ຍີ່ປຸ່ນ ແລະ ຂ້ອຍ「日本と私」 ບົວລີ ຈັນດາລາ

2021/3/24
ຕອນເລີ່ມເຂົ້າເຮັດວຽກຢູ່ສະຖານທູດ. ໃຊ້ຈັກພິມດີດ. 大使館で勤務を始めたころ。タイプライターを使用。
ກັບທ່ານທູດ ຊາໄກ ໃນພິທິມອບ-ຮັບການຊ່ວຍເຫຼືອເຂົ້າສານ. 支援米の引渡式にて、坂井大使と。
ຂ້າພະເຈົ້າ ຊື່ ບົວ​ລີ ຈັນ​ດາລາ ​ເຂົ້າ​ເຮັດ​ວຽກ​ຢູ່​ສະຖານທູດ​ຍີ່ປຸ່ນ ​ແຕ່​ວັນ​ທີ 1 ສິງຫາ 1981 ​ເຖິງວັນ​ທີ 3 ກໍລະກົດ 2013. ກ່ອນ​ຈະ​ເຂົ້າ​ເຮັດ​ວຽກ​ໄດ້​ຖືກ​ສໍາພາດ​ຄວາມ​ສາມາດ ດ້ານ​ພາສາ​ຝຣັ່ງ ​ແລະ ພາສາ​ອັງກິດ ​ເພາະ​ປີ 1981 ນັ້ນ ສະຖານທູດ​ຢາກ​ໄດ້​ຄົນຮູ້​ພາສາ​ຝຣັ່ງ. ຄຸນສົມບັດ​ແລະ​ຄວາມ​ສາມາດ​ນີ້​ແມ່ນ​ບໍ່​ມີ​ບັນຫາ​ສຳລັບ​ຂ້າພະ​ເຈົ້າ ທີ່​ໄດ້​ເລີ່​ມຮຽນ​ພາສາ​ຝຣັ່ງ​ແຕ່​ ປໍ3 ​ໂຮງ​ຮຽນ​ປະຖົມ​ສົມ​ບຸນ, ຮຽນ​ຈົບ ມໍ7 ມັດທະຍົມ​ສົມ​ບຸນ​ ​ແລະ ​ໄດ້​ຮັບ​ທຶນ​ໄປ​ຮຽນ​ຕໍ່​ອະນຸ​ປລິ​ຍາ, ປະລິນຍາ​ຕີ ​ແລະ ປະລິນຍາ​ໂທ ທີ່​ປະ​ເທດ​ຝຣັ່ງ ​ແຕ່​ປີ 1973 ​ເຖີງ 1977. ສ່ວນ​ພາສາ​ອັງກິດ ຂ້າພະ​ເຈົ້າ​ໄດ້​ເລີ່​ມຮຽນ​ແຕ່ ມໍ2 ຈົນ​ຮອດ​ມະຫາວິທະຍາ​ໄລ​ປີ​ທີ2 ປີ​ຈົບ​ອະນຸ​ປະລິນຍາ.
 
ຜູ້ທີ່ສໍາພາດຂ້າພະເຈົ້າເຂົ້າເຮັດວຽກຊື່ທ່ານຕະມຸຣະ ລາວເປັນນັກການທູດຍີ່ປຸ່ນ ທີ່ຖືກຍົກຍ້າຍຫນ້າທີ່ມາຈາກປະເທດແບນຊິກ. ການສໍາພາດແມ່ນຕອບຄໍາຖາມ ແລະ ສົນທະນາເປັນພາສາຝຣັ່ງ ຕໍ່ມາແມ່ນແປພາສາລາວເປັນພາສາຝຣັ່ງໂດຍການຂຽນ. ທ່ານຕະມຸຣະ ໄດ້ເອົາຫນັງສືພິມຂ່າວສານປະເທດລາວ ສະບັບພາສາລາວ ມາໃຫ້ແປໂດຍການຂຽນ ໂດຍເລືອກເອົາເລື່ອງການເມືອງ, ເສດຖະກິດ ແລະ ສັງຄົມ. ແປລາວເປັນຝຣັ່ງຂ້າພະເຈົ້າ​ເຄີຍແປແລ້ວຕອນຮຽນການເມືອງຢູ່ປະເທດຝຣັ່ງ ແລະ ເຄີຍແປເອກະສານຝຣັ່ງເປັນພາສາລາວເພື່ອແຕ່ງບົດສອນ ຕອນທີ່ຂ້າພະ​ເຈົ້າສອນ​ປະຫວັດສາດ​ຢູ່ ມະຫາວິທະຍາ​ໄລ​ສ້າງ​ຄູ​ວຽງ​ຈັນ (ດົງ​ໂດກ)​. ການ​ສໍາ​ພາດເປັນ​ພາສາ​ອັງກິດ​ກໍ​ແມ່ນ​ເຮັດ​ແບບ​ດຽວ​ກັນ​ກັບພາສາ​ຝຣັ່ງ. ການ​ສໍາ​ພາດຜ່ານ ຂ້າພະ​ເຈົ້າກໍ​ເລີ່​ມ​ເຮັດ​ວຽກ​ຢູ່​ສະຖານທູດ​ຍີ່​ປຸ່ນປະຈຳ ສປປ ລາວ ​ເປັນ​ເວລາ 32 ປີ ກັບ 11 ​ເດືອນ​ເຕັມ.
 
ວຽກປະຈໍາວັນຕອນເຊົ້າຂອງຂ້າພະເຈົ້າ ແມ່ນແປຫົວຂໍ້ຫນັງສືພິມລາວເປັນພາສາຝຣັ່ງ ແລະ ອັງກິດ ໃຫ້ນັກການທູດຍີ່ປຸ່ນອ່ານ ຖ້າເພີ່ນສົນໃຈເລື່ອງໃດ ກໍແປເນື້ອໃນເລື່ອງນັ້ນໃຫ້ຜູ້ທີ່ສົນໃຈອ່ານ. ອຸປະກອນການພິມທີ່ໃຊ້ໃນຊຸມປີ 1981 ແມ່ນໃຊ້ພິມດີດດ້ວຍມືໂອລິມເປຍ Olympia ຖ້າພິມຜິດໂຕຫນື່ງ ຕ້ອງໄດ້ພິມໃຫມ່ຫມົດຫນ້າ. ຕໍ່ມາສະຖານທູດຍີ່ປຸ່ນ ໄດ້ຊື້ພິມດີດໄຟຟ້າມາໃຊ້ ແລະ ໃນທີ່ສຸດການນໍາຄອມພີວເຕີ້ກໍມາເຖິງເຮັດໃຫ້ການພິມແຮ່ງໄວຂຶ້ນ ນອກຈາກປະຫຍັດເວລາແລ້ວ ຖ້າຕີໂຕໃດຜິດກໍຍັງສາມາດປ່ຽນແປງໄດ້ ກ່ອນຈະສັ່ງພິມອອກເປັນເອກະສານສົມບູນ.
 
ມາຮອດປີ 1985, ສະຖານທູດເລີ່ມໂຄງການຂະຫນາດນ້ອຍ (ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານໃນປັດ​ຈຸ​ບັນ)  ສະເຫນີໃຫ້ຂັ້ນບ້ານ, ຂັ້ນເມືອງ, ຫລືຂັ້ນແຂວງຮັບເອົາ. ສະຖານທູດຍີ່ປຸ່ນມອບຫມາຍໃຫ້ຂ້າພະເຈົ້າພົວພັນກັບຫລາຍແຂວງ ຕອບວ່າຖາມຂັ້ນເທິງເບິ່ງກ່ອນ. ຈົນຮອດປີ 1986 ພັກ ແລະ ລັດມີນະໂຍບາຍເປີດປະເທດ ຕາມແນວທາງປ່ຽນແປງໃຫມ່ ແຂວງຕ່າງໆ ຈຶ່ງກ້າຮັບການຊ່ວຍເຫລືອລ້າຂອງໂຄງການຂະຫນາດນ້ອຍ. ຂ້າພະເຈົ້າຈື່ໄດ້ວ່າ ແຂວງທໍາອິດທີ່ຮັບໂຄງການນີ້ ແມ່ນແຂວງບໍ່ແກ້ວ ໂຄງການການຂຸດນໍ້າສ້າງໃຫ້ 17 ບ້ານຂອງເມືອງຕົ້ນເຜີ້ງ. ໂຄງການດໍາເນີນໄປດ້ວຍດີ, ໃຊ້ເວລາບໍ່ເຖິງປີກໍສໍາເລັດ ປະຊາຊົນໃນບ້ານທີ່ໄດ້ຮັບໂຄງການກໍດີໃຈ ທີ່ມີນໍ້າສະອາດໄວ້ກິນໄວ້ໃຊ້. ເມື່ອແຂວງບໍ່ແກ້ວກ້າຮັບໂຄງການ ຕໍ່ມາແຂວງອື່ນໆກໍກ້າຮັບໂຄງການນີ້ ຈົນເປັນທີ່ນິຍົມມາຮອດປັດຈຸບັນ.
 
ໂຄງການໃຫຍ່ທີ່ເລີ່ມປະຕິບັດທໍາອິດ ແມ່ນໂຄງການສ້າງທ່າເຮືອຫລັກ4 ເພື່ອອຳນວຍຄວາມສະດວກໃຫ້ເຮືອໃຫຍ່ມາຈາກສະຫວັນນະເຂດ, ຫລວງພະບາງ ຫລື ບໍ່ແກ້ວ ສາມາດຂົນສົ່ງສິນຄ້າມານະຄອນຫລວງວຽງຈັນ ເພາະວ່າເວລານັ້ນ ເສັ້ນທາງ 13 ໃຕ້ ແລະ ເຫນືອ ຍັງເປັນເສັ້ນທາງດິນແດງ ແລະບໍ່ມີຂົວຂ້າມແມ່ນໍ້າຕ່າງໆ ທີ່ໄຫລຕັດເສັ້ນທາງ. ໃນຊຸມປີຕໍ່ມາ ກໍແມ່ນໂຄງການສ້າງສະຖານີລົດເມຢູ່ຕະຫລາດຫນອງຈັນ ແລະ ໂຮງງານສ້ອມແປງລົດເມຢູ່ຫລັກ3 ຖະຫນົນທ່າເດື່ອນະຄອນຫລວງວຽງຈັນ; ໂຄງການມອບລົດເມ ແລະ ລົດແກ່ຂີ້ເຫຍື້ອນະຄອນຫລວງວຽງຈັນ, ໂຄງການສ້າງສະຖານີສົ່ງໄຟຟ້າ ນະຄອນຫລວງວຽງຈັນ, ໂຄງການສ້າງຂົວຂ້າມແມ່ນໍ້າຕ່າງໆ ທີ່ໄຫລຕັດເສັ້ນທາງເລກທີ 13 ໃຕ້; ໂຄງການສ້າງຊົນລະປະທານຢູ່ແຂວງສະຫວັນນະເຂດ, ໂຄງການປັບປຸງເສັ້ນທາງເລກ9, ໂຄງການສ້າງຂົວຂ້າມແມ່ນໍ້າຂອງຢູ່ປາກເຊ, ໂຄງການປັບປຸງສະຫນາມບິນສາກົນວັດໄຕ. ລວມມູນຄ່າໂຄງການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນມອບໃຫ້ລັດຖະບານລາວທັງຫມົດແຕ່ລະປີ ປະມານ 80 ຫາ 120 ລ້ານໂດລາສະຫະລັດ ໂດຍປະຕິບັດຫລັກການມູນຄ່າຂອງປີນີ້ ບໍ່ໃຫ້ລື່ນມູນຄ່າຂອງປີທີ່ຫາກໍ່ຜ່ານມາຄູນໃຫ້ສອງ.

ຕະຫລອດເວລາ 32 ປີ ກັບ 11 ເດືອນ ທີ່ຂ້າພະເຈົ້າເຮັດວຽກຢູ່ສະຖານທູດຍີ່ປຸ່ນ ມີເອກອັກຄະລາຊະທູດຍີ່ປຸ່ນ ມາປະຈໍາຢູ່ລາວຈຳນວນ 13 ທ່ານ ຍິງ 1 ທ່ານ; ໂດຍສະເພາະຂ້າພະເຈົ້າຈື່ໄດ້ດີທ່ານມິໂນຣຶ ຕາເກດະ, ທູດຜູ້ທຳອິດທີ່ຂ້າພະເຈົ້າເຮັດວຽກນຳ, ແລະ ທ່ານນາງຈຸນໂກະ ໂຢໂກຕະ, ທູດຜູ້ສຸດທ້າຍທີ່ຂ້າພະເຈົ້າເຮັດວຽກນຳ. ພະນະທ່ານທູດທີ່ຂ້າພະເຈົ້າໄດ້ເຮັດວຽກນຳໃກ້ສິດທີ່ສຸດ ມີທ່ານຮິໂຣະໂອມິ ຊະໄກ. ທູດວາດະ ແລະ ພັນລະຍາ ເປັນຜູ້ສາມາດພົວພັນການນໍາຂັ້ນສູງຂອງລາວຫລາຍໆທ່ານ ໂດຍການເຊີນຕີກ໊ອຟຕອນເຊົ້າວັນອາທິດຕອນເຊົ້າ ແລະ ເຊີນຮັບປະທານອາຫາທ່ຽງພ້ອມ ເວລາຮັບປະທານອາຫານທ່ຽງທີ່ບ້ານພັກທູດ ເພີ່ມກໍເຊີນພັນລະຍາບັນດາທ່ານການນຳຂັ້ນສູງເຫລົ່ານັ້ນດ້ວຍ. ແລະ ທູດມິຢະໂມໂຕະ ແລະ ພັນລະຍາ ມິກິດຈະກຳກັບສະຖານທູດຕ່າງໆ ອັນເດັ່ນທີ່ສຸດແມ່ນການແຂ່ງເຕັນນິສ  ຂ້າພະເຈົ້າເຄີຍເຂົ້າຮ່ວມແຂ່ງຂັນເຕັນນິສນໍາເພີ່ນ ຢູ່ສະຖານທູດອົສຕຣາລີ ຫລັງເກົ່າ ແລະ ໄດ້ຮັບລາງວັນ ແລະ ໃບຢັ້ງຢືນການເຂົ້າຮ່ວມແຂ່ງຂັນ.

ການເຮັດວຽກຂອງຂ້າພະເຈົ້າຢູ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ເປັນການປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດຍີ່ປຸ່ນ ແລະ ສປປ ລາວ ດີຂຶ້ນເທື່ອລະກ້າວ ຈະຮອດຂັ້ນຮ່ວມມືຍຸດທະສາດຮອບດ້ານ. ເພື່ອຊົມເຊີຍການປະກອບສ່ວນຂອງຂ້າພະເຈົ້າດັ່ງກ່າວ ລັດຖະບານຍີ່ປຸ່ນກໍໄດ້ຂໍອະນຸຍາດນຳລັດຖະບານ ສປປ ລາວ ປະດັບລຽນໄຊແສງເງິນແສງຄຳແຫ່ງດວງອາທິດ ໃຫ້ແກ່ຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍສະແດງຄວາມຂອບໃຈມາຍັງສະຖານທູດຍີ່ປຸ່ນ ທີ່ໄດ້ໃຫ້ໂອກາດຂ້າພະເຈົ້າເຮັດວຽກ, ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ກະຊວງການຕ່າງປະເທດແຫ່ງ ສປປ ລາວ ທີ່ອະນຸຍາດໃຫ້ຂ້າພະເຈົ້າ ເຂົ້າເຮັດວຽກໃນສະຖານທູດຍີ່ປຸ່ນດັ່ງທີ່ກ່າວມາ. ຂໍຈົບບົດຂຽນ.
 

ບົວລີ ຈັນດາລາ
ເກີດໃນປີ 1953 ຢູ່ທີ່ ນະຄອນຫຼວງວຽງຈັນ. ເຮັດວຽກຢູ່ພະແນກຮ່ວມມືເສດຖະກິດໃນສະຖານທູດຍີ່ປຸ່ນປະຈໍາລາວ ເປັນເວລາຫຼາຍກວ່າ 32 ປີ. ໄດ້ຮັບ ຫຼຽນໄຊແສງເງິນແສງຄໍາແຫ່ງດວງອາທິດ ປີ 2013.
ພິທີເຊັນສັນຍາການຊ່ວຍເຫຼືອລ້າ ກັບທ່ານທູດ ມິຢະໂມໂຕະ. 資金協力の署名式。宮本大使と。
ພິທີມອບຫຼຽນໄຊ ກັບທ່ານທູດ ກິຊີໂນະ. 叙勲授与式。岸野大使と。
私はブアリー・チャンダラー,1981年8月1日から2013年7月3日まで在ラオス日本国大使館で勤務していました。採用に際し、仏語能力を持つ職員が求められていたため、仏語と英語の試験を受けました。私は小学3年から中等7年まで仏語を勉強し、卒業後1973年から1977年までフランスに留学、ディプロマと学士,修士を取得したのと、英語も中等2年からディプロマ修了まで学んでいたので試験は全く問題ありませんでした。
 
私を面接した田村氏は、ベルギーから転勤してきた外交官でした。試験は仏語による質疑応答と、ラオス語の文章を仏語に翻訳するというもので、田村氏はラオス語新聞「パテトラオ通信」から政府、経済、社会のニュースを選んできました。ラオス語から仏語への翻訳は留学中に経験しましたし、ドンドーク教員養成学校で歴史を教えていた頃に仏語をラオス語に訳したこともありました。英語の試験も同様に行われ、結果、採用が決まり、私は32年と11カ月、大使館で務めることになりました。
 
毎朝の私の業務は新聞のヘッドラインを英語と仏語に訳し、日本人外交官が興味をもった記事を翻訳することでした。1981年当時使っていたのはオリンピアのタイプライターで、一文字打ち間違えると1ページ全部打ち直す必要がありました。その後、電子タイプライター、さらにコンピューターが導入されると印刷速度が増すだけでなく、印刷前にタイプミスを修正することができるようになりました。
 
1985年から小規模資金協力(現在の「草の根無償資金協力」)が始まり、村レベル、郡レベル、県レベルに通達することになりました。私は各県・各郡に連絡を取りましたが、どこも初めは様子見の構えでした。1986年以降、党政府が新思考政策のもと対外開放方針を打ち出すと、各県も支援に前向きになりました。私の記憶によれば、最初に支援を受けたのはボケーオ県で、トンプン郡に17か所の井戸ができました。この案件は順調に実施され、清潔な水を使えるようになった住民たちは大喜びでした。以後、その他の県でも多くの草の根無償案件が実施されて現在に至ります。
 
私が関わった初めての大規模案件は、4km地点に港湾を建設し、サワンナケートやルアンパバーン、ボケーオなどからビエンチャンに貨物を運ぶ大型船の利便向上を図るものでした。というのも当時、国道13号線は未舗装で何か所も河川によって寸断されていたからです。その他、ノンチャン市場付近のバスステーションやタードゥア通り3km地点のバス修理施設建設、ビエンチャン市に対するバスや廃棄物収集運搬車の寄贈、市内送電局の設置、13号線への架橋、サワンナケートでの灌漑整備、国道9号線整備、ワッタイ空港建設、パクセーでのメコン架橋建設など多くの案件に関わりました。この頃の日本政府による対ラオス支援は年間約8,000万ドルから1億2,000万ドル、次の年の支援が前年を下回るということはありませんでした。
 
32年と11カ月の間、大使館には男性13名、女性1名の大使が着任しました。特に忘れがたいのは私が勤め始めた当時の武田大使、私が退職する前の横田大使、一番親しくさせていただいた坂井大使、それに、和田大使ご夫妻はラオスの上層部と親交が深く、日曜の朝に夫人ともども要人を招いてゴルフと朝食を楽しむのが常でした。また、宮下大使ご夫妻は他の外交団と様々な催しを企画され、私もオーストラリア大使館で行われたテニス大会に出場し、メダルと表彰状をいただきました。
 
私の大使館での仕事は、日ラオスが戦略的パートナーシップを結ぶに至る友好協力関係増進の一端を担うものです。その功績に報いるため、日本政府はラオス政府の許可を得て瑞宝双光章を授与してくださいました。私を勤務させてくれた日本国大使館、そして私が大使館で働くことを許可してくれたラオス外務省に感謝申し上げます。

 
ブアリ―・チャンダラー
1953年生まれ、ビエンチャン市出身。在ラオス日本国大使館で30年間以上にわたり経済協力班の業務に従事。2013年に瑞宝双光章を受勲。