ລາວ ແລະ ຂ້ອຍ「ラオスと私」ມຸຊິອາເກະ ແອັດໂຊ່ 虫明悦生
2021/2/10

ລາບຈານໜຶ່ງ 600 ກີບ, ນໍ້າໝາກກ້ຽງ 170 ກີບ, ເງິນ 1 ບາດເທົ່າກັບ 28 ກີບ....ຂ້ອຍມາລາວຄັ້ງທໍາອິດແມ່ນເດືອນ 3 ປີ 1990, 30 ປີກ່ອນພຸ້ນ.
ຂ້ອຍເກີດຢູ່ຊົນນະບົດເຂດເຊໂຕອຸຈິພາກຕາເວັນຕົກຂອງຍີ່ປຸ່ນ. ນັບຕັ້ງແຕ່ຕອນຍັງນ້ອຍຂ້ອຍມັກທໍາມະຊາດ ແລະ ການພະຈົນໄພ. ຂ້ອຍມັກໄປປີນພູ ແລະ ເດີນທາງແບບພະເນຈອນພາຍໃນປະເທດ ແລະ ອາຊີອາຄະເນໃນຊ່ວງຮຽນຢູ່ມະຫາວິທະຍາໄລ.
ການດໍາລົງຊີວິດຂອງຄົນລາວຕອນນັ້ນ ແມ່ນຢູ່ກັບທໍາມະຊາດ ແລະ ຮັກສາວັດທະນະທໍາທ້ອງຖິ່ນ ແລະ ຊົນເຜົ່າເປັນຢ່າງດີ. ເມື່ອຂ້ອຍເຫັນແລ້ວ ເລີຍຕິດໃຈ ແລະ ມາລາວເລື້ອຍໆ. ປະມານ 8 ປີ ຂ້ອຍພະຍາຍາມເດີນທາງທົ່ວປະເທດລາວ ເພາະຂ້ອຍຄິດວ່າຕໍ່ໄປຈະບໍ່ສາມາດເບິ່ງໄດ້ ຍ້ອນການດໍາລົງຊີວິດຕ້ອງມີການປ່ຽນແປງ ຫລັງຈາກວັດທະນະທຳຕ່າງປະເທດເຂົ້າມາ ຫຼື ຕາມກະແສໂລກາພິວັດ. ແຕ່ວ່າການເດີນທາງຕອນນັ້ນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ. ເວລາ ເຂົ້າ-ອອກ ແຕ່ລະແຂວງແຕ່ລະເມືອງທຸກໆຄັ້ງ ຕ້ອງແຈ້ງໃຫ້ຫ້ອງການປ.ກ.ສ. ສິ່ງທີ່ອໍານວຍຄວາມສະດວກໃນການເດີນທາງ ຫຼາຍບ່ອນແມ່ນບໍ່ທັນມີ. ຂ້ອຍເລີຍຮູ້ສຶກວ່າ ປະເທດລາວແມ່ນປະເທດຂ້ອນຂ້າງກ້ວາງໃຫຍ່ຫຼາຍ. ສິ່ງທີ່ຂ້ອຍໄດ້ເຫັນກັບຕາ ແລະ ຟັງກັບຫູຂອງຕົວເອງກໍ່ຄື ທັດສະນີຍະພາບ, ປະເພນີ, ເຄື່ອງນຸ່ງຫົ່ມ-ອາຫານການກິນ-ທີ່ຢູ່ອາໄສ ແລະ ພູມປັນຍາໃນການດໍາລົງຊີວິດ ທີ່ໄດ້ສູນເສຍໄປໃນປັດຈຸບັນນີ້, ມັນເປັນຊັບສິນ ແລະ ປະສົບການທີ່ມີຄວາມໝາຍຫຼາຍຈົນມາຮອດດຽວນີ້.
ຕັ້ງແຕ່ຊ່ວງປີ 2000, ຂ້ອຍໄດ້ຄົ້ນຄ້ວາ ແລະ ສຳຫຼວດກ່ຽວກັບການນໍາໃຊ້ທີ່ດິນແບບດັ້ງເດີມ, ພັດທະນາຊົນນະບົດ, ຜະລິດຕະພັນຂອງບ້ານທີ່ເປັນເອກະລັກ ແລະ ອື່ນໆ ໃນຫົວຂໍ້ໃຫຍ່ທີ່ວ່າ: “ຄົນລາວ ກັບ ທຳມະຊາດ”. ນອກຈາກນີ້, ຂ້ອຍກໍ່ຍັງເຂົ້າຮ່ວມໃນກິດຈະກໍາທາງວັດທະນະທໍານໍາອີກ. ເຊັ່ນ: ການຟື້ນຟູຕໍ່າແຜ່ນ, ບັນທຶກຂັບ-ລໍາທ້ອງຖິ່ນທີ່ຂ້ອຍມັກແຕ່ໃດມາ, ແປກອນລໍາ (ໃນກອນລໍາມັນຈະສະແດງເຖິງນິໄສທັດຂອງຄົນລາວຕໍ່ກັບທໍາມະຊາດ, ສະພາບແວດລ້ອມ ແລະ ອື່ນໆ ໄດ້ດີ). ຂ້ອຍທັງໄດ້ຮຽນເປົ່າແຄນນໍາໝໍແຄນຂອງບາງທ້ອງຖິ່ນ. ສ່ວນລໍາສີພັນດອນ (ເຂດເມືອງໂຂງ) ຂ້ອຍໄດ້ໄປເປັນໝໍແຄນ ກັບທີມງານໝໍລໍາ ງານບຸນຕ່າງໆຢູ່ຫຼາຍໆບ້ານ. ຫຼັງຈາກເປົ່າແຄນໝົດຄືນຈົນຮອດເຊົ້າ ບັນຍາກາດ ແລະ ຄວາມງຽບສະຫງົບໃນຕອນເຊົ້າມືດ ແສງອາລຸນສ່ອງໃສ່ແມ່ນໍ້າຂອງຢູ່ທ່າບັກ ແລະ ທາງເມືອ ແມ່ນໜຶ່ງບັນຍາກາດທີ່ຂ້ອຍມັກທີ່ສຸດ, ເຊິ່ງເປັນຊ່ວງເວລາທີ່ເຕັມໄປດ້ວຍຄວາມສຸກທີ່ບັນຍາຍບໍ່ໄດ້ເລີຍ.
ໃນປີ 2009, ຂ້ອຍໄດ້ແຕ່ງງານກັບແມ່ຍິງຄົນລາວ ແລະ ໄດ້ມີລູກນໍາກັນ 3 ຄົນ. ຂ້ອຍໄດ້ຫຍຸ້ງໄປກັບວຽກຄອບຄົວ. ປະຈຸບັນຂ້ອຍເຮັດວຽກເປັນຜູ້ປະສານງານໃນພະແນກການຊ່ວຍເຫຼືອຂະໜາດນ້ອຍຢູ່ສະຖານທູດຍີ່ປຸ່ນ. ໜ້າວຽກແມ່ນຊ່ວຍເຫຼືອໃນການປັບປຸງກໍ່ສ້າງໂຮງຮຽນ, ສຸກສາລາ, ຂົວ-ທາງ ແລະ ອື່ນໆເປັນສ່ວນໃຫຍ່. ເວລາຂ້ອຍໄປວຽກຕ່າງແຂວງ ຕອນປະຊຸມຢູ່ບ້ານທີ່ສະເໜີໂຄງການ ບາງຄັ້ງເຈິກັບໝູ່ເກົ່າ ຫຼື ຄົນຮູ້ຈັກຕັ້ງແຕ່ 10 ປີ 20 ປີກ່ອນໂດຍບັງເອີນ. ແນ່່ນອນຢູ່ແລ້ວຈະລົມກັນເລື່ອງອະດີດ ນອກຈາກນັ້ນ ເພິ່ນຍັງອະທິບາຍສະພາບແວດລ້ອມ, ຄວາມຕ້ອງການຂອງບ້ານ ແລະ ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງໂດຍໃຊ້ຄວາມສາມາດຂອງຕົວເອງເທົ່າທີ່ເຮັດໄດ້ ເພື່ອແກ້ໄຂບັນຫາ, ຮັກສາລະດັບຊີວິດການເປັນຢູ່ ແລະ ພັດທະນາບ້ານ. ມັນເຮັດໃຫ້ຂ້ອຍຮູ້ອີກດ້ານໜຶ່ງຂອງໝູ່ເກົ່າ ແລະ ຊາວບ້ານ.
ຕອນນີ້ລູກຂ້ອຍຍັງນ້ອຍ ແລະ ຂີ້ດື້ຫຼາຍ. ໃນອະນາຄົດຫຼັງຈາກລູກໃຫຍ່ຂຶ້ນແລ້ວ ຂ້ອຍຢາກພາພວກເຂົາໄປຢາມໝູ່ເກົ່າ, ຄົນທີ່ຮູ້ຈັກມາກ່ອນ ແລະ ໄປເບິ່ງສະຖານທີ່, ຊົນນະບົດທີ່ເຄີຍໄປໃນອະດີດເຊິ່ງມັນຄືຊິມີການປ່ຽນແປງໄປຫຼາຍ.
ມຸຊິອາເກະ ແອັດໂຊ່

ラープ一皿600キープ、オレンジジュース170キープ、1バーツ28キープ・・・。私が初めてラオスを訪れたのは、1990年3月、まる30年前のことでした。
瀬戸内の田舎に生まれ育ち、自然と冒険が好きで、大学でも山登りや貧乏旅行に没頭していた私にとって、地域と民族の文化に根差し、文字通り自然と共に生きていたラオスの人々の暮らしはとても魅力のあるものでした。外来文化やグローバル化の波が押し寄せる前の状態を見ておきたいと、1990年代は、ラオス全土をできるだけくまなく旅行しました。移動制限があり、他県郡への出入境ごとに役所・警察への届け出が必要だったり、奥地に行くための許可証を発行してもらったり、また、そもそも車が通れるような道や交通機関がない所も多かったりで、ちょっとした移動にもかなりな時間と労力がかかるため、ラオスはずいぶん広く大きな国に感じられていました。今では失われた風景や風習、衣食住や様々な生活の知恵など、当時のラオスの風土や暮らしの一部を実際に自分の目や耳で見聞し体感できたことは、今となっては貴重な財産・経験となっています。
2000年を迎える頃からは、「ラオスの人と自然の関わり」を大テーマに、在来土地利用、村の独自産品、農村開発等々に関する調査・研究を続けました。また、郷土民謡(ラム)の採集・現地録音に奔走し、その歌詞全訳(人々の自然や物事の捉え方や感性が見事に表現されています。)を試みたり、自分でもケーン(ラオス笙)を吹き、歌い手の伴奏をしたりするようにもなりました。民謡は、個人宅や寺の法事で夜通し朝まで歌われるのですが、特にラム・スィーパンドンの本場であるチャンパサック県コーン郡周辺では、ケーン伴奏で多くの村々を訪れました。ひと仕事終えた歌い手一座の皆との帰路、舟の渡し場や道中で出くわすメコン川が白みゆく夜明け前後の情景と静寂は、ラオスで最も好きな景色のひとつであり、何とも言えない充実感に満たされる時間でもありました。
さて、2009年、私はラオス人女性と結婚し、その後3人の子宝に恵まれました。妻の親戚兄弟や友人とのつきあいが増え、子育てや日々の生計維持に追われるようにもなりました。現在は、日本大使館の草の根委嘱員として働いています。主に農山村地域の学校やヘルスセンター、道路や橋の建設整備などのお手伝いをする仕事です。地方出張が多いのですが、現地での会合に、10年、20年前に出会った人がひょっこり登場することもしばしばです。思いもかけない再会で、昔話に花が咲くのはもちろんのこと、彼らや村の境遇や要望、工夫に満ちた地道な努力の話に、これまで知らなかったラオスの一面や、村の暮らしを支え続けて来た人々の存在を改めて気づかされたりもしています。
時期により、関わり方は様々でしたが、まさかラオスにこれほど長居することになるとは思ってもみませんでした。まだ小さくやんちゃな子供たちが大きくなったら、お世話になった人たちを訪ね歩き、大きく変わっているだろう昔訪ねた場所や田舎を一緒に巡ってみたいと思っています。
虫明悦生