く務めていた日本のNGOを2006年に退職し、決心をして小さな幼稚園をナーサイ村に作りました。幼稚園の名前は「ハークケオ」、日本語で「木の根っこ」幼稚園です。開園した年、園児はたった8人だけでした。でも日本で見た幼児教育の素晴らしさと、ラオスの幼稚園の現実をミックスさせて、高額な学費をとらずに質の高い幼児教育を目指してきました。

また、幼稚園の運営と同時に、私を日本の研修に招聘してくださったNPO「茨城アジア教育基金を支える会」の皆さんとハークケオの協働で、幼児教育の教材つくりや音楽に関するセミナーを公立私立の先生向けに何度も開催してきました。ラオスの教育の一番の問題は、教員の質に尽きると感じていたからです。

2012年、新たな挑戦が始まりました。幼稚園の保護者の強い要望に後押しされて、ハークケオ小学校を開校することになったのです。経験も十分な資金もない私がなぜそこまで苦労をして、小学校を始めることになったか、それは信頼してくれた保護者の期待に応え、いままで私を支えてくださった長谷川先生また茨城県の多くの先輩、友人の支援に応えたい、という気持ちからでした。いまでも茨城とは強く密接な気持ちのつながりが続いています。ハークケオ小学校の子ども達の夢は、小学校を卒業する小学5年の修学旅行として、日本に行くことです。もうすでに4回、たくさんの児童を日本そして茨城県に引率しました。今現在の私とハークケオ学園があるのは、すべて日本での研修の経験と、日本人の優しさによるものです。その恩に報いるため、ハークケオ学園がラオスのモデル学校になること、そして将来、日本の子どもとラオスの子どもの友好の懸け橋となるよう努力します。


スパポン・ヴィサプラ・川村
旧ソ連、ウクライナの大学卒業後、1991年日本のNGO「シャンティ国際ボランティア会」職員となり、読書推進や学校建設を担当。1997年茨城県技術研修生として幼稚園で研修を受ける。2006年ハークケオ幼稚園開園。2012年ハークケオ小学校開校。2020現在ハークケオ中学高校校舎を建設中。「子どもの家財団」理事長。