ຍີ່ປຸ່ນ ແລະ ຂ້ອຍ「日本と私」ສຸດາພອນ ສີຊົມຊື່ນ スダポーン・シーソムスーン
2021/3/17

ຄິດຢູ່ດົນນານວ່າຈະເລົ່າຄວາມປະທັບໃຈຫຍັງດີໃນຫົວຂໍ້"ຍີ່ປຸ່ນ ແລະ ຂ້ອຍ" ເພາະມັນມີຫຼາຍເລື່ອງລາວທີ່ເປັນຄວາມຊົງຈຳດີໆ, ຄວາມຕື່ນເຕັ້ນ, ຄວາມທ້າທາຍຢາກຈະເລົ່າສູ່ທຸກຄົນຟັງ. ໂດຍສ່ວນຕົວແລ້ວ ຫຍຸຍເປັນຄົນທີ່ມັກໃນເຕັກໂນໂລຊີ ແລະ ການກິນເປັນທີ່ສຸດ. ປະເທດ ຍີ່ປຸ່ນ ກໍ່ເປັນປະເທດທີ່ມີຊື່ສຽງໃນດ້ານນີ້ເຊັ່ນກັນ. ເພາະສະນັ້ນ, ຍີ່ປຸ່ນ ຈຶ່ງເປັນປະເທດໃນຝັນທີ່ ຫຍຸຍຕ້ອງໄປສຳຜັດປະສົບການຈິງໃຫ້ໄດ້.
ການເດີນທາງໄປທ່ອງທ່ຽວປະເທດຍີ່ປຸ່ນຄັ້ງທຳອິດກໍ່ໄດ້ເລີ່ມຕົ້ນຂຶ້ນ, ຍັງຈື່ຄວາມຮູ້ສຶກກ່ອນມື້ເດີນທາງໄດ້ຢູ່ວ່າຕື່ນເຕັ້ນຫຼາຍ ຄິດເຫັນແຜນການທ່ອງທ່ຽວຕາມຈຸດຕ່າງໆ ແລະ ອາຫານການກິນຕະຫຼອດການເດີນທາງເລີຍ. ລະແລ້ວສິ່ງທ້າທາຍທຳອິດກໍ່ໄດ້ເກີດຂຶ້ນ ກໍ່ຄືການທີ່ໄດ້ໃຊ້ບໍລິການລົດໄຟ Shinkansen ຫຼື ລົດໄຟສາຍອື່ນໆທີ່ຍີ່ປຸ່ນເປັນປະສົບການທີ່ຕື່ນເຕັ້ນຫຼາຍ ເພາະທີ່ສະຖານີລົດໄຟໃຫຍ່ໆໃນໃຈກາງເມືອງຈະມີລົດໄຟໃຫ້ບໍລິການຫຼາຍສາຍສຸດໆ ຖ້າຂຶ້ນຜິດສາຍໄປໜ້ອຍດຽວ ເຮົາຈະເສຍເວລາໄປຫຼາຍເລີຍ. ການທີ່ຫຍຸຍກຳລັງຢືນງົງໃນການຊື້ປີ້ລົດໄຟຢູ່ນັ້ນ, ເກືອບທຸກຄັ້ງຈະມີເຈົ້າໜ້າທີ່ຂອງສະຖານີຍ່າງເຂົ້າມາສອບຖາມຢ່າງສຸພາບວ່າ "ຕ້ອງການເດີນທາງໄປໃສນໍ້? ມີຫຍັງໃຫ້ຂ້ອຍຊ່ວຍບໍ່?" ຫຼາຍຄົນຄົງຄິດວ່ານີ້ເປັນເລື່ອງເລັກນ້ອຍ, ແຕ່ໃນມຸມມອງຂອງຫຍຸຍແລ້ວ ເລື່ອງເລັກໆນ້ອຍໆແບບນີ້ແຫຼະທີ່ຄົນຍີ່ປຸ່ນເອົາໃຈໃສ່ເປັນຢ່າງດີ ເລີຍເຮັດໃຫ້ຄົນຕ່າງຖິ່ນແບບເຮົາຮູ້ສຶກປອດໄພ ແລະ ປະທັບໃຈທຸກຄັ້ງ.
ທີ່ຍີ່ປຸ່ນ ອີກໜຶ່ງເລື່ອງທີ່ມັນໄດ້ກາຍເປັນເລື່ອງລາວທີ່ຫຍຸຍມັກຈະເລົ່າສູ່ໝູ່ເພື່ອນຟັງສະເໝີ ກໍ່ຄື ຫ້ອງນໍ້າສະທາລະນະ ທີ່ປະເທດຍີ່ປຸ່ນ ຫ້ອງນໍ້າສາທາລະນະມີຊື່ສຽງໂດ່ງດັງໄປທົ່ວໂລກ ເພາະນອກຈາກຈະສະອາດແບບສຸດໆແລ້ວ ຍັງມີເຕັກໂນໂລຍີທີ່ລໍ້າສະໄໝໃນອຸປະກອນເກືອບທຸກຢ່າງໃນຫ້ອງນໍ້າ. ແຕ່ລະອຸປະກອນ ກໍ່ຈະມີຕົວເລືອກໃຫ້ໃຊ້ຢ່າງຫຼາກຫຼາຍ ການໃຊ້ງານອາດເບິ່ງຫຍຸ້ງຍາກ ແລະ ຊັບຊ້ອນ, ແຕ່ເຊື່ອໄດ້ເລີຍວ່າ ຄວາມສະອາດ ແລະ ອຸປະກອນທີ່ທັນສະໄໝ ມັນຈະເຮັດໃຫ້ຫຼາຍໆຄົນເຫັນພາບລັກຂອງຫ້ອງນໍ້າສາທາລະນະໄປເປັນອີກແບບເລີຍ.
ພັກເລື່ອງການເດີນທາງ ແລະ ເຕັກໂນໂລຍີກັນໄວ້ກ່ອນ, ຫຍຸຍຈະເລົ່າຕໍ່ສິ່ງທີ່ປະທັບໃຈແບບສຸດໆ ກໍ່ຄື "ອາຫານການກິນ". ເຖິງຈະເປັນເລື່ອງອາຫານ ຍີ່ປຸ່ນກໍ່ຍັງໄດ້ນຳໃຊ້ເອົາເຕັກໂນໂລຍີໄປປະຍຸກໃຊ້ນຳ ເຊັ່ນຮ້ານຣາເມັງ ຫຼາຍໆບ່ອນກໍ່ຈະມີຕູ້ຢອດຫຼຽນສັ່ງອາຫານຈາກໜ້າຮ້ານ ແລ້ວເມື່ອເຂົ້າໄປຮອດໃນຮ້ານປຸບ ເຮົາກໍ່ຈະໄດ້ອາຫານທີ່ເຮົາສັ່ງໂດຍໄວເລີຍ. ວິທີນີ້ ຊ່ວຍທັງປະຫຍັດເວລາ ແລະ ຫຼຸດຕົ້ນທຶນໃນການຈ້າງພະນັກງານນຳອີກ.
ຂໍເສີມອີກໜຶ່ງຄວາມປະທັບໃຈໃນການບໍລິການທີ່ພັກ. ມີຄັ້ງໜຶ່ງຫຍຸຍຊື້ໝາກໄມ້ໄປກິນໃນຫ້ອງພັກທີ່ໂຮງແຮມ. ແລ້ວໄດ້ໂທໄປຫາພະນັກງານຕ້ອນຮັບເພື່ອຂໍຢືມມີດປອກໝາກໄມ້. ບໍ່ເທົ່າໃດນາທີ ພະນັກງານຜູ້ໜ້າຮັກກໍ່ໄດ້ມາເຄາະປະຕູ ແລະ ໄດ້ນຳເອົາພະຖາດທີ່ມີອຸປະກອນການກິນທີ່ຄົບຄັນ ທັງມີດປອກໝາກໄມ້, ຈານໃຫຍ່, ຈານຮອງ, ສ້ອມບ່ວງ ແລະ ຈອກນໍ້າ ເຂົ້າມາວາງໄວ້ໜ້າໂຕ໊ະໃຫ້. ນີ້ສະແດງໃຫ້ເຫັນເຖິງອີກໜຶ່ງຄວາມໃສ່ໃຈທີ່ໂຮງແຮມມີໃຫ້ຕໍ່ລູກຄ້າ ທີ່ຄົນໄດ້ຮັບການບໍລິການແບບນີ້ ຮູ້ສຶກປະທັບໃຈ ແລະ ແນ່ນອນວ່າຈະມີການແນະນຳກັນຕໍ່ໆອີກ.
ນອກຈາກການເດີນທາງໄປທີ່ປະເທດຍີ່ປຸ່ນໃນນາມສ່ວນຕົວແລ້ວ, ຫຍຸຍກໍ່ມີໂອກາດໄດ້ຮັບກຽດອັນສູງໄດ້ໄປຮ່ວມສຳຜັດສະຖານທີ່ທ່ອງທ່ຽວໃນຫຼາຍໆເມືອງ ແລະ ວັດທະນະທຳຂອງຍີ່ປຸ່ນທັງແບບສະໄໝໃໝ່ ແລະ ແບບດັ້ງເດີມ. ເຊິ່ງການເດີນທາງຄັ້ງນັ້ນ ເປັນໂຄງການຂອງກະຊວງການຕ່າງປະເທດຍີ່ປຸ່ນ ໂດຍຜ່ານສະຖານທູດຍີ່ປຸ່ນປະຈຳລາວ. ສິ່ງທີ່ສຳຜັດໄດ້ເວລາຢູ່ທີ່ປະເທດຍີ່ປຸ່ນຄື “service mind” ຂອງທຸກໆການບໍລິການ ບໍ່ວ່າເຮົາຈະເປັນແຂກທາງການ ຫຼື ໃນນາມນັກທ່ອງທ່ຽວທົ່ວໄປ ສິ່ງໜຶ່ງທີ່ຫຍຸຍໄດ້ຮັບຄືກັນ ກໍ່ຄື ການບໍລິການທີ່ເປັນເລີດຂອງຫົວໜ່ວຍທຸລະກິດໃນປະເທດຍີ່ປຸ່ນ. ນີ້ເປັນປະສົບການທີ່ຫຍຸຍສາມາດສຳຜັດໄດ້ ແລະ ຄິດວ່າໃຜທີ່ມີໂອກາດໄປທີ່ປະເທດຍີ່ປຸ່ນ ກໍຈະຮູ້ສຶກເຊັ່ນດຽວກັນ ແລະຫຍຸຍເຊື່ອວ່າ ສິ່ງນີ້ເຮົາສາມາດທີ່ຈະຮຽນຮູ້ ແລະ ນຳມາປະຍຸກໃຊ້ກັບບັນດາຫົວໜ່ວຍທຸລະກິດຂອງບ້ານເຮົາໄດ້ຢ່າງແນ່ນອນ.
ອີກສິ່ງທີ່ຂາດບໍ່ໄດ້ກໍ່ຄື ການໄດ້ຮ່ວມງານກັບສະຖານທູດຍີ່ປຸ່ນປະຈຳລາວ, ຂອບໃຈທີ່ໄດ້ໃຫ້ໂອກາດຫຍຸຍ ເປັນພິທີກອນໃນງານ “Cool & Kawaii” ແລະ ອື່ນໆ. ກໍ່ໄດ້ແຕ່ຫວັງຍ່າງຍິ່ງວ່າ ສະຖານະການຂອງໂລກເຮົາຈະດີຂຶ້ນ ເພື່ອທີ່ຈະໄດ້ມີການຈັດງານດີໆແບບນີ້ຂຶ້ນອີກ ແລະ ເມື່ອປະເທດເປີດ ລາວ-ຍີ່ປຸ່ນ ຍີ່ປຸ່ນ-ລາວ ຈະໄດ້ເດີນທາງໄປມາຫາສູ່ກັນໄດ້ຄືເກົ່າ.
ເລົ່າມາກໍ່ຫຼາຍເລື່ອງລະ ແຕ່ກໍ່ຍັງບໍ່ໝົດຮອດ 10% ຂອງສິ່ງທີ່ຢາກເວົ້າ. ຫຍຸຍຍັງມີຄວາມປະທັບໃຈຫຼ໊າຍຍຢ່າງ ທັງໃນລະບຽບວິໃນ, ວັດທະນະທຳການປະຕິບັດໂຕໃນສະຖານທີ່ສ່ວນລວມ, ອາຫານການກິນ ແລະ ອື່ນໆ. ສິ່ງຕ່າງໆເຫຼົ່ານີ້ເປັນປະສົບການທີ່ດີຫຼາຍສຳຫລັບຫຍຸຍ ໃນການນຳມາປະຍຸກໃຊ້ໃນຊີວິດປະຈຳວັນ, ໃນໜ້າວຽກ ແລະ ການຢູ່ຮ່ວມກັນໃນສັງຄົມ.
ສຸດາພອນ ສີຊົມຊື່ນ (ຫຍຸຍ)
ຜູ້ປະກາດຂ່າວ ລາຍການ ສະບາຍດີເມືອງລາວ ແລະ ພິທີກອນງານ event

「日本と私」というテーマで何を書こうか長いこと悩んでいました。というのも皆さんに聞かせたいエピソード、忘れがたく刺激的な思い出が盛り沢山だからです。大好きな技術と食事で知られる日本にはぜひとも行きたいと、ずっと夢見ていました。
初めて日本に向かう前の日、神経が高ぶり、旅の行程や行く先々の食べ物について延々と思いめぐらしたことを今も覚えています。日本での最初のチャレンジは新幹線や電車を使うことでした。街の中心に大きな駅があり、多くの路線が入り組んでいて、乗り間違えると時間を無駄にしてしまいます。私が切符を買おうとすると、ほぼ毎回、駅員さんが「どちらまで行かれますか?何かお手伝いしましょうか?」と訊いてくれました。多くの人はこれを些末なことと感じるかもしれません。しかし、こうした小さな出来事こそ日本人の優しさを示すものであり、私のような外国人が安心でき、心打たれるのだと思います。
日本について私が友人によく聞かせる話題の一つが公衆トイレです。日本の公衆トイレは非常に清潔で、最先端技術を活用していることで有名です。あらゆる装置に様々な選択肢があるため、一見、複雑で難しく思えるかもしれませんが、公衆トイレに対する見方が変わるほどのインパクトがあります。
日本では食事にも技術が活用されています。例えば多くのラーメン屋の店頭に受付機が設置してあり、注文して店に入ると料理が出てくるという仕組みです。この方法は時間の節約になりますし、従業員を減らすこともできます。
もう一つ感心したのは宿のサービスです。果物をホテルの部屋に持ち込み、ナイフを貸してくれるよう電話で頼んだところ、1分もしないうちにドアがノックされ、ナイフに果物皿と予備皿、フォーク、スプーン、水用グラスを載せたトレイがテーブルに置かれました。このようなホテルの気配りが客を満足させ、評判を高めるのでしょう。
個人で訪れるだけでなく、私は光栄にも日本国大使館ならびに外務省の招へい事業により様々な街の観光地を訪れ、日本の伝統文化とポップカルチャーを体験する機会に恵まれました。最も印象に残ったのは、招待客であるか一般の旅行客であるかに関わらず、行く先々で同じように満点のもてなしを受けたことでした。おそらく日本を訪れる人々はみな私と同じように感じると思います。そして私たちがこうした姿勢を学び、自国のビジネス業界に活かすこともできるはずです。
私は、在ラオス日本国大使館が主催する「Cool & Kawaii Japan」など様々なイベントに関わる機会を頂けたことに感謝しています。現在の状況が改善され、再び大きなイベントが開催されること、そして日本・ラオス間の往来が再開されることを願うばかりです。
いろいろと述べましたが、言いたいことの10%にも足りません。日本人の規律正しさや公共スペースでの振舞い方、食事等々、印象に残ったことはまだまだあります。これらの経験は全て私の日々の暮らしや仕事、社会の一員たることに活かされています。
スダポーン・シーソムスーン(ユイ)
人気テレビ情報番組「サバイディムアンラオ」のメインキャスター。各種イベントの司会としても活躍。