ລາວ ແລະ ຂ້ອຍ「ラオスと私」 ນີຊິມຸຣະ ຢູກິ 西村祐輝

2021/3/31
ຖ່າຍກັບໝູ່ທີ່ສະນິດໃນມະຫາວິທະຍາໄລ. 大学の親しい友人と。
ບັນຍາກາດເຂົ້າຮ່ວມງານບາສີສູ່ຂັວນ. ເປັນຊ່ວງເວລາທີ່ຮູ້ສຶກເຖິງໄດ້ໃນຄວາມເຫັນອົກເຫັນໃຈ ແລະ ຄວາມອົບອຸ່ນຂອງຄົນລາວ. バーシー式に参加した時の様子。ラオスの人々の思いやりや温かさを感じる瞬間。
ຂ້ອຍໄດ້ຮູ້ຈັກປະເທດລາວແມ່ນຕ້ອງຍ້ອນເວລາຄືນໄປ 3 ປີເຄິ່ງ. ມັນໄດ້ເລີ່ມຕົ້ນຕັ້ງແຕ່ຕອນທີ່ຂ້ອຍໄດ້ຖືກບອກວ່າ ໃຫ້ເປັນວິຊາການທາງດ້ານພາສາລາວ ໃນຕອນທີ່ສໍາພາດຮອບສຸດທ້າຍ ຂອງການສອບເສັງເຂົ້າກະຊວງການຕ່າງປະເທດ. ໃນຕອນນັ້ນຄວາມຮູ້ສຶກທີ່ແທ້ຈິງຂອງຂ້ອຍແມ່ນ “ຕື່ນເຕັ້ນ”. ຂ້ອຍຮູ້ສຶກວ່າມີຄວາມສຸກຫຼາຍ ທີ່ມີໂອກາດໄດ້ຮຽນພາສາໃໝ່ ແລະ ຮຽນຮູ້ຢ່າງເລິກເຊິ່ງໃນວັດທະນະທໍາຂອງປະເທດນັ້ນ.
 
ເຖິງແມ່ນວ່າ ຂ້ອຍບໍ່ຮູ້ຫຍັງກ່ຽວກັບປະເທດລາວເລີຍກໍ່ຕາມ. ສິ່ງທີ່ຂ້ອຍຮູ້ແມ່ນມີແຕ່ ທີ່ຕັ້ງຂອງປະເທດຢູ່ໃນແຜນທີ່ ແລະ ຊື່ຂອງເມືອງຫຼວງ. ຫຼັງຈາກທີ່ຂ້ອຍໄດ້ຜ່ານການສອບເສັງແລ້ວ, ຂ້ອຍໄດ້ຄິດເລີ່ມຮຽນພາສາລາວໃນໄລຍະເວລາປະມານເຄິ່ງປີ ຈົນເຂົ້າກະຊວງ,  ຂ້ອຍໄດ້ໄປຮ້ານຂາຍປື້ມທີ່ໃຫຍ່ທີ່ສຸດຢູ່ໂຕກຽວ ແລະ ມຸ່ງໜ້າໃສ່ບ່ອນທີ່ມີປື້ມກ່ຽວກັບປະເທດອາຊີຕາເວັນອອກສຽງໃຕ້. ມັນມີແຕ່ປື້ມພາສາຂອງປະເທດອິນໂດເນເຊຍ, ໄທ, ຫວຽດນາມ ແລະ ອື່ນໆ ທີ່ເປັນບັນດາປະເທດທີ່ຄົນຍີ່ປຸ່ນຄຸ້ນເຄີຍລຽນກັນເຕັມ. ເວົ້າເລື່ອງປື້ມກ່ຽວກັບລາວແລ້ວ... ກໍ່ມີຢູ່. ມີແຕ່ 3 ເຫຼັ້ມ.  ນອກນັ້ນ, 1 ໃນ 3 ເຫຼັ້ມແມ່ນປື້ມທີ່ເກົ່າຫຼາຍ ເຊິ່ງໄດ້ພິມອອກເປັນເວລາຫຼາຍປີກ່ອນໜ້ານີ້, ຢູ່ດ້ານຫຼັງຂອງປື້ມມີຕົວໜັງສືທີ່ຂຽນໃສ່ວ່າ: “ລາຄາ 4.000 ເຢນ, ສ່ວນກາແຊັດ ແມ່ນແຍກຂາຍ“.   ຕອນນັ້ນຂ້ອຍເລີຍໄດ້ຊື້ແຕ່ 2 ເຫຼັ້ມອື່ນ, ຂ້ອຍຍັງແປກໃຈກັບຈໍານວນຂອງປື້ມທີ່ມັນມີໜ້ອຍຫຼາຍ. 
 
ຫຼັງຈາກນັ້ນ ຂ້ອຍກໍ່ໄດ້ເລີ່ມຕົ້ນກັບບັນດາມື້ທີ່ລໍາບາກໃນພາສາລາວ ທີ່ມີການຮຽບຮຽງສໍານຽງທີ່ຕ່າງກັນຫຼາຍ ໂດຍອີງໃສ່ປື້ມ 2 ເຫຼັ້ມດັ່ງກ່າວ, ທຽບໃສ່ພາສາຍີ່ປຸ່ນ ລວມທັງພາສາອັງກິດນໍາ. ຫຼັງຈາກທີ່ໄດ້ເຂົ້າກະຊວງແລ້ວ, ໃນຕອນເຊົ້າຂອງທຸກໆ 2 ມື້ ໃນ 1 ອາທິດ ຂ້ອຍມີໂອກາດໄດ້ຮັບການສອນໂດຍກົງ ຈາກອາຈານຄົນຍີ່ປຸ່ນ ຜູ້ທີ່ມີຄວາມຮູ້ຮອບດ້ານ, ອາຈານຄົນລາວທີ່ເຮັດວຽກກ່ຽວກັບການແປພາສາຍີ່ປຸ່ນ-ລາວ ແລະ ອາຈານຄົນລາວທີ່ມາຈາກມະຫາວິທະຍາໄລແຫ່ງຊາດ, ເຊິ່ງລວມມີທັງໝົດ 5 ທ່ານ, ຂ້ອຍໄດ້ເລີ່ມຮຽນພາສາລາວ ເຊິ່ງເລີ່ມຈາກຄໍາສັບທັກທາຍ “ສະບາຍດີ” ແລະ ຕົວໜັງສືເລີ່ມຈາກຕົວ ກ. ຕໍ່ຈາກນັ້ນປະມານ 1 ປີ ຂ້ອຍສືບຕໍ່ຮຽນພາສາລາວຢູ່ຍີ່ປຸ່ນ ແລະ ໄດ້ມາລາວເປັນຄັ້ງທໍາອິດ ໃນປີ 2019. ແລະ ມາຮອດດຽວນີ້ປະມານ 1 ປີ ກັບ 6 ເດືອນ, ເຊິ່ງຂ້ອຍໄດ້ໄປຝຶກອົບຮົມຢູ່ທີ່ພາກວິຊາພາສາລາວ-ວັນນະຄະດີ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ 1 ປີ ແລະ ຢູ່ທີ່ພາກວິຊາລັດຖະສາດ ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລດັ່ງກ່າວ  6 ເດືອນ. 
 
ໃນ 3 ປີ ເຄິ່ງໃນເມື່ອກ່ອນ ຂ້ອຍໄດ້ຮູ້ຈັກກັບປະເທດລາວເປັນຄັ້ງທໍາອິດ, ຖ້າມາເບິ່ງຄືນແລ້ວ, ຂ້ອຍທັງປັບປຸງຄວາມຮູ້ທາງດ້ານພາສາ ແລະ ຂ້ອຍຮູ້ສຶກວ່າຂ້ອຍມັກປະເທດລາວ ລວມທັງ ຄົນລາວພ້ອມ. ນັ້ນແມ່ນຍ້ອນວ່າຂ້ອຍໄດ້ສໍາຜັດໃນການດູແລ ແລະ ຄວາມອົບອຸ່ນໃນແຕ່ລະວັນທີ່ສາມາດເບິ່ງເຫັນໄດ້ຈາກຄໍາເວົ້າ ແລະ ການກະທໍາຂອງຄົນລາວ. ການສະແດງອອກທາງດ້ານພາສາທີ່ຫຼາກຫຼາຍ ເຊິ່ງລວມທັງຄວາມເຄົາລົບ ແລະ ຄວາມຮັກແພງຂອງຄົນອື່ນ. ເໝືອນດັ່ງຄໍາສຸພາສິດທີ່ວ່າ: ບົດຮຽນນັ້ນຍັງມີຊີວິດຢູ່, ເຊິ່ງໄດ້ຖືກສືບທອດກັນມາ ແຕ່ສະໄໝທີ່ຍັງບໍ່ທັນມີກົດໝາຍ. ການເຄົາລົບອາຈານກ່ອນເລີ່ມການສອນທີ່ພວກເຮົາຄົນຍີ່ປຸ່ນໄດ້ເຊົາປະຕິບັດໄປໃນເວລາເລື່ອນຊັ້ນນັ້ນ, ນັກສຶກສາລາວທຸກຄົນຕ້ອງຢືນ ແລະ ທໍາການເຄົາລົບອາຈານນັບຕັ້ງແຕ່ປີທີ 1 ເຖິງ ປີທີ 4. ນອກຈາກນີ້, ເຖິງແມ່ນວ່າ ມັນບໍ່ມີຄວາມສິ້ນສຸດ ເມື່ອເວົ້າເຖິງມົນສະເໜ່ໃນພາສາ ແລະ ວັດທະນະທໍາລາວແລ້ວ, ແຕ່ສິ່ງທີ່ຂ້ອຍຮູ້ສຶກທັງໝົດແມ່ນ ລາວ ແລະ ຍີ່ປຸ່ນ ມີຄວາມຄ້າຍຄືກັນຫຼາຍ ໃນຄວາມອຸດົມສົມບູນທາງດ້ານຈິດໃຈ ກໍ່ຄື “ຄວາມເຫັນອົກເຫັນໃຈກັນ” ແລະ “ຄວາມເຄົາລົບ” ເປັນຕົ້ນ, ນອກຈາກນັ້ນ ຂ້ອຍເອງຍັງເຊື່ອວ່າ ຍ້ອນວ່າ 1 ປີເຄິ່ງທີ່ຜ່ານມາ ນັບຕັ້ງແຕ່ມື້ທີ່ເລີ່ມໃຊ້ຊີວິດເປັນຄັ້ງແລກໃນລາວຂອງຂ້ອຍນີ້ ຈົນຮອດດຽວນີ້ ຂ້ອຍບໍ່ຮູ້ສຶກວ່າມີຫຍັງທີ່ແຕກຕ່າງ ແລະ ຫຍຸ້ງຍາກເລີຍ.  
 
“ເພື່ອຮອຍຍີ້ມຂອງທັງສອງຝ່າຍ”. ນີ້ແມ່ນຄໍາຂັວນຂອງຂ້ອຍ ຕັ້ງແຕ່ຕອນທີ່ຂ້ອຍໄດ້ເປັນນັກການທູດ. ຂ້ອຍມັກລາວໃນຫຼາຍໆເລື່ອງທີ່ໄດ້ພົບ ແລະ ໂອກາດຕ່າງໆຢູ່ໃນລາວຈົນຮອດດຽວນີ້. ຂ້ອຍມີຄວາມຕັ້ງໃຈ ໃນການປະກອບສ່ວນຢ່າງໜັກແໜ້ນ ອີກ 40 ປີ ຕໍ່ໜ້າໃນຊີວິດນັກການທູດຂອງຂ້ອຍ, ເພື່ອໃຫ້ບັນດາຄົນລາວ, ບັນດາຄົນຍີ່ປຸ່ນນອກຈາກຕົວຂ້ອຍ ໃນຕໍ່ໜ້າໄດ້ຮູ້ຈັກຢ່າງເລິກເຊິ່ງໃນທັງສອງປະເທດໂດຍເລີ່ມຈາກພາສາ, ຮູ້ສຶກເຖິງມົນສະເໜ່ ແລະ ຮູ້ສຶກເຖິງຄວາມສະຫງົບຂອງກັນ ແລະ ກັນ, ນອກຈາກນີ້ຂໍໃຫ້ທັງສອງປະເທດຈົ່ງມີແຕ່ຮອຍຍີ້ມໃນອະນາຄົດ. 

 
ນີຊິມຸຣະ ຢູກິ
ຮອງເລຂາສະຖານທູດຍີ່ປຸ່ນປະຈໍາສປປ ລາວ (ພະນັກງານຝຶກອົບຮົມພາສາ). ອາໄສຢູ່ລາວເປັນປີທີ 2. ຄໍາສຸພາສິດທີ່ມັກແມ່ນ “ເຖິງເຈົ້າຈະສູງພຽງຟ້າ ແຕ່ຢ່າລືມວ່າເຈົ້າມາຈາກໃສ”.
ບັນຍາກາດການຮຽນພາສາລາວຢູ່ເຮືອນ. ບໍ່ແມ່ນແຕ່ການຮຽນພາສາເທົ່ານັ້ນ, ຮຽນກ່ຽວກັບວັດທະນະທໍາ ແລະ ວິທີຄົ້ນຄິດ, ແມ່ນຊ່ວງເວລາທີ່ສໍາຄັນ. 家庭教師からラオス語を学ぶ様子。語学のみならず、文化や考え方についても学ぶ、大切な時間。
ວັດຈະນານຸກົມທີ່ມັກໃຊ້。ຢາກໃຫ້ສະບັບປັບປຸງໃຫມ່ຂອງວັດຈະນານຸກົມສີສົ້ມ ລາວແປລາວ (ພິມປີ2013)ນີ້ ໄດ້ພິມອອກມາໃໝ່. 愛用する辞書。オレンジ色のラオ-ラオ辞典(2013年版)の改訂版が出版されることを切望。
ラオスとの出会いはさかのぼること3年半。外務省採用試験の最終面談でラオス語を専門とするよう言い渡された時から始まった。その時の率直な気持ちは「ワクワク」。新しい言語を学び、その国の文化を深く知ることができるチャンスに素直に喜びを感じた。
 
とはいえ、ラオスのことはほぼ何も知らない。知っているのは地図上の位置と首都の名前ぐらい。私は採用試験の合格後、入省までの約半年間で少しでもラオス語の勉強を進めようと、東京の一番大きな書店に行き、東南アジア書籍のコーナーに向かった。インドネシア、タイ、ベトナム…日本人にもなじみの深い国々の語学書がずらりと並んでいる。ラオスはというと…あった。3冊だけ。しかもうち1冊はおそらく数十年前に出版されたかなりの古書で、背面には「定価4000円、カセットテープは別売り」の文字が。とりあえず他の2冊を購入したものの、そのラインナップのあまりの少なさに驚きを覚えた。
 
それからはその2冊をもとに、日本語はもとより、英語ともまるで違う音の紡ぎ方をもつラオス語に苦戦する日々が始まった。入省後は、週2日午前中に、ラオスに大変造詣の深い日本人の先生、日ラオス通訳を務めるラオス人の先生、ラオス国立大学から派遣されたラオス人の先生など、計5名の先生からマンツーマンで指導を受ける機会を得、挨拶はサバイディーから、文字はກから、文字通り一からラオス語の学習が始まった。それから約1年間は日本にいながらラオス語の学習を進め、2019年夏、初めてラオスに来た。そしてこれまでの約1年半、ラオス国立大学文学部ラオス言語文化学科で1年間、同大学法律政治学部政治学科で半年間の研修を受けてきた。
 
3年半前に初めてラオスと「出会い」、これまでを振り返ると、語学力の上達はさることながら、ラオスを、そしてラオス人を好きになっている自分に気づく。それはラオスの人々の言葉や行動に垣間見える気遣いや温かさに日常的に触れているからにほかならない。相手への敬意や愛情を含む言語表現の数々。法がまだ存在しなかった時代から受け継がれ、その教訓が今も生きることわざ。われわれ日本人が学年を経るごとにいつしかやらなくなった授業前の先生への一礼は、ラオスの大学生は1年生から4年生まで皆が必ず起立合掌して行う。ほかにも、ラオスの言葉や文化の味わい深さを挙げ出すと枚挙にいとまがないが、総じて感じることは、ラオスと日本は「思いやり」「尊敬」など精神的豊かさの面でとても似ているということであり、それがまた、1年半前にスタートした人生初めてのラオス生活をこれまでのところ何の違和感もなく送れているゆえんであると確信している。
 
「双方を笑顔に」。これは私が外交官を志した時から抱くモットーである。これまでたくさんの出会いとチャンスに恵まれラオスのことを好きにさせてもらった。今度は、ラオスの人々が、あるいは私以外の日本の人々が、言葉をはじめお互いの国のことを深く知り、その魅力を感じ、お互いの国に安らぎを感じ、そして将来、両国間でたくさんの笑顔が生まれるよう、今後40年の外交官人生をかけて確かな貢献をしていく決意である。

 
西村祐輝
在ラオス日本国大使館外交官補(語学研修員)。ラオス在住2年目。好きなことわざは“ເຖິງເຈົ້າຈະສູງພຽງຟ້າ ແຕ່ຢ່າລືມວ່າເຈົ້າມາຈາກໃສ(たとえ空高くへ上りつめたとしても、どこから来たのかを忘れるな=初心やこれまで受けた恩恵を忘れるな)”