ລາວ ແລະ ຂ້ອຍ「ラオスと私」ໂຢເນະຢະມະ ໂຢຊິຮະຣຸ 米山芳春

2021/3/10
ຢູ່ທີ່ຫ້ອງການໄຈກາ JICA事務所執務室にて
ພາອາສາະໝັກຮ່ວມມືສາກົນ ຂອງ ໄຈກາເຂົ້າຢ້ຽມຄໍ່ານັບທ່ານນາຍົກ JICA海外協力隊の首相表敬
ຂ້າພະເຈົ້າຢູ່ປະເທດລາວຕັ້ງແຕ່ປີ 2010, ນັ້ນກໍ່ແມ່ນຍ້ອນວ່າ ຂ້າພະເຈົ້າໄດ້ມາປະຈໍາການອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ), ສະນັ້ນ ຂ້າພະເຈົ້າຮູ້ສຶກວ່າປະສົບການ ແລະ ຄວາມຮູ້ສຶກຂອງຂ້າພະເຈົ້າ ແຕກຕ່າງຈາກຄົນອື່ນໆ ທີ່ໄດ້ຂຽນບົດໃນຊີລີນີ້ ເຊິ່ງເປັນຄົນທີ່ເຕັມໄປດ້ວຍຄວາມຮັກໃນປະເທດລາວ ແລະ ເກງໃຈວ່າຂ້າພະເຈົ້າ ບໍ່ເໝາະສົມກັບມັນປານໃດ. ເຖິງແນວໃດກໍ່ຕາມ, ຂ້າພະເຈົ້າຄິດວ່າ ມີຄົນທີ່ກ່ຽວຂ້ອງກັບການຊ່ວຍເຫຼືອຫລ້າ (ODA) ໃນຊີລີນີ້ ບໍ່ຫຼາຍປານໃດ, ສະນັ້ນຂ້າພະເຈົ້າເລີຍໄດ້ຂຽນມາ.
 
ໃນຊ່ວງທີ່ຂ້າພະເຈົ້າເປັນນັກສຶກສາ, ຂ້າພະເຈົ້າໄດ້ເດີນທາງໄປຕາມເສັ້ນທາງສາຍໄໝ ແລະ ແຂວງຢຸນນານ, ປະເທດຈີນ. ຫລັງຈາກນັ້ນ ກໍ່ໄດ້ໄປເລາະທ່ຽວຊົມເຂດຕ່າງໆ ໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ໃນຊ່ວງທີ່ຂ້າພະເຈົ້າປະຈໍາການຢູ່ຫ້ອງການອົງການໄຈກາປະຈໍາປະເທດໄທໃນຕົ້ນຊຸມປີ 1990. ຂ້າພະເຈົ້າໄດ້ຍ່າງຂົວມິດຕະພາບທັນທີຫລັງຈາກສ້າງສຳເລັດຈາກຝາກໜອງຄາຍ ແລະ ໃນຕອນນັ້ນ ຂ້າພະເຈົ້າໄດ້ຍ່າງໄປຮອດກາງຂົວບ່ອນມີປ້າຍທຸງຊາດ, ແຕ່ໜ້າເສຍດາຍທີ່ຂ້າພະເຈົ້າບໍ່ໄດ້ເຂົ້າມາປະເທດລາວ.
 
ນັບຕັ້ງແຕ່ຫຼັງຊຸມປີ 1990, ຂ້າພະເຈົ້າໄດ້ຮັບຜິດຊອບພາກພື້ນແມ່ນໍ້າຂອງ ລວມທັງປະເທດລາວ ທີ່ສຳນັກງານໃຫຍ່ຂອງອົງການໄຈກາ. ໃນຊ່ວງນັ້ນທີ່ຄວາມຄາດຫວັງຂອງທັງພາກລັດ ແລະ ເອກະຊົນ ທີ່ວ່າສັດຕະວັດໃໝ່ແມ່ນຍຸກຂອງແມ່່ນໍ້າຂອງ ກໍາລັງຈະຄຶກຄື້ນ​ຂຶ້ນ, ນອກຈາກໂຄງການພື້ນຖານໂຄງລ່າງຕ່າງໆແລ້ວ, ຂ້າພະເຈົ້າໄດ້ມີສ່ວນຮ່ວມໃນວຽກງານການຫັນເສດຖະກິດໃຫ້ເປັນເສດຖະກິດຕະຫຼາດ ແລະ ການສົ່ງເສີມການປັບປຸງກົດໝາຍ, ໂຄງການສູນຍີ່ປຸ່ນ, ວຽກງານກ່ຽວກັບທຶນການສຶກສາ ຈົນໄປເຖິງວຽກງານຂັ້ນຮາກຖານໂດຍການຮ່ວມມືກັບອົງການ NGO ເຊິ່ງເປັນ ຫົວຂໍ້ທີ່ຫຼາກຫຼາຍທີ່ໄດ້ເລີ່ມຂຶ້ນໃໝ່ໃນພາກພື້ນແມ່ນໍ້າຂອງ. ຂ້າພະເຈົ້າຄິດວ່າ ໂຄງການຕ່າງໆນີ້ ສ່ວນໃຫຍ່ໄດ້ກາຍເປັນພື້ນຖານໃຫ້ແກ່ການພັດທະນາໃນຕໍ່ໜ້າຂອງແຕ່ລະປະເທດ ແລະ ຄວາມສຳພັນທີ່ໄວ້ເນື້ອເຊື່ອໃຈກັບຍີ່ປຸ່ນ.
 
ຂ້າພະເຈົ້າຢູ່ປະເທດລາວ 2 ຄັ້ງ ກໍ່ຄືແຕ່ປີ 2010 ເຖິງປີ 2013 ແລະ ປີ 2017 ເຖິງປະຈຸບັນ. ຍ້ອນຂ້າພະເຈົ້າເຮັດວຽກຢູ່ລາວ 2 ຄັ້ງ ເຊິ່ງຂັ້ນກັນດ້ວຍເວລາ 4 ປີ, ຂ້າພະເຈົ້າໂຊກດີຫຼາຍໃນການທີ່ສາມາດສືບຕໍ່ເຫັນ ຄວາມສຳເລັດຂອງວຽກງານທີ່ຂ້າພະເຈົ້າໄດ້ກ່ຽວຂ້ອງໃນຂັ້ນຕອນເລີ່ມຕົ້ນ ແລະ ການພັດທະນາຫຼັງຈາກນັ້ນ. ນອກຈາກໂຄງການພື້ນຖານໂຄງລ່າງເຊັ່ນ: ແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ, ສະໜາມບິນວັດໄຕ ແລະ ຂົວເຊກອງແລ້ວ, ຂ້າພະເຈົ້າສາມາດເຫັນຜ່ານການປະຕິບັດຕົວຈິງ ຂອງການປະມວນກົດໝາຍແພ່ງ, ປື້ມແບບຮຽນຄະນິດສາດ ແລະ ລະບົບອອກໃບອະນຸຍາດພະຍາບານ ທີ່ໄດ້ໃຫ້ການສະໜັບສະໜູນໂດຍການຮ່ວມມືດ້ານເຕັກນິກ. ທຸກໆເວລາທີ່ຂ້າພະເຈົ້າເບິ່ງຂົວເຊກອງທີ່ສ້າງສໍາເລັດແລ້ວ ເຮັດໃຫ້ຂ້າພະເຈົ້າຄິດຮອດຕອນທີ່ຂ້າພະເຈົ້າໄດ້ໄປສໍາຫຼວດໂຄງການຂົວເຊກອງໃນປີ 2012. ໃນເວລານັ້ນຂ້າພະເຈົ້າໄດ້ໄປຕາມທາງທີ່ບໍ່ຄ່ອຍດີປານໃດເປັນເວລາຫຼາຍຊົ່ວໂມງ ແລະ ນອນຢູ່ໃນຫ້ອງ ຂອງ ຫ້ອງການເມືອງດັກຈຶງທີ່ຕິດກັບຊາຍແດນຫວຽດນາມ, ເຊິ່ງຖືກຂະໜານນາມວ່າເປັນເມືອງທີ່ທຸກຍາກທີ່ສຸດໃນຕອນນັ້ນ.

ໃນທາງກົງກັນຂ້າມ, ໃນຂະນະທີ່ມີສ່ວນຮ່ວມໃນໂຄງການຊ່ວຍເຫຼືອລ້າໃນລາວ, ຂ້າພະເຈົ້າຮູ້ດີຫຼາຍບັນຫາເຊັ່ນ: ການບໍາລຸງຮັກສາພື້ນຖານໂຄງລ່າງ ແລະ ອຸປະກອນ, ການພັດທະນາແບບເອກະລາດ ຂອງໂຄງການຮ່ວມມືດ້ານເຕັກນິກ ແລະ ອື່ນໆ. ນອກຈາກນັ້ນ, ດ້ວຍການຂະຫຍາຍການຊ່ວຍເຫຼືອຈາກບັນດາປະເທດທີ່ກຳລັງພັດທະນາ ແລະ ສະຖານະການດ້ານການເງິນທີ່ເຄັ່ງຄັດ ຢູ່ໃນປະເທດລາວ, ຂ້າພະເຈົ້າມີຄວາມວິຕົກກັງວົນຢູ່ເລື້ອຍໆ ກ່ຽວກັບຂໍ້ຄົງຄ້າງຂອງການຊ່ວຍເຫຼືອລ້າ. ເຖິງແມ່ນວ່າຢູ່ພາຍໃຕ້ສະຖານະການດັ່ງກ່າວກໍ່ຕາມ, ຄົນລາວໃນບາງກຸ່ມຄົນໃນປະຈຸບັນນີ້ຮັບຮູ້ບັນຫາເຫຼົ່ານີ້, ພະຍາຍາມປ່ຽນແປງສະພາບການ ແລະ ແກ້ໄຂບັນຫາດ້ວຍຕົນເອງໂດຍບໍ່ອີງໃສ່ການຊ່ວຍເຫຼືອ ແລະ ຂ້າພະເຈົ້າຮູ້ສຶກວ່າຄວາມຄິດເແບບນີ້ ກໍາລັງງອກຕົວອອກມາ. ຂ້າພະເຈົ້າຄິດວ່າ ຊາວໜຸ່ມທີ່ໄດ້ຮໍ່າຮຽນຢູ່ຕ່າງປະເທດລວມທັງປະເທດຍີ່ປຸ່ນ ກຳລັງເຮັດວຽກຢ່າງໜັກໜ່ວງເພື່ອເປີດອະນາຄົດຈາກຕຳແໜ່ງຕ່າງໆ ໃນພາກລັດ ແລະ ເອກະຊົນ. ຂ້າພະເຈົ້າຫວັງຢ່າງຈິງໃຈ, ເຊື່ອ ແລະ ສະໜັບສະໜູນຢູ່ທາງຂ້າງໃນບັນດາທ່ານທີ່ຈະປະກອບສ່ວນສ້າງສາພັດທະນາປະເທດລາວໃນຕໍ່ໜ້າ, ຈະສຸມໃສ່ຜົນປະໂຫຍດສາທາລະນະຂອງປະຊາຂົນທັງໝົດ ແລະ ນຳພາປະເທດລາວໄປໃນທິດທາງທີ່ດີ.
 
ຂ້າພະເຈົ້າໄດ້ຍິນຄົນເວົ້າຕະຫຼອດວ່າ ປະເທດລາວເຖິງແມ່ນວ່າເສດຖະກິດບໍ່ດີ ແຕ່ແບບນີ້ກໍ່ມີຄວາມສຸກແລ້ວ, ບໍ່ຈຳເປັນຈະຕ້ອງພັດທະນາແບບບັງຄັບເກີນໄປກໍ່ໄດ້. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຄິດວ່າ ຄົນໃນປະເທດນັ້ນຈະມີຄວາມສຸກແທ້ຫຼືບໍ່ນັ້ນ ສໍາລັບຄົນທີ່ມາແຕ່ຕ່າງປະເທດ ຄືພວກຂ້າພະເຈົ້າແລ້ວກໍ່ບໍ່ຮູ້ໃນເນື້ອແທ້. ທ່າມກາງກະແສຂອງການຫັນເຂົ້າສູ່ຄວາມທັນສະໄໝ, ພວກເຮົາຕ້ອງປຶກສາຫາລືກັບປະຊາຊົນລາວຢ່າງຈິງໃຈ ແລະ ຄິດກ່ຽວກັບຈຸດດີ ແລະ ຂໍ້ຄົງຄ້າງຂອງການພັດທະນາຮ່ວມກັນ.
 
ອີກດ້ານໜຶ່ງ, ສິ່ງທີ່ຂ້າພະເຈົ້າຮູ້ສຶກຫຼັງຈາກທີ່ໄດ້ຢູ່ໃນລາວ 1 ປີ ພາຍໃຕ້ສະຖານະການໃນການລະບາດຂອງພະຍາດໂຄວິດ-19 ນີ້ ກໍ່ຄືສັງຄົມລາວ ແລະ ການດໍາລົງຊີວິດຂອງຄົນລາວແມ່ນມີດ້ານທີ່ຄວນເອົາໄປເປັນບົດຮຽນຫຼາຍ ສໍາລັບສັງຄົມຍີ່ປຸ່ນ ແລະ ການໃຊ້ຊີວິດແບບຄົນຍີ່ປຸ່ນຄືດັ່ງພວກຂ້າພະເຈົ້າ. ມາຮອດປັດຈຸບັນ, ມີຫລາຍໆຢ່າງທີ່ຂ້າພະເຈົ້າຮູ້ສຶກວ່າ ມັນເປັນສິ່ງທີ່ເໝາະສົມທີ່ຈະເຮັດຕາມ ເຊັ່ນ: ວິທີການເຮັດວຽກ, ການມີສ່ວນຮ່ວມໃນສັງຄົມຂອງແມ່ຍິງ, ການເຊື່ອມຕໍ່ກັບຄອບຄົວ, ການຊ່ວຍເຫຼືອກັນຢູ່ໃນທ້ອງຖິ່ນ ແລະ ຄວາມກົມກຽວກັບທຳມະຊາດ. ຍິ່ງໄປກວ່ານັ້ນ, ພາຍໃຕ້ສະຖານະການປະຈຸບັນທີ່ຄວາມຂັດແຍ່ງ ແລະ ລັດທິກີດກັ້ນຄວາມແຕກຕ່າງ ກຳລັງແຜ່ລາມໄປທົ່ວໂລກ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ຂ້າພະເຈົ້າຮູ້ສຶກວ່າ ຄວາມສາມາດໃນການຢູ່ຮ່ວມກັນ ໃນຂະນະທີ່ຫລີກລ້ຽງການຂັດແຍ້ງໃນວັດທະນະທຳທີ່ແຕກຕ່າງກັນ, ການປົກປັກຮັກສາການກະສິກຳຂະໜາດນ້ອຍ ທີ່ສາ​ມາດກຸ້ມຕົນເອງໄດ້ ແລະ ຄວາມອຸດົມສົມບູນຂອງປ່າໄມ້ ແລະ ແມ່ນ້ໍາໃນຂະນະທີ່ແນໃສ່ການພັດທະນາເສດຖະກິດເຫຼົ່ານີ້ ກຳລັງສະເໜີ ທັດສະນະທາງເລືອກໃຫ້ກັບຍີ່ປຸ່ນ ແລະ ປະເທດທີ່ພັດທະນາແລ້ວ. ຂ້າພະເຈົ້າ ຄາດຫວັງວ່າຄົນລາວທຸກຄົນຈະເບິ່ງຄືນ ແລະ ພາກພູມໃຈໃນຄຸນຄ່າຂອງສິ່ງເຫຼົ່ານີ້.
 
ປີ 2020 ແມ່ນປີຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຍີ່ປຸ່ນ ແລະ ລາວ ແລະ ເປັນປີຄົບຮອບ 55 ປີຂອງການສົ່ງອາສາສະໝັກຮ່ວມມືສາກົນຈາກອົງການໄຈກາມາປະຈໍາການຢູ່ລາວ ເປັນຄັ້ງທຳອິດໃນໂລກ. ຂ້າພະເຈົ້າເຊື່ອວ່າ ສາຍສໍາພັນທີ່ອາສາສະໝັກຫຼາຍກວ່າ 1,000 ຄົນໄດ້ເຊື່ອມຕໍ່ກັບປະຊາຊົນທົ່ວປະເທດລາວ ໃນໄລຍະ 55 ປີທີ່ຜ່ານມານີ້ ແມ່ນຊັບສົມບັດທີ່ບໍ່ສາມາດປ່ຽນແປງໄດ້ລະຫວ່າງສອງປະເທດ. ເຖິງແມ່ນວ່າໄລຍະເວລາປະຈໍາການຂອງຂ້າພະເຈົ້າຈະສິ້ນສຸດລົງໃນໄວໆນີ້, ແຕ່ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ຄວາມເຊື່ອໝັ້ນໃຈກັນ ລະຫວ່າງລາວ ແລະ ຍີ່ປຸ່ນ ຈະສືບຕໍ່ ໄປໃນຕໍ່ໜ້າ ໂດຍບົນພື້ນຖານສາຍສໍາພັນ ທີ່ມີມາຮອດປະຈຸບັນນີ້.

 
ໂຢເນະຢະມະ ໂຢຊິຮະຣຸ
ຜູ້ຕາງໜ້າອົງການໄຈກາປະຈໍາລາວ
ຖ່າຍຮູບກັບທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນຕອນສ້າງປື້ມແບບຮຽນຄະນິດສາດສໍາເລັດ 算数教科書の完成時、教育・スポーツ大臣と!
ຂົວເຊກອງ (ຕອນສ້າງສໍາເລັດ) セコン橋(完成時)
私のラオス滞在経験は2010年から、それもJICAの人事異動による赴任ですので、このコーナーに登場するラオス愛に溢れた皆様とは経験も思い入れも違い、少し不相応ではと感じています。それでも、本シリーズにODA関係者の登場が少ないと思い、僭越ながらも筆を取らせて頂きました。
 
学生時代は、シルクロードや中国・雲南省などを放浪し、1990年代前半のJICAタイ事務所時代に東北タイ各地を巡りました。完成直後の友好橋をノンカイ側から歩き、当時は中央の国旗銘板まで入れましたが、残念ながらラオス入国までは至りませんでした。
 
1990年代後半から、JICA本部で、ラオスを含むメコン地域を担当しました。新世紀はメコンの時代だと官民共に盛り上がる中、様々なインフラ事業に加え、市場経済化や法整備支援、日本センター、留学生事業、そしてNGOとの草の根事業まで、メコン地域で新たに始まった様々なチャレンジに関わらせて頂きました。その多くは、その後の各国の開発や日本との信頼関係の基盤になったように思います。
 
ラオス滞在は、2010年~2013年、そして2017年~現在までの2回となります。4年挟んで2回ラオスで勤務したため、立ち上げ段階に関わった事業の完成やその後の展開を見続けられたことは、とても幸運でした。東西回廊やワッタイ空港、セコン橋などのインフラ事業に加え、技術協力で側面支援した民法典や算数教科書、看護師免許制度等の実現も見届けることが出来ました。2012年のセコン橋の調査で、数時間の悪路を進み、当時最貧郡といわれていたベトナム国境ダクチュン郡の役所の一室で雑魚寝したことなど、完成したセコン橋を見るたびに思い出します。
 
一方、ラオスのODA事業に関わる中で、インフラ施設・機材の維持管理や技術協力事業の自立発展性など、多くの課題も痛感しました。また、新興国からの援助が拡大しラオスの財政が逼迫していく状況下、ODAの在り方についても、悩み続ける毎日でした。ただそのような中でも、最近のラオスの人たちの中には、それらの課題を認識し変えていこう、援助に頼らず自分たちで解決していこう、そういった意識も少しずつ芽生えているように感じます。日本など海外で学んだ若者が、政府や民間など様々な立場で、未来を切り開くべく頑張っていると思います。これからのラオスを引っ張る皆さんが、国民全体の公益を重視しラオスを良い方向に導いていくことを、切に願い、信じ、そして側面から応援したいと考えています。
 
ラオスに対しては、経済的には貧しいけれど今のままで幸せではないか、無理に発展しなくて良いのでは、といった声もよく耳にします。ただ、その国の人々が本当に幸せかどうかは、外国から来た我々には本質的にはわからないと思っています。否が応でも近代化の波が押し寄せる中、発展の是非や在り方についても、常に真摯にラオスの人びとと対話しながら、一緒に考えていくしかないのでしょう。
 
その反面、コロナ禍のこの1年をラオスで過ごして改めて感じることは、ラオスの社会や人々の生活の在り様が、我々日本社会や日本人の生き方にとって、参考となる面も多いのではないか、という点です。今までも、働き方や女性の社会参加、家族とのつながりや地域での助け合い、自然との調和など、見習っても良いのではと感じる部分がいろいろありました。さらに、コロナ禍となり、様々な対立や排他主義が世界を席巻する今、異文化との衝突を避け共存する許容力や、経済発展を指向しつつも自給自足可能な小さな農業と森・川の恵みを身近に残しているところなど、日本や先進国に向けて、オルタナティブな視点を提示しているような気がしています。ラオスの皆さんにも、ぜひそれらの価値を改めて見つめ直し、誇りに思ってもらえればと思います。
 
2020年は、日ラオス外交関係樹立65周年、そしてJICA海外協力隊が世界で初めてラオスに派遣されてから55周年でした。過去55年の1,000人を超える協力隊がラオス全土の人たちと繋いだ絆は、両国間のかけがえのない宝だと思っています。私の任期はまもなく終了しますが、今までの絆をもとに、これからもラオスと日本の信頼関係が続いていくよう、心から祈っております。
 

JICAラオス事務所長 米山芳春
ຖ່າຍກັບບັນດາພະນັກງານອົງການໄຈກາ (ກຸມພາ 2021) JICA事務所の皆さんと! (2021年2月)