ຍີ່ປຸ່ນ ແລະ ຂ້ອຍ「日本と私」 ຈັນທະສອນ ອິນທະວົງ
2021/2/17

ຂ້າພະເຈົ້າໄດ້ໄປໆ-ມາໆລະຫວ່າງຍີ່ປຸ່ນ ແລະ ລາວເປັນເວລາ 40 ປີແລ້ວ. ເລື່ອງທີ່ສໍາຄັນທີ່ສຸດທີ່ໄດ້ຮຽນຈາກຍີ່ປຸ່ນແມ່ນ “ວຽກງານອາສາສະໝັກ” ແລະ ປັດຈຸບັນນີ້ ວຽກງານດັ່ງກ່າວກໍ່ເປັນໃຈກາງຂອງການດໍາລົງຊີວິດໃນທຸກໆມື້.
ຫຼັງຈາກທີ່ມາປະເທດຍີ່ປຸ່ນ ໃນຖານະນັກສຶກສາຕ່າງປະເທດຂອງທຶນລັດຖະບານໃນປີ 1974, ຂ້າພະເຈົ້າໄດ້ພົບກັບ "ແມ່" ຂອງການເຄື່ອນໄຫວວຽກງານກິດຈະກໍາ "ແມ່ຂອງນັກສຶກສາຕ່າງປະເທດ" ໂຕກຽວ YWCA. ຂ້າພະເຈົ້າໄດ້ຮູ້ຈັກຍີ່ປຸ່ນ ແລະ ໂລກຢ່າງກ້ວາງຂວາງ ແລະ ເລິກເຊິ່ງໂດຍຜ່ານແມ່ຄົນດັ່ງກ່າວ, ໄດ້ສໍາຜັດກັບຄວາມໃຈດີ ແລະ ຈິດວິນຍານຂອງວຽກງານອາສາສະໝັກ ຂອງຄົນຍີ່ປຸ່ນ ແລະ ຂ້າພະເຈົ້າເອງກໍ່ໄດ້ຄິດທີ່ຢາກຈະເຮັດສິ່ງທີ່ມີປະໂຫຍດໃຫ້ກັບສັງຄົມ.
ຂ້າພະເຈົ້າໄດ້ແຕ່ງງານຕອນຢູ່ປີທີ 4 ໃນຕອນຮຽນໃນລະດັບປະຍິນຍາຕີ, ໃນຕອນທີ່ເປັນນັກສຶກສາຄົ້ນຄ້ວານັ້ນ ໄດ້ເກີດລູກສາວ, ເວລານັ້ນກໍໄດ້ຮັບຂອງຂວັນເປັນປຶ້ມປະກອບຮູບຫຼາຍຫົວ. ໃນຕອນທີ່ລູກສາວໄດ້ 3-4 ເດືອນ, ຂ້າພະເຈົ້າໄດ້ອ່ານປື້ມໃຫ້ຟັງ ແລະ ຖືໄດ້ວ່າເປັນໜຶ່ງກິດຈະວັດປະຈໍາວັນ ທີ່ຕ້ອງໄດ້ອ່ານປື້ມທີ່ລູກສາວເລືອກມາໃຫ້ອ່ານກ່ອນນອນ. ນອກຈາກນີ້, ລູກສາວກໍ ມັກການຮ້ອງເພງ ແລະ ເຂົ້າຮ່ວມກິດຈະກໍາການຫຼິ້ນຢູ່ໃນໂຮງຮຽນລ້ຽງເດັກ. ຂ້າພະເຈົ້າຮູ້ວ່າລູກສາວ ໄດ້ຮັບຟັງການອ່ານປື້ມ ຢູ່ທັງໃນໂຮງຮຽນລ້ຽງເດັກ ແລະ ໂຮງຮຽນປະຖົມ, ຂ້າພະເຈົ້າເຫັນລູກສາວໄດ້ຢືມປື້ມຫຼາຍໆປະເພດມາອ່ານຢ່າງມ່ວນຊື່ນ, ຂ້າພະເຈົ້າກໍ່ເລີຍຄິດ ຢາກໃຫ້ເດັກນ້ອຍລາວໄດ້ສໍາຜັດກັບຄວາມມ່ວນຊື່ນແບບນີ້.
ໃນປີ 1982, ຂ້າພະເຈົ້າໄດ້ສ້າງ “ສະມາຄົມສົ່ງປື້ມຮູບໃຫ້ເດັກນ້ອຍລາວ” ເຊິ່ງເປັນຊື່ເກົ່າຂອງ ສະມາຄົມ “ຮ່ວມນ້ຳໃຈກັບເດັກນ້ອຍລາວ ALC” ກັບໝູ່ຂຶ້ນ ແລະ ໄດ້ເລີ່ມກິດຈະກໍາສົ່ງປື້ມໃຫ້ໂຮງຮຽນອະນຸບານ ແລະ ໂຮງຮຽນລ້ຽງເດັກໃນລາວ, ແປປື້ມຍີ່ປຸ່ນເປັນພາສາລາວແລ້ວຕິດເຈ້ຍຄໍາສັບແປໃສ່ປຶ້ມ, ພິມປື້ມພາສາລາວທີ່ຂຽນໂດຍນັກປະພັນລາວ ແລະ ໄດ້ ແຈກຢາຍປື້ມໃຫ້ກັບໂຮງຮຽນປະຖົມໃນທົ່ວປະເທດ (ໄດ້ພິມປຶ້ມ ຫລາຍກວ່າ 240ຫົວເລື່ອງ,ໄດ້ແຈກຢາຍປື້ມປະມານ 930.000 ຫົວ ໃຫ້ກັບໂຮງຮຽນປະຖົມເກືອບ 3.000 ແຫ່ງ). ຂ້າພະເຈົ້າຄິດວ່າ ໄວໜຸ່ມສ່ວນຫຼາຍຕ້ອງເຄີຍໄດ້ອ່ານປື້ມ ຂອງພວກຂ້າພະເຈົ້າ.
ນອກຈາກນີ້, ເພື່ອໃຫ້ນັກຮຽນລາວໄດ້ຄຸ້ນເຄີຍກັບປື້ມ ແລະ ເຮັດໃຫ້ຊີວິດຂອງຕົວເອງໄດ້ກ້ວາງອອກ, ຈຶ່ງໄດ້ຮ່ວມມືກັນກັບກະຊວງສຶກສາທິການ ແລະ ກິລາ ແລະ ຫໍສະໝຸດແຫ່ງຊາດ ເພື່ອທໍາການບໍາລຸງຮັກສາຫ້ອງສະໝຸດຂອງໂຮງຮຽນປະຖົມຫຼາຍກວ່າ 300 ແຫ່ງ, ໃນປີທີ່ຜ່ານມານີ້ ໄດ້ຊ່ວຍເຫຼືອວຽກງານກິດຈະກໍາຂອງຫໍສະໝຸດເປັນຫຼັກ ຢູ່ໃນໂຮງຮຽນໃນລະດັບມັດທະຍົມສາມັນຕອນຕົ້ນແລະປາຍ. ວຽກງານກິດຈະກໍາເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກຄົນຍີ່ປຸ່ນ, ອົງກອນມະຫາຊົນ, ບໍລິສັດ, ກະຊວງການຕ່າງປະເທດ, ແລະ ອົງການໄຈ່ກ້າ ເປັນຕົ້ນ. ອີກດ້ານໜຶ່ງ, ເພື່ອໃຫ້ເດັກນ້ອຍໃນທົ່ວປະເທດ ໄດ້ຮັບການສຶກສາຢ່າງພຽງພໍ、ຂ້າພະເຈົ້າຄິດວ່າ ມັນຈໍາເປັນຕ້ອງໃຫ້ແມ່ຍິງຜູ້ເປັນແມ່ມີລາຍຮັບເປັນເອກະລາດທາງດ້ານການເງິນຈຶ່ງຈະສາມາດຊ່ອຍສົ່ງລູກຮຽນໄດ້ດີຂຶ້ນ.
ຢູ່ໃນເຂດຊົນນະບົດຂອງລາວ, ສ່ວນຫຼາຍຢູ່ແຕ່ລະເຮືອນຈະມີກີ່ຕໍ່າຫູກ. ເຖິງແມ່ນວ່າ ບັນດາຜູ້ຍິງ ຈະຕໍ່າຜ້າດ້ວຍວິທີພື້ນເມືອງເພື່ອທີ່ຈະຊ່ວຍຫາລາຍໄດ້ເພີ່ມໃຫ້ກັບຄອບຄົວກໍ່ຕາມ, ການຕ່ຳຜ້າດ້ວຍເສັ້ນຝ້າຍເສັ້ນໄໝທີ່ຍ້ອມສີດ້ວຍເຄມີ ບໍ່ສາມາດຂາຍໃນລາຄາສູງໄດ້. ດ້ວຍເຫດນັ້ນ, ຂ້າພະເຈົ້າຈຶ່ງໄດ້ສ້າງຕັ້ງສູນຝຶກອົບຮົມວິຊາຊີບຫ້ວຍຫົງ ຂຶ້ນໃນປີ 1998 (ໄດ້ຮັບການສະໜັບສະໜູນຈາກໂຄງການການຮ່ວມມືໃນການຝຶກສີມືແຮງງານຂັ້ນຮາກຖານຂອງອົງການໄຈ່ກ້າ). ຈັດການຝຶກອົບຮົມການຍ້ອມສີດ້ວຍວັດຖຸທໍາມະຊາດແບບດັ້ງເດີມ, ເພື່ອເພີ່ມຄຸນນະພາບ ແລະ ໃຫ້ຂາຍໄດ້ລາຄາສູງຂຶ້ນ, ການຝຶກອົບຮົມກ່ຽວກັບການຕໍ່າຜ້າດ້ວຍວິທີຕ່ຳຫຼາຍໆຢ່າງ ແລະ ຫຍິບເຄື່ອງນຸ່ງແລະອື່ນໆ ພ້ອມດຽວກັນນັ້ນກໍເປັນການສົ່ງເສີມ ກິດຈະກໍາເພື່ອອະນຸລັກຮັກສາວິທີການຕໍາຜ້າແບບດັ້ງເດີມນໍາອີກ.
ຢູ່ຍີ່ປຸ່ນສາມາດ ອ່ານປື້ມທີ່ເປັນວິຊາການ,ປື້ມກກ່ຽວກັບການບັນເທີງຕ່າງຂອງຕ່າງປະເທດ, ເປັນພາສາຍີ່ປຸ່ນໄດ້ເຊິ່ງຄິດວ່າເປັນສິ່ງທີ່ໜ້າອິດສາຫຼາຍ. ແຕ່ວ່າຢູ່ລາວຂໍ້ມູນທີ່ສາມາດເຂົ້າເຖິງໄດ້ດ້ວຍພາສາລາວນັ້ນແມ່ນຍັງມີຂໍ້ຈໍາກັດຫຼາຍ. ໃນປີ 2015 ຂ້າພະເຈົ້າຈຶ່ງໄດ້ສ້າງໂຮງຮຽນລ້ຽງເດັກ, ອະນຸບານ ແລະ ໂຮງຮຽນປະຖົມ’’ຮວງເຂົ້າ’’ ທີ່ຖືວ່າການສຶກສາພາສາລາວນັ້ນ ເປັນສິ່ງທີ່ສໍາຄັນ ໃນການສ້າງຄວາມສຳນຶກເປັນລາວແລະຄຸນະສົມບັດຂອງເດັກນ້ອຍ. ການຮຽນພາສາລາວເປັນນະໂຍບາຍພື້ນຖານ, ນອກນັ້ນເພື່ອໃຫ້ ສາມາດປະກອບສ່ວນໃນການເຄື່ອນໄຫວວຽກງານ ໃນລະດັບສາກົນໄດ້, ຈຶ່ງໄດ້ສອນພາສາອັງກິດ ແລະ ພາສາຍີ່ປຸ່ນເພີ່ມ.ມີຈຸດປະສົງຢາກໃຫ້ເດັກ ຮຽນຮູ້ກ່ຽວກັບສິ່ງຕ່າງໆຜ່ານປະສົບການ ແລະ ກິດຈະກໍາອື່ນຢ່າງຫຼາກຫຼາຍ. ປັດຈຸບັນນີ້, ມີນັກຮຽນປະມານ 100 ຄົນທີ່ເຂົ້າຮໍ່າຮຽນຢູ່.
ເມື່ອມາຄິດແບບນີ້ແລ້ວ, ຂ້າພະເຈົ້າເອງຮູ້ສຶກວ່າ, ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຍັງຕ້ອງໄດ້ເຮັດ. ເຖິງຈະເລັກໜ້ອຍກໍຕາມ ຖ້າສິ່ງໃດທີ່ສາມາດເຮັດໄດ້ແລະເປັນປະໂຫຍດ ເຮັດໃຫ້ສັງຄົມລາວ ມີຊີວິດຢູ່ໄດ້ຢ່າງອຸດົມສົມບູນແລ້້ວ, ຂ້າພະເຈົ້າກໍ່ຢາກຈະສືບຕໍ່ກິດຈະກໍານັ້ນໆໄປພ້ອມກັບບັນດາທ່ານໃຫ້ໄດ້ເທົ່າທີ່ຈະເຮັດໄດ້ ໃນອະນາຄົດຕໍ່ໄປ.
ຈັນທະສອນ ອິນທະວົງ
ຕົວແທນ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ ແລະ ສູນຝຶກອົບຮົມວິຊາຊີບຫ້ວຍຫົງ, ຜູ້ອໍານວຍການຂອງໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມຮວງເຂົ້າ. ປະກອບສ່ວນເຂົ້າໃນວຽກງານສົ່ງເສີມການອ່ານ ແລະ ສູນຝຶກອົບຮົມໃນລາວ, ເຜີຍແຜ່ພາສາຍີ່ປຸ່ນ ແລະ ວັດທະນະທໍາຍີ່ປຸ່ນ ລວມທັງກິດຈະກໍາສົ່ງເສີມການແລກປ່ຽນໄວໜຸ່ມ ລະຫວ່າງຍີ່ປຸ່ນ ແລະ ລາວ ມາເປັນເວລາຫຼາຍປີ. ໄດ້ຮັບລາງວັນຂອງປະທານອົງການ ໄຈກ້າ ໃນປີ 2019 ແລະ ໄດ້ຮັບຫຼຽນກຽດຕິຍົດ The Order of the Rising Sun ໃນປີ 2020.

日本とラオスを頻繁に往復するようになって40年。日本から学んだ一番大切なことは「ボランティア活動」で、今も毎日の生活の中心にある。
1974年に政府留学生として来日した後、東京YWCA「留学生の母親」運動の「お母さん」と出会った。「お母さん」を通じて日本や世界を深く広く知ることができ、日本人の優しさとボランテイア精神に触れ、自分も人や社会のため役に立ちたいと思うようになった。
学部4年生の時に結婚し、大学院の時に娘が生まれると、お祝いに沢山の絵本を頂いた。3~4か月頃から絵本を読み聞かせ、寝る前に娘が選んだ絵本を読む事が日課になった。娘はまた、保育園で学んだ歌や遊びを得意そうに教えてくれた。保育園や小学校でも絵本の読み聞かせをしている事を知り、娘が色々な分野の本を借りて読んでいるのを見て、私はラオスの子ども達にもこの楽しさを味わってもらいたいと思うようになった。
1982年、「ラオスのこども」の前身である「ラオスの子供に絵本を送る会」を友人と設立し、ラオスの保育園や幼稚園に絵本を送る活動を始めた。日本の絵本をラオス語に翻訳し、訳文を貼り付けた本を作り、ラオス人作家によるラオス語の絵本を出版して全国の小学校に配布する活動に取り組んだ(約240点93万冊を3000校以上に配布)。いまや大半の若者は私たちの本を読んだ事があるに違いない。
その他、ラオスの子ども達が本に親しみ、人生の幅を広げることができるようにと、ラオス教育スポーツ省や国立図書館と協働して300校以上の小学校で図書室の整備を行い、近年は中等学校を中心に図書館活動の支援をしている。これらの活動には日本の個人の方々、民間団体、企業、外務省、JICAなどから資金援助を頂いている。一方で、全国の子ども達が十分な教育を受けるためには母親の経済的な自立が必要だと考えるようになった。
ラオスの地方では、ほとんどの家に織り機がある。女性達は家計を助けるために伝統的な技法で布を織っているが、化学染料の糸だと高く売れない。そこで、1998年にホアイホン職業訓練センターを設立した(JICA草の根技術協力)。伝統的な自然染色技法で染めた糸を使い、付加価値をつけて高く売れるように、女性たちに染織と縫製の研修を実施するとともに、伝統的な織物技術を保存し広める活動をしている。
日本では海外の専門書や娯楽の本が日本語で読め、色々なコンテンツにアクセスできるのを大変うらやましく思う。ラオス語だけではアクセスできる情報が限られている。しかし、ラオス語教育は子どもの属性形成に大切であることから、ラオス語能力を身に付けさせる事を基本方針とし、さらに国際人としても活躍できるよう、英語や日本語、いろいろな学びや遊びを提供するホアンカオ(稲穂)保育園・幼稚園・小学校を2015年にビエンチャン郊外に設立した。現在約100名の子ども達が毎日通っている。
このように考えると、私にとってもまだまだやらねばならないことが多く残されていると感じる。少しでも補い合い、心豊かに生きていけるラオス社会になるよう、できる範囲で今後も皆さんとともに活動を続けて行きたいと考えている。
チャンタソン・インタヴォン
NGO「ラオスの子ども」代表、「ホアイホン職業訓練センター」代表、「ホアンカオ保育園・幼稚園・小学校」校長。長年にわたりラオスでの読書推進運動と職業訓練、日本語・日本文化の普及及び日ラオス間の青少年交流促進活動に取り組んでいる。2019年にJICA理事長賞、2020年に旭日双光章を受章。