ຍີ່ປຸ່ນ ແລະ ຂ້ອຍ「日本と私」ເຂັມຊາດ ພິລາພັນເດດ ケムサート・ピラパンデット
2021/3/3

ຄວາມພາກພູມໃຈສູງສຸດ ກັບ ສາຍສໍາພັນລະຫວ່າງຂ້າພະເຈົ້າ ກັບ ປະເທດຍີ່ປຸ່ນ ແມ່ນເມື່ອຕົ້ນປີ 2019 ທີ່ຜ່ານມາ ຂ້າພະເຈົ້າ ແລະ ຄອບຄົວໄດ້ຮັບກຽດອັນສູງສຸດ ໃນການຮັບຫຼຽນ Order of the Rising Sun, Gold Rays with Rosette ຈາກອົງຈັກກະພັດ ຣາຊະວົງໄທເຊ ແລະ ໃນປີ 2016 ໄດ້ຮັບ ໃບຍ້ອງຍໍຈາກລັດຖະບານຍີ່ປຸ່ນ ໂດຍລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ຊຶ່ງກຽດປະຫວັດເຊັ່ນນີ້ ຍ່ອມຕ້ອງມີເສັ້ນທາງ ແລະ ຄວາມເປັນມາຍາວສົມຄວນ.
ສາຍສໍາພັນລະຫວ່າງຍີ່ປຸ່ນ ກັບ ຂ້າພະເຈົ້າ ເກີດຂຶ້ນຕັ້ງແຕ່ ຂ້າພະເຈົ້າ ອາຍຸໄດ້ 16 ປີ ຫຼື ເມື່ອ 55 ປີກ່ອນ ຄວາມຜູກພັນນີ້ ມັນເລີ່ມຈາກທີ່ພໍ່ຂອງຂ້າພະເຈົ້າ ເພິ່ນມີທຸລະກິດການຄ້າຮ່ວມກັບ ບໍລິສັດຈາກປະເທດຍີ່ປຸ່ນ ສົ່ງຜົນໃຫ້ມີການພົວພັນດ້ານເສດຖະກິດ ແລະ ວັດທະນະທໍາ ຊຶ່ງຄວາມສໍາພັນນີ້ ຍັງຄົງສືບຕໍ່ຖ່າຍທອດມາຮອດປັດຈຸບັນ. ຈຶ່ງຖືໄດ້ວ່າ ຄອບຄົວຂອງພວກເຮົາ ໄດ້ມີຄວາມສໍາພັນ ກັບປະເທດຍີ່ປຸ່ນ ຍາວນານພໍກັບ ຄວາມສໍາພັນທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຊຶ່ງຈະຄົບຮອບ 65 ປີ.
ຂ້າພະເຈົ້າໄດ້ຮັບໂອກາດສຶກສາຕໍ່ທີ່ປະເທດຍີ່ປຸ່ນ ຫຼັງຮຽນຈົບຂັ້ນອຸດົມສຶກສາ ເມື່ອປີ 1970 ໂດຍເລີ້ມຕົ້ນຈາກການເຂົ້າຮຽນພາສາ ໃນມະຫາວິທະຍາໄລເທັນຮິ ເປັນເວລາ 2 ປີ ແລະ ອີກ 4 ປີ ໃນມະຫາວິທະຍາໄລຄິນຄິ ໃນລະດັບປະລິນຍາຕີ ສາຂາເສດຖະສາດ ແລະ ບໍລິຫານທຸລະກິດ. ຫຼັງຈົບການສຶກສາ ກໍໄດ້ເຮັດວຽກສືບຕໍ່ຫາປະສົບການອີກ 4 ປີ ລວມໄລຍະເວລາທີ່ໃຊ້ຊີວິດໃນປະເທດຍີ່ປຸ່ນ ທັງໝົດ 10 ປີ. ຕະຫຼອດໄລຍະເວລາ ທີ່ໃຊ້ຊີວິດໃນປະເທດຍີ່ປຸ່ນ ຂ້າພະເຈົ້າໄດ້ຮຽນຮູ້ ແລະ ເກັບກ່ຽວປະສົບການຕ່າງໆ ຈາກການໄດ້ເຫັນ, ໄດ້ສໍາຜັດກັບເຕັກໂນໂລຍີໃໝ່ໆ , ການຮຽນຮູ້ວັດທະນະທໍາ ປະເພນີ ຕະຫຼອດຈົນແນວຄິດ ແລະ ວິທີການດ້ານບໍລິຫານຈັດການຕ່າງໆ ໂດຍສະເພາະໃນຊ່ວງທີ່ຂ້າພະເຈົ້າໃຊ້ຊີວິດຢູ່ນັ້ນ ເປັນຊ່ວງທີ່ປະເທດຍີ່ປຸ່ນສ້າງປະເທດໃຫ້ເປັນຜູ້ນໍາທາງດ້ານເສດຖະກິດ ຂ້າພະເຈົ້າຈຶ່ງໄດ້ຮຽນຮູ້ໃນຫຼາຍໆ ດ້ານ.
ອິດທິພົນຈາກປະສົບການຕ່າງໆ ນີ້ ໄດ້ສ້າງທຸກສິ່ງທີ່ເປັນຢູ່ ແລະ ເກີດຂຶ້ນ ກັບຂ້າພະເຈົ້າໃນເວລານີ້ ບໍ່ວ່າຈະເປັນຄວາມສໍາພັນໃນຊີວິດສ່ວນຕົວ ຂ້າພະເຈົ້າໄດ້ສ້າງຄອບຄົວກັບຄົນຍີ່ປຸ່ນ ແລະ ມີລູກຮ່ວມກັນ 4 ຄົນ ໃນດ້ານທຸລະກິດ ຢູ່ໃນ ສປປ ລາວ ກຸ່ມບໍລິສັດຂອງພວກເຮົາ ທັງໝົດ 14 ບໍລິສັດ ມີບໍລິສັດທີ່ຮ່ວມທຶນ ກັບບໍລິສັດຍີ່ປຸ່ນ ຈໍານວນ 6 ບໍລິສັດ ແລະ ຍັງເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍສິນຄ້າຈາກປະເທດຍີ່ປຸ່ນໃນຫຼາຍປະເພດ ຊຶ່ງມີມູນຄ່າການນໍາເຂົ້າຫຼາຍທີ່ສຸດໃນ ສປປ.ລາວ. ໃນສ່ວນບໍລິສັດຂອງຂ້າພະເຈົ້າ ໃນປະເທດໄທ ກໍຍັງມີການລົງທຶນຮ່ວມກັນກັບບໍລິສັດຍີ່ປຸ່ນ ຈໍານວນ 3 ບໍລິສັດ ໃນທຸລະກິດຜະລິດຊິ້ນສ່ວນອຸດສາຫະກໍາ. ທາງດ້ານວັດທະນະທໍາ ແລະ ສັງຄົມ ຂ້າພະເຈົ້າໄດ້ຮັບໜ້າທີ່ເປັນປະທານ ສະຫະພັນກິລາຢູໂດ ແລະ ເປັນຜູ້ອໍານວຍການສູນກິລາບູໂດ ລາວ-ຍີ່ປຸ່ນ ຊຶ່ງມີການເຄື່ອນໄຫວໃກ້ຊິດກັບ ອົງການ ສະຖາບັນຕ່າງໆ ຂອງປະເທດຍີ່ປຸ່ນ.
ຈາກຄວາມສໍາພັນເຊັ່ນນີ້ ຂ້າພະເຈົ້າ ຮູ້ສຶກວ່າ ປະເທດຍີ່ປຸ່ນ ກໍປຽບໄດ້ກັບບ້ານຫຼັງທີສອງ ທີ່ໄດ້ສອນ ແລະ ສ້າງໃຫ້ຂ້າພະເຈົ້າມີທຸກມື້ນີ້ ເພື່ອເປັນການຕອບບຸນແທນຄືນ ຂ້າພະເຈົ້າຈະເປັນຜູ້ໜຶ່ງ ທີ່ເຮັດໜ້າທີ່ສະໜັບສະໜູນ ແລະ ມີສ່ວນຮ່ວມໃນການສ້າງສາຍພົວພັນ ລາວ-ຍີ່ປຸ່ນໃຫ້ແໜ້ນແຟ້ນຕະຫຼອດໄປ.
ເຂັມຊາດ ພິລາພັນເດດ
ປະທານກຸ່ມບໍລິສດ ເຄພີ ແລະ ບໍລິສັດລາວ-ໂຕໂຢຕ້າ. ປະທານສະຫະພັນກິລາຢູໂດແຫ່ງຊາດລາວ. ໃນປີ 2019, ໄດ້ຮັບລາງວັນ Order of the Rising Sun, Gold Rays with Rosette ສຳລັບການປະກອບສ່ວນໃນການເສີມສ້າງສາຍພົວພັນທາງດ້ານເສດຖະກິດລະຫວ່າງຍີ່ປຸ່ນ ແລະ ລາວ, ສົ່ງເສີມສາຍພົວພັນມິດຕະພາບ ແລະ ເຜີຍແຜ່ກິລາບູໂດໃນລາວໃນລາວ.

私が日本との関わりにおいて大変に光栄に思いますのは、2019年、天皇陛下より旭日小綬章を賜り、2016年に外務大臣表彰を受章したことですが、それまでの道のりは相応に長く充実したものでした。
私が日本と関わるようになったのは、16歳の時、55年前に遡ります。当時、私の父が日本企業と合同事業を展開しており、そこで築かれた経済的・文化的な結びつきが今に繋がっています。すなわち、私たち家族と日本との絆は、65年間にわたるラオスと日本との外交関係と同じくらいの深みを持つと自負しております。
私は1970年、高校卒業後に渡日し、天理大学で日本語を二年学んだ後、近畿大学の経済・経営学部に進学、4年間の学士課程修了後さらに4年間、経験を積むために就労したので、計10年間を日本で過ごしたことになります。日本滞在中、おりしも日本が経済的リーダー国になろうとしていた当時、私は最先端技術や文化慣習、経営・マネージメント術など様々な分野の見聞を広め、経験を積み、多くを学ぶことができました。
これらの経験は、現在の私と私の身に起こるあらゆることに影響を与えています。それは私が日本人と結婚し、4人の子供を設けたという個人的な関わりのみならず、ラオスで私が経営する14社のうち6社が日本企業と提携し、様々な日本商品を取り扱う事業者としてラオスで最大手であるということに示されています。タイにおいても日本企業と提携して工業用部品を製造する会社が3社あります。文化社会面では、ラオス柔道連盟の会長ならびにラオス日本武道センター館長を務め、日本の様々な組織団体と協力して活動を行っています。
こうした関係を鑑みるに、日本は私を教え導き、今日の私を形成した第二の故郷のようなものと感じています。このご恩に報いるため、私はラオス・日本の長きにわたる友好関係を構築する一人として、自分の責務を果たして参りたいと思います。
ケムサート・ピラパンデット
KPグループ兼ラオトヨタ社社長。ラオス柔道連盟会長。2019年、日本・ラオス間の経済関係強化,友好関係促進及びラオスにおける柔道の普及に寄与したとして旭日小綬章を受勲。