ລາວ ແລະ ຂ້ອຍ「ラオスと私」ໂຄມັດຊຶ ເຊອິຈິ 小松聖児

2021/2/24
ຂ້ອຍ ຜູ້ທີ່ຮູ້ສຶກໄດ້ເຖິງແມ່ນໍ້າຂອງດ້ວຍຮ່າງກາຍໝົດຕົວຢູ່ທີ່ນໍ້າຕົກຕາດຄອນພະເພັງ (ແຂວງຈໍາປາສັກ) メコンの大瀑布(チャンパサック県)にて、メコンを全身で感じている筆者。
ຜູ້ທີ່ຊ່ວຍເຫຼືອຂ້ອຍໃນຊ່ວງທີ່ເຮັດການສໍາຫຼວດຢູ່ແຂວງສະຫວັນນະເຂດ ແລະ ຂ້ອຍ. ຕອນໄປໃສ່ບາດຢູ່ວັດໃນມື້ອອກພັນສາ. 調査中サワンナケート県にて、お世話になった方々と筆者。 お寺に赴き出安居の托鉢をする様子。
ເລີ່ມແລກເລີຍຄືຂ້ອຍມີຄວາມສົນໃຈກ່ຽວກັບປາ ແລະ ສະແຫວງຫາການຈັບປາມາຕະຫລອດ, ມີມື້ໜຶ່ງຂ້ອຍສັງເກດເຫັນວ່າ ຂ້ອຍໄດ້ຕົກຫຼຸມຮັກທໍາມະຊາດຂອງປະເທດລາວໂດຍບໍ່ຕັ້ງໃຈໄປແລ້ວ.

ຂ້ອຍເປັນຄົນມັກປາມາຕັ້ງແຕ່ສະໄຫມຍັງເປັນເດັກນ້ອຍໆ. ຂ້ອຍມັກຈະຫາປາຢູ່ແມ່່ນໍ້າໃກ້ໆບ້ານ, ຫາຂໍ້ມູນຕ່າງໆຢູ່ໃນປື້ມຮູບ ແລະ ລ້ຽງມັນໄວ້ຕະຫຼອດ. ນອກຈາກນີ້, ຍ້ອນພໍ່ຂອງຂ້ອຍທີ່ເຮັດວຽກກ່ຽວກັບການແຕ່ງອາຫານຍີ່ປຸ່ນ, ຂ້ອຍເລີຍມັກອາຫານ ແລະ ການແຕ່ງກິນນໍາອີກ. ຂ້ອຍໄດ້ຮຽນກ່ຽວກັບການເມືອງຕອນຢູ່ມະຫາວິທະຍາໄລ, ແຕ່ວ່າກ່ອນທີ່ຈະເຮັດວຽກຂ້ອຍຄິດວ່າຂ້ອຍຢາກຮຽນກ່ຽວກັບປາ, ຂ້ອຍກໍ່ເລີຍໄປຊອກມະຫາວິທະຍາໄລໃນລະດັບປະລິນຍາໂທທີ່ສາມາດຄົ້ນຄ້ວາກ່ຽວກັບປາ. ອາຈານສອນຂອງຂ້ອຍໃນມະຫາວິທະຍາໄລດັ່ງກ່າວແມ່ນຜູ້ຊ່ຽວຊານດ້ານການຈໍາແນກປະເພດປາ ລວມທັງປາໃນປະເທດລາວ, ເຊິ່ງສິ່ງດັ່ງກ່າວນີ້ເອງໄດ້ກາຍເປັນຈຸດເຊື່ອມຕໍ່ລະຫວ່າງຂ້ອຍ ແລະ ປະເທດລາວ.

ຄັ້ງທໍາອິດທີ່ຂ້ອຍມາລາວແມ່ນປີ 2012. ກ່ອນທີ່ຈະມາປະເທດລາວຂ້ອຍໄດ້ອ່ານແຕ່ປື້ມສະໄໝເກົ່າທີ່ຂຽນກ່ຽວກັບປາ, ເລີຍເຮັດໃຫ້ຂ້ອຍຈິນຕະນາການວ່າ: “ຄົນລາວທຸກຄົນແມ່ນຫາປາເປັນຫຼັກ”, ແຕ່ໃນຕົວຈິງທີ່ຂ້ອຍເຫັນແມ່ນວ່າຢູ່ໃນຕົວເມືອງແມ່ນມີທັງລົດເລັກຊັດໄປຈົນເຖິງລົດແລມໂບກີນີ, ເຊິ່ງຂ້ອຍໄດ້ຕົກຫຼາຍໃຈໃນການພັດທະນາຂອງປະເທດລາວ.  

ຕອນຂ້ອຍຢູ່ລາວນັ້ນ, ຂ້ອຍທັງຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ທັງຄົ້ນຄ້ວາກ່ຽວກັບຊື່ປາ, ການຂົນສົ່ງ, ວິທີການຫາປາ, ການນໍາໃຊ້, ລາຄາ ແລະ ປະລິມານໃນການຊື້ຂາຍໃນຫຼາຍໆຕະຫລາດທັງໃຫຍ່ ແລະ ນ້ອຍ ເຊັ່ນ: ຕະຫຼາດທົ່ງຂັນຄໍາ, ຂົວດິນ, ຫົວຂົວ, ດົງໝາກຄາຍເປັນຕົ້ນ, ເຊິ່ງຂ້ອຍໄດ້ໄປເກືອບທຸກຕະຫຼາດ. ຕໍ່ຈາກນັ້ນມາ, ໄດ້ດໍາເນີນການສຳຫຼວດພື້ນທີ່ແບບກ້ວາງຂວາງໃນທົ່ວປະເທດຍົກເວັ້ນພາກເໜືອ, ໂດຍເລີ່ມຈາກນ້ໍາງື່ມທາງທິດເໜືອ ໄປຈົນເຖິງດອນໂຂງທາງທິດໃຕ້. ສຸດທ້າຍຂ້ອຍໄດ້ເຊື່ອມຕໍ່ການຄົ້ນຄ້ວາກ່ຽວກັບການຂົນສົ່ງ ແລະ ການຂະຫຍາຍຊັບພະຍາກອນທາງນໍ້າໃນເຂດຕົວເມືອງຂອງແຂວງສະຫວັນນະເຂດ, ເຊິ່ງທີ່ແຂວງນີ້ກໍ່ຈະມີທັງແມ່ນ້ໍາສາຍຫຼັກ, ແມ່ນ້ໍາສາຂາ ແລະ ເຂດນໍ້າພັກຂອງແມ່ນ້ໍາຂອງທີ່ກວ້າງໃຫຍ່ໄພສານ, ນອກນັ້ນກໍ່ມີຈຸດສຳຄັນຂອງການຂົນສົ່ງທີ່ແມ່ນບ່ອນເຊື່ອມຈອດກັບເສັ້ນທາງຫລວງແຫ່ງຊາດເລກທີ 13 ແລະ 9 ນໍາອີກ.

ບັນດາແມ່ຄ້າຢູ່ຮ້ານຂາຍປາໃນຕະຫຼາດສະຫວັນໄຊໄດ້ພາກັນທັງຍິ້ມທັງຫົວ ແລະ ໃຈດີກັບຂ້ອຍໃນຕອນທີ່ຂ້ອຍໄປຕະຫຼາດທຸກໆມື້ ແລະ ພວກເຂົາກໍ່ຄົງຄິດວ່າ: “ຄົນຍີ່ປຸ່ນຜູ້້ມາຖ່າຍຮູບປານີ້ ຄືຊິບໍ່ເຄີຍເຫັນປາຕິເນາະ?”. ທີ່ຕະຫຼາດແຫ່ງນີ້ຂ້ອຍໄດ້ເຫັນປາທີ່ໃຫຍ່ຫຼາຍ, ໜ້າຈະຍາວກ່ວາ 1 ແມັດຈາກແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງ, ປາຂະໜາດກາງ, ປານ້ອຍຈາກໝູ່ບ້ານໃກ້ໆກັນ, ນອກຈາກນີ້ກໍ່ມີປາລ້ຽງ, ປານໍາເຂົ້າ (ໄທ, ຫວຽດນາມ) ແລະ ອື່ນໆລຽນຊາຍລ້າຍກັນເປັນແຖວ.  ແຕ່ວ່າ, ໃນນັ້ນຂ້ອຍມັກເບິ່ງທີ່ສຸດພັດແມ່ນປາແດກ, ເພາະວ່າເວລາເບິ່ງທາງໃນມັນແລ້ວເຮັດໃຫ້ຂ້ອຍຮູ້ວ່າສະພາບແວດລ້ອມທີ່ພວກປາຖືກຈັບມາແມ່ນເປັນສະພາບແບບໃດ. ຕອນນັ້ນ ຂ້ອຍສາມາດຈໍາແນກຊື່ປາເປັນພາສາລາວໄດ້ 50-60 ຊະນິດ. ເຮືອນພັກຂ້ອຍອາໄສຢູ່ບໍ່ມີເຮືອນຄົວຂ້ອຍເລີຍເອົາປາທີ່ຂ້ອຍສໍາຫຼວດແລ້ວໄປໃຫ້ເຈົ້າຂອງຮ້ານອາຫານທີ່ຂ້ອຍລື້ງເຄີຍເພື່ອໃຫ້ລາວແຕ່ງກິນຕະຫຼອດຈົນລາວບອກຂ້ອຍວ່າ:  “ບໍ່ຕ້ອງຊື້ປາມາອີກກາໄດ້ເດີ້”.

ໃນມື້ໜຶ່ງ ຂ້ອຍໄດ້ໄປເບິ່ງການຫາປາໃນຕອນເຊົ້າໆຢູ່ໝູ່ບ້ານທີ່ໃກ້ແຄມຂອງທີ່ຫ່າງຈາກຕົວເມືອງສະຫັວນນະເຂດໂດຍລົດຈັກປະມານ 1 ຊົ່ວໂມງ. ທັດສະນີຍະພາບແມ່ນໍ້າຂອງໃນລະດູຝົນທີ່ໄດ້ເຫັນຈາກເຮືອ ແລະ ຄວາມສະຫວ່າງໃສຂອງປາສົດທີ່ຖືກຈັບໄດ້ແມ່ນສວຍງາມຫຼາຍ. ຂ້ອຍບໍ່ສາມາດລືມຄວາມແຊບຂອງປາຂາວທາເກືອປິ້ງໃສ່ເຕົາຖ່ານເຊິ່ງແມ່ນອາຫານເຊົ້າຫຼັງຈາກການຫາປາມາ. ຢູ່ດີດີນໍ້າຕາຂ້ອຍກາໄຫຼອອກມາເຊິ່ງແມ່ນນໍ້າຕາຂອງຄວາມຊາບຊຶ້ງໃນຄວາມອຸດົມສົມບູນຂອງທຳມະຊາດປະເທດລາວ.

ຫລັງຈາກຂ້ອຍໄດ້ກັບຄືນເມືອກຽວໂຕໃນປີ 2014, ຂ້ອຍໄດ້ໄປກິນເຂົ້າທີ່ຮ້ານອາຫານລາວທີ່ເປີດໂດຍຄູ່ຜົວເມຍລຸ້ນອ້າຍທີ່ເຄີຍໄປຢູ່ລາວເປັນເວລາຫລາຍປີ. ລາບທີ່ຂ້ອຍບໍ່ໄດ້ກິນເປັນເວລາດົນນັ້ນແຊບຫຼາຍຈົນເຮັດໃຫ້ຂອ້ຍຄິດໄດ້ວ່າຢູ່ຍີ່ປຸ່ນກໍ່ສາມາດເຮັດອາຫານລາວໄດ້ເຊັ່ນກັນເນາະ! ມື້ນັ້ນເອງໄດ້ກາຍເປັນຈຸດເລີ່ມຕົ້ນຂອງຂ້ອຍ! ຂ້ອຍເລີ່ມເຮັດອາຫານລາວ ແລະ ສໍາເລັດສູດປາແດກທີ່ເຮັດດ້ວຍປາມາຈາກທະເລສາບບີວະໂກະ ໃນປີ 2019. 

ປັດຈຸບັນນີ້, ຂ້ອຍທັງເຮັດວຽກຢູ່ທີ່ຕະຫຼາດສົດຂາຍປາ ແລະ ທັງເຜີຍແຜ່ຄວາມແຊບຂອງອາຫານລາວ ແລະ ປານໍ້າຈືດໃຫ້ແກ່ຄົນຍີ່ປຸ່ນ. ຂ້ອຍໄດ້ຄິດເຖິງຄວາມສວຍງາມ ແລະ ຄວາມອຸດົມສົມບູນຂອງທຳມະຊາດໃນປະເທດລາວ ແລະ ຊີວິດປະຈຳວັນທີ່ໄດ້ອາໄສຢູ່ທີ່ນັ້ນ ຂ້ອຍເລີຍໄດ້ຕັ້ງຊື່ຂອງກິດຈະກໍາຂອງຂ້ອຍວ່າ "ທໍາມະຊາດ".  ຄວາມຫວັງຂອງຂ້ອຍໃນປີນີ້ແມ່ນການທີ່ເຮັດໃຫ້ຄົນຍີ່ປຸ່ນ 1.000 ຄົນຮູ້ຈັກປະເທດລາວ ແລະ ຄວາມແຊບຂອງປາຈາກທະເລສາບບີວະໂກະ ໂດຍຜ່ານກິດຈະກໍາເຫຼົ່ານີ້.  ຂ້ອຍຫວັງຢ່າງຍິ່ງວ່າຖ້າຫາກມື້ໃດມື້ໜຶ່ງຈະສາມາດສ້າງບໍລິສັດຂາຍປາແດກທີ່ເຮັດດ້ວຍປາຈາກທະເລສາບບີວະໂຄະໄດ້.
 

ໂຄມັດຊຶ  ເຊອິຈິ
ເກີດ ແລະ ໃຫຍ່ຢູ່ທີ່ເມືອງກຽວໂຕ. ມາເປັນນັກສຶກສາຄົ້ນຄ້ວາຢູ່ລາວໃນລະຫວ່າງປີ 2012-2014. ຫົວຂໍ້ວິໄຈ ແມ່ນ ການຂົນສົ່ງປາທົ່ວໄປໃນການຕະຫຼາດຢູ່ພາຍໃນຕົວເມືອງ. ຍ້ອນມັກປາເລີຍຮູ້ຈັກກັບປະເທດລາວ, ດຽວນີ້ທັງເຮັດວຽກທີ່ກ່ຽວກັບປາຢູ່ໃນຕະຫຼາດ ແລະ ສ່ວນຕົວກໍ່ເຮັດກິດຈະກໍາທີ່ເຜີຍແຜ່ອາຫານລາວ ແລະ ວັດທະນະທໍາອາຫານປານໍ້າຈືດ.
ຢູ່ທີ່ຕະຫຼາດແລງສະຫັວນໄຊ ຢູ່ແຂວງສະຫວັນນະເຂດໃນຊ່ວງເຮັດການສໍາຫຼວດ. ປາໄນຫຼາຍຕະກຸນທີ່ຖືກຈັບໄດ້ດ້ວຍກະດຸ້ງຢູ່ແມ່ນໍ້າໃນເຂດຊານເມືອງ. ຂ້ອຍຮູ້ສຶກປະທັບໃຈຕໍ່ຄວາມສະຫງ່າງາມຂອງລະບົບແມ່ນ້ໍາຂອງທີ່ຫຼໍ່ລ້ຽງປານ້ໍາຈືດ ແລະ ຂ້ອຍຮູ້ສຶກມີຄວາມເຄົາລົບຕໍ່ຊີວິດຂອງປະຊາຊົນທີ່ກ່ຽວຂ້ອງ. 調査中サワンナケート県サワンサイ市場の夕方市にて。都市近郊の浸水林で四手網で漁獲された多種多様なコイ目の魚。淡水魚を育むメコン水系の雄大さに感服し、それと関わる人々の暮らしに敬愛の気持ちが生まれた。
ປາແດກທີ່ເປັນເຄື່ອງປຸງທີ່ສໍາຄັນທີ່ສຸດຢູ່ລາວ. ມີຄວາມສຳຄັນໂດຍສະເພາະໃນເຂດທົ່ງພຽງລຽບຕາມແມ່ນ້ໍາຂອງໃນພາກກາງ ແລະ ພາກໃຕ້. ມັນເປັນທັງເຄື່ອງປຸງ ແລະ ເປັນອາຫານທີ່ຫາກິນໄດ້ງ່າຍທີ່ສຸດ ໂດຍມີແຕ່ເຂົ້າໜຽວໃສ່ກັບແຈ່ວປະແດກ. ມັນມີຫລາຍປະເພດ ເຊັ່ນ: ປານ້ຳຈືດທຳມະຊາດຫຼາຍຊະນິດ, ກະປູ, ອື່ງ, ຈົນໄປເຖິງນົກປ່າ ນໍາ. ラオスで最も重要な調味料パデーク(ラオス式淡水魚魚醤)。 調査地のラオス中南部メコン沿い平野部では、特に重要度が高いもの。 調味料であり、これ自体が食料でもある。 餅米おこわとパデークのヂェオ(つけ味噌のようなディップソース)だけで食事の最小単位を構成する。 何十種類もの天然淡水魚、カニ、ジムグリガエル、はては野鳥まで、材料と製法と使用法には膨大なバリエーションがある。
魚を追いかけていたら、気が付けばラオスの自然(タマサート)に魅了されていました。

僕は子供の頃から魚が好きで、近所の川で魚を捕まえて、図鑑で調べたり飼ったりしていました。また、板前だった父の影響から、いつしか食べ物や料理が大好きになりました。大学は政治学系でしたが、働く前に魚の勉強がしたいと思い、魚の研究が出来る大学院を探しました。院の恩師は、ラオスを含む魚類分類学の専門家だったので、ここでラオスと僕の繋がりが生まれました。

2012年に初めてラオスに降り立ちました。昔に書かれた魚の本ばかり読んでいたので、「ラオス人は皆、魚を取っている」と想像していましたが、実際に見た街には、レクサスやランボルギーニまで走っており、発展の様子に面食らいました。

ラオス国立大学でラオ語を学びつつ、大小様々な市場で、魚の名前、流通経路、漁法、利用法、価格、取引量などの調査を行いました。トンカンカム・クアディン・フアコア・ドンマッカーイなど、殆どの市場に赴きました。後に、北はナムグムから、南はドンコーンまでの、北部を除く全土の広域調査を行いました。最終的には、都市近郊にメコン本流・支流・広大な止水域を有していて、物流の要の国道13号・9号線の結節点にあたるサワンナケート県の都市部での水産資源流通を研究しました。

サワンサイ市場の魚屋の女性達は、毎日毎日市場に来る僕に「この日本人、魚なんか撮って、魚を見たことないのかしら?」と笑いつつも、親切にしてくれました。1mを遥に超えるメコン本流・支流産の大型回遊魚、中型魚、夕方市場に並ぶ近郊の村産の小魚、パクセー産大型高級魚、養殖魚、外国産魚(タイ・ベトナム)などに出会えました。中でも、ラオス魚醤(パデーク)を見るのが大好きで、中身を見ると、その魚たちの獲れた環境が分かるようになりました。当時は50~60種類のラオ語の魚名が判別できました。宿に台所が無く、仲良くなったお店に、標本にした残りの魚の料理を毎日頼んでいたら、「頼むからもう魚は買うな」とご主人に叱られました。

ある日、サワンの都市部からバイクで1時間のメコン沿いの村で、早朝からの漁に同行させて頂きました。船から見た滾々と流れる雄大な雨季のメコンと、漁で獲れた生きた魚たちの輝きは、格別の美しさでした。漁の後の朝食に頂いた、塩を振って炭火で焼いただけのパーカオ(Barbonymus gonionotus)の焼魚の美味しさは今でも忘れられません。自然の恵みの豊穣さに涙が出ました。

2014年に京都に戻った後、長年ラオスでお店をされていた先輩夫妻が京都に戻られて、ラオス料理店を始められました。そこで久しぶりに頂いたラープが美味しくて、日本でもラオス料理が作れるのか!と驚きました。これを機に自分でもラオス料理を作り始め、2019年についに琵琶湖の魚で作ったパデークが完成しました。

現在は、水産卸売市場で働きながら、日本の人にラオス料理と淡水魚の美味しさを広める活動をしています。ラオスの自然の美しさと豊かさ、そこで営まれる日々の暮らしを想って、活動の名義を「タマサート」としました。活動を通じて、年間1000人にラオスと琵琶湖の魚の美味しさを知ってもらうことが今年の抱負です。いつか、琵琶湖産パデークの製造販売会社を作れたらいいなぁと思います。

 
小松聖児
京都市生まれ京都市育ち。2012年~2014年、大学院の研究でラオスに赴く。 テーマはラオス都市部における雑魚の市場流通。 魚が好きでラオスに出会い、今も魚市場で魚に関わりながら、個人でラオス料理と淡水魚食文化を広める活動を行っている。