Conferment of the Order of the Rising Sun, Gold and Silver Star Upon H.E. Mr. Sommad PHOLSENA, Former Minister of Public Works and Transport and Former Vice President of the National Assembly of the Lao People's Democratic Republic

2026/11/4
On November 3, the Government of Japan announced its decision to award the Order of the Rising Sun, Gold and Silver Star to H.E. Mr. Sommad Pholsena, former Minister of Public Works and Transport and former Vice President of the National Assembly of the Lao People's Democratic Republic. The Embassy of Japan wishes to express its heartfelt congratulations on this prestigious decoration.

Examples of his major contributions related with Japan are as follows:
 
1.During his tenure as the Minister and Vice Minister in charge of the infrastructure sector, Mr. Sommad Pholsena, former Minister of Public Works and Transport and former Vice President of the National Assembly, contributed significantly to deepening the cooperative relations with Japan in the field of public works and transport. In particular, his outstanding achievements in promoting the development of bilateral relations in the road and aviation sectors are highly noteworthy.
 
2.As a close friend of Japan who has visited the country numerous times, Mr. Sommad has consistently demonstrated his solidarity with Japan, particularly following the Great East Japan Earthquake.
 
3.Even after assuming the post of Vice President of the National Assembly, he has continued to serve as a bridge between the two nations, including through his active efforts to promote Japanese road technology in Laos.
 
The conferment ceremony for H.E. Mr. Sommad will be held on a later date.

ຫຼຽນກຽດຕິຄຸນສຳລັບຄົນຕ່າງປະເທດ ປະຈຳລະດູໃບໄມ້ຫຼົ່ນ ປີ 2026 ພະນະທ່ານ ສົມມາດ ພົນເສນາ ອະດີດລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອະດີດຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ 2).

ລັດຖະບານຍີ່ປຸ່ນ ໄດ້ປະກາດ ການມອບຫລຽນກຽດຕິຄຸນອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ2) ເຊິ່ງເປັນໜຶ່ງໃນກຽດຕິຄຸນພົນລະເຮືອນ ທີ່ສູງທີ່ສຸດຂອງຍີ່ປຸ່ນ ຈາກສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ແກ່ ພະນະທ່ານ ສົມມາດ ພົນເສນາ,ອະດີດລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອະດີດຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານ ທີ່ໄດ້ຮັບຫລຽນກຽດຕິຄຸນໃນຄັ້ງນີ້.

ຜົນງານອັນໂດດເດັ່ນຂອງ ພະນະທ່ານ ສົມມາດ ພົນເສນາ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນລະຫວ່າງ ຍີ່ປຸ່ນ ແລະ ລາວ ເປັນຕົ້ນແມ່ນມີດັ່ງລຸ່ມນີ້:
  1. ໃນໄລຍະທີ່ ພະນະທ່ານ ສົມມາດ ພົນເສນາ ດຳລົງຕຳແໜ່ງລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ຮັບຜິດຊອບວຽກງານດ້ານໂຄງລ່າງພື້ນຖານ, ພະນະທ່ານໄດ້ປະກອບສ່ວນຢ່າງສຳຄັນໃນການຮັດແໜ້ນການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ລາວ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ນັບພັດທະນາຍິ່ງຂຶ້ນ. ໂດຍສະເພາະ, ການສົ່ງເສີມສາຍພົວພັນສອງຝ່າຍໃນຂະແໜງຂົວທາງ ແລະ ຂະແໜງການບິນ ແມ່ນມີຄວາມໂດດເດັ່ນເປັນພິເສດ.
  2. ພະນະທ່ານ ສົມມາດ ພົນເສນາ ເປັນຜູ້ທີ່ມີມິດໄມຕີອັນດີຕໍ່ປະເທດຍີ່ປຸ່ນ ແລະ ມີປະຫວັດເດີນທາງຢ້ຽມຢາມຍີ່ປຸ່ນຫຼາຍຄັ້ງ. ນອກຈາກນີ້, ໃນໄລຍະທີ່ຍີ່ປຸ່ນປະສົບກັບໄພພິບັດແຜ່ນດິນໄຫວຄັ້ງໃຫຍ່ໃນພາກຕາເວັນອອກຂອງຍີ່ປຸ່ນ ໃນປີ 2011, ພະນະທ່ານໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຢືນຄຽງຂ້າງປະເທດຍີ່ປຸ່ນສະເໝີມາ.
  3. ພາຍຫຼັງທີ່ເຂົ້າດຳລົງຕຳແໜ່ງຮອງປະທານສະພາແຫ່ງຊາດ, ພະນະທ່ານ ສົມມາດ ພົນເສນາ ຍັງຄົງສືບຕໍ່ດຳເນີນກິດຈະກຳສົ່ງເສີມ ແລະ ເຜີຍແຜ່ເຕັກໂນໂລຊີດ້ານຂົວທາງຂອງຍີ່ປຸ່ນ, ສືບຕໍ່ມີບົດບາດສຳຄັນໃນຖານະເປັນຂົວຕໍ່ແຫ່ງມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຈົນເຖິງປັດຈຸບັນ.
ສຳລັບພິທີປະດັບຫຼຽນກຽດຕິຄຸນ ໃຫ້ແກ່ ພະນະທ່ານ ສົມມາດ ພົນເສນາ ຈະໄດ້ຈັດຂຶ້ນໃນອະນາຄົດອັນໃກ້ນີ້.