ລາວ ແລະ ຂ້ອຍ「ラオスと私」ຄາວາດະ ຄາຊຶໂນລິ 川田一徳

2021/3/22
ການແຂ່ງຂັນເວົ້າພາສາຍີ່ປຸ່ນໃນປີ 2017 2017年 日本語スピーチ大会
ພິທີມອບລາງວັນຮອນດາປະຈຳປີ2016 2016年 ホンダ財団YES奨励賞授与式
ຂ້າພະເຈົ້າເຄີຍໄດ້ມາປະຈໍາການຢູ່ລາວ 3 ຄັ້ງໃນນາມພະນັກງານວິຊາການດ້ານພາສາຂອງກະຊວງການຕ່າງປະເທດ. ຢູ່ທີ່ນັ້ນ ຂ້າພະເຈົ້າໄດ້ມີປະສົບການທີ່ມີຄຸນຄ່າຫຼາຍ ກໍ່ຄືການເຮັດວຽກຮ່ວມກັນກັບບັນດາຄົນລາວ ເຊິ່ງເປັນຜູ້ທີ່ມີເປົ້າໝາຍເພື່ອການພັດທະນາ. ຖ້າຫວນເບິ່ງຄືນແລ້ວມາຮອດປັດຈຸບັນນີ້ ຄວາມຄືບໜ້າໃນການປ່ຽນແປງຂອງເສດຖະກິດ, ສັງຄົມ ແລະ ການປ່ຽນແປງໃນລະດັບສາກົນແມ່ນມີສິ່ງທີ່ໜ້າປະທັບໃຈ ແລະ ໃນຊ່ວງນີ້ຂ້າພະເຈົ້າກໍ່ມີຄວາມຮູ້ສຶກທີ່ພິເສດ ໃນການທີ່ປີນີ້ເປັນປີຄົບຮອບ65ປີ, ກ່ຽວກັບການຮ່ວມມືມິດຕະພາບລະຫວ່າງຍີ່ປຸ່ນ ແລະ ລາວໄດ້ມີຄວາມຮັດແໜ້ນຂຶ້ນ.
 
ປະເທດລາວບໍ່ແມ່ນປະເທດທີ່ສ້າງຊື່ຢ່າງກ້ວາງຂວາງໃນການຕະຫຼາດໂລກ ໃນດ້ານການສົ່ງອອກຊັບພະຍາກອນທໍາມະຊາດ ເຊັ່ນແຮ່ທາດເປັນຕົ້ນ, ນອກຈາກນີ້, ຍັງບໍ່ແມ່ນປະເທດທີ່ສະແດງຄວາມເປັນຜູ້ນໍາທີ່ໂດ່ງດັງໃນແຖວໜ້າ ຂອງກຸ່ມປະເທດທີ່ກໍາລັງພັດທະນາ, ອາດຈະແມ່ນປະເທດທີ່ຂ້ອນຂ້າງໂດດເດັ່ນຍາກໃນໂລກ. ແຕ່ວ່າ ປະເທດລາວແມ່ນປະເທດທີ່ມີຄວາມໜ້າສົນໃຈຫຼາຍ, ມັນ​ເບິ່ງ​ຄື​ວ່າຄົນທີ່ເຄີຍໄດ້ສໍາຜັດກັບປະເທດລາວ, ທັງຄົນຍີ່ປຸ່ນ ແລະ ຄົນຈາກປະເທດອື່ນໆກໍ່ອາດຈະຮູ້ສຶກເຊັ່ນກັນກໍ່ຕາມ, ປະຊາຊົນ ແລະ ທຳມະຊາດທີ່ເປັນຕົວແທນໂດຍແມ່ນໍ້າຂອງໄດ້ນຳຄວາມອົບອຸ່ນພິເສດມາສູ່ຫົວໃຈຂອງພວກເຮົາ ແລະ ປະເທດລາວໄດ້ຮັບການຮ່ວມມືຂອງບັນດາປະເທດທີ່ເຂົ້າໃຈຄຸນງາມຄວາມດີດັ່ງກ່າວ ຈົນສ້າງຄວາມກ້າວໜ້າຂອງການພັດທະນາ. ໂດຍສະເພາະກ່ຽວຂ້ອງກັບຍີ່ປຸ່ນ ແມ່ນໄດ້ເລີ່ມການປະຕິຮູບເສດຖະກິດໃນທ້າຍຊຸມປີ 1980, ໄດ້ເພີ່ມທະວີການພົວພັນກັບຍີ່ປຸ່ນຂຶ້ນ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ "ຮຽນຮູ້ຈາກປະເທດຍີ່ປຸ່ນ." ໃນໄລຍະດັ່ງກ່າວ, ຍີ່ປຸ່ນກາຍເປັນປະເທດໃຫ້ການຊ່ວຍເຫຼືອຫຼ້າຈາກລັດຖະບານ(ODA) ຫຼາຍທີ່ສຸດໃຫ້ແກ່ລາວ. ເຖິງແມ່ນວ່າປະເທດລາວໄດ້ຮຽນຢ່າງຈິງຈັງ ຜ່ານການພັດທະນາຊັບພະຍາກອນມະນຸດ ແລະ ການສະໜອງທາງດ້ານເຕັກໂນໂລຢີຈາກຍີ່ປຸ່ນກໍ່ຕາມ, ປະເທດຍີ່ປຸ່ນຍັງມີສິ່ງທີ່ຮຽນຮູ້ຢ່າງຫຼວງຫຼາຍຈາກລາວເຊັ່ນກັນ.
 
ຂ້າພະເຈົ້າກໍ່ໄດ້ຮຽນຮູ້ຫຼາຍອັນຜ່ານປະເທດລາວ. ອັນທີ 1 ແມ່ນຕາມທີ່ກ່າວມາຂ້າງເທິງແມ່ນຄວາມວິເສດຂອງປະເທດລາວເອງ. ອັນທີ 2, ຕາມມຸມມອງທາງດ້ານພູມສາດແລ້ວ, ແມ່ນຄວາມສຳຄັນໃນການຕຶກຕອງເບິ່ງກ່ຽວກັບປະເທດລາວໃນໃນການພົວພັນກັບບັນດາປະເທດທີ່ໃກ້ຄຽງ. ອັນທີ 3, ແມ່ນການມີປັນຍາໃນການຮັກສາປະເທດຊາດທີ່ມີແຜ່ນດິນໃຫຍ່ຄືກັບເກາະໃຫຍ່ຂອງຍີ່ປຸ່ນຢ່າງໝັ້ນຄົງ ໃນຈໍານວນປະຊາກອນບໍ່ເທົ່າໃດລ້ານຄົນ, ແລະ ໃນການມີກໍາລັງທະຫານ ແລະ ກໍາລັງເສດຖະກິດທີ່ບໍ່ຫລາຍ. ນອກຈາກນັ້ນ, ເພື່ອເພີ່ມເຂົ້າໃນມຸມມອງຂອງອັນທີ 2 ຂ້າງເທິງ, ເຖິງແມ່ນວ່າປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ອ້ອມຮອບດ້ວຍ 5 ປະເທດຄື: ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນກໍ່ຕາມ, ຍ້ອນປະເທດຕັ້ງຢູ່ທັງເທິງດິນແດນ ທັງດ້ານພູມສາດ ແລະ ທາງດ້ານການເມືອງທີ່ເຮັດໃຫ້ມີຄວາມເປັນມິດຕໍ່ກັນໄດ້, ຂ້າພະເຈົ້າຄິດວ່າ ຄວາມສາມາດຂອງປະເທດລາວໃນການປັບຕົວເຂົ້າກັບຄວາມສັບສົນຂອງສາຍພົວພັນທາງການທູດເຊັ່ນ ລະບົບສົມຜົນມີ 6 ຕົວປ່ຽນແປງລວມທັງປະເທດລາວເອງ ສົມຄວນໄດ້ຮັບການເບິ່ງ ແລະ ຮັບຮູ້.
 
ສະພາບການໂລກໃນປະຈຸບັນ ພາຍໃຕ້ໂລກາພິວັດ ກຳລັງມີການປ່ຽນແປງທີ່ບໍ່ສາມາດຖືກເຂົ້າໃຈໄດ້ ໃນຂອບເຂດແບບດັ້ງເດີມ. ໃນສະພາບການດັ່ງກ່າວ, ການເຕົ້າໂຮມ ແລະ ການຮ່ວມມືທາງດ້ານສະຕິປັນຍາ ລະຫວ່າງບັນດາປະເທດແມ່ນມີຄວາມຈຳເປັນຫຼາຍຂື້ນ. ຂ້າພະເຈົ້າຫວັງວ່າ ຍີ່ປຸ່ນ ແລະ ລາວຈະຮ່ວມມືກັນຕື່ມອີກ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຈະສືບຕໍ່ໄປເປັນເວລາ 5 ປີ, 10 ປີ ແລະ ກ້າວໄປຂ້າງໜ້າຄົບຮອບ 100 ປີ.

 
ຄາວາດະ ຄາຊຶໂນລິ 
ເຂົ້າກະຊວງການຕ່າງປະເທດຂອງປະເທດຍີ່ປຸ່ນປີ 1979 ແລະ ອອກບໍານານ ປີ 2019. ປະຈໍາການຢູ່ລາວ (ປີ1981~84, 2001~2004, 2016~2017), ໄທ (ປີ1989~92, 2017~2019), ນອກຈາກນີ້ຍັງເຄີຍໄປປະຈໍາການຢູ່ທີ່ປະເທດ ປາປົວກິນີ, ອາເມຣິກາ ແລະ ການາດາ. ຢູ່ໃນສໍານັກງານໃຫຍ່ຂອງກະຊວງ ໄດ້ເຮັດວຽກໃນກົມອາຊີ  (ພະແນກທີ1 ອາຊີຕາເວັນອອກສຽງໃຕ້), ກົມຮ່ວມມືສາກົນ ພະແນກຮ່ວມມືການຊ່ວຍເຫຼືອລ້າ (ກົມຮວ່ມມືເສດຖະກິດເກົ່າ), ຫ້ອງການຄຸ້ມຄອງການປະຕິບັດງານ ເປັນຕົ້ນ.
ການແຂ່ງຂັນຫຸ່ນຍົນໃນປີ 2016 2016年 ロボットコンテスト
ການແຂ່ງຂັນເວົ້າພາສາຍີ່ປຸ່ນໃນປີ 2017 2017年 日本語スピーチ大会
私は外務省専門職職員としてラオスに三回勤務しました。そこでは発展を目指すラオスの人達と共に働くという大変貴重な経験をさせて頂きました。これまでのラオスの経済、社会の変化や国際化への進展を振り返れば本当に感慨深いものがあります。そしてこの間、日本とラオスの友好協力関係が積み重ねられ、今年が65周年となることについては格別の感があります。
 
ラオスは鉱物などの天然資源輸出で世界市場に大きく名を馳せる国でもなく、また、途上国グループの最先頭で声高にリーダーシップを示す国でもない、世界的には少し目立ちにくい国かもしれません。しかし、ラオスに触れたことのある人は、日本人はもちろん、他の国の人でも同様に感じるところがあるようですが、この国は、人々やメコン河に代表される自然が私達の心に特別な温かさをもたらしてくれる、大変魅力的な存在感のある国です。そしてそのような徳を理解する国々の協力を得て発展を進めてきたのです。特に日本との関係では1980年代の後半からは経済改革を進め始め、首相の「日本に学べ 」との指揮の下で対日関係の強化が図られました。この時期日本は対ラオス政府開発援助(ODA)の最大の供与国となりました。ラオスは日本からの人材育成、技術供与で真剣に学びましたが、日本側も多々学ぶところがありました。
 
私もラオスを通して様々なことを学びました。一つ目は前述のとおりラオス自体の素晴らしさです。二つ目は地政学的な視点ですが、ラオスの近隣諸国との関係の中でラオスの動向をとらえること。三つ目は、人口数百万人程度で特に大きな軍事力、経済力も無い中で日本の本州と同じくらい広い面積の国土を有し堅実に国家を維持するラオスの叡智です。なお、上記の二つ目の観点について若干補足しますと、ラオスは内陸国でタイ、ベトナム、カンボジア、ミャンマー、中国の5カ国に囲まれた国ですが、地勢上、また地政学的にも緩衝的な位置にあることから、ラオス自身を加えて6つの変数を含む連立方程式のような外交関係の複雑さに対応するラオスの柔軟な適応力には見るべきものがあると思いました。
 
現在の世界情勢はグローバリズムの下で従来の枠組みでは捉えきれない変化が起きています。このような時こそ各国間の叡智の結集と協力が益々必要となります。日本とラオスも一層協力し学び合い、両国の友好関係が更に5年、10年と積み重なり100周年へと前進して行くことを期待致します。

 
川田一徳
1979年外務省入省、 2019年退官。ラオス(1981~84年、2001~2004年、2016~2017年)、タイ(1989~92年、2017~2019年) の他、パプア・ニューギニア、米国、カナダで勤務。本省では、アジア局(南東アジア第一課)、国際協力局無償資金協力課(旧経済協力局)、事業管理室等で勤務。