ຄໍາແນະນໍາໃນການມາຍື່ນຂໍວິຊາໄລຍະສັ້ນ ແທນລູກຄ້າຂອງບໍລິສັດທ່ອງທ່ຽວ
2018/1/24
1. ເອກະສານຈໍາເປັນ
(1) ຫນັງສືຜ່ານແດນຂອງຜູ້ຂໍວີຊາ
(ມີຫນ້າເຈ້ຍຈໍ້າວີຊາເຫລືອ 2 ຫນ້າຂື້ນໄປ. ກໍລະນີມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນເຂົ້າມາພ້ອມກັນ.)
(2) ຟອມຂໍວີຊາ ຜູ້ຂໍວີຊາຄົນລະ 1 ຊຸດ
(ສາມາດຂຽນດ້ວຍມື ຫຼື ພິມເອົາໄດ້)
(3) ຮູບຖ່າຍ ຜູ້ຂໍວີຊາຄົນລະ 1 ໃບ
(ຂະຫນາດ 4.5 ຊມ X 3.5 ຊມ ຖ່າຍພາຍໃນ 6 ເດືອນ, ສີ ຫລື ຂາວດໍາກໍ່ໄດ້, ບໍ່ມີພາບດ້ານຫລັງແລະ ແຈ້ງດີ)
(4) ໃບມອບສິດທີ່ມີລາຍເຊັນຜູ້ຂໍວີຊາ ຜູ້ຂໍວີຊາຄົນລະ 1 ຊຸດ( ສໍາຫລັບຜູ້ຍັງບໍ່ເຖິງກະສຽນອາຍຸ 18 ປີ, ຜູ້ປົກຄອງສາມາດຂຽນແທນໄດ້ )
[ແຕ່ຖ້າວ່າ ບໍລິສັດທີ່ສະຖານທູດໄດ້ຮັບຮອງເປັນອົງກອນທີ່ສາມາດຍື່ນແທນໄດ້ແມ່ນບໍ່ຈໍາເປັນເອົາ.ສ່ວນເງື່ອນໄຂຂອງການຮັບຮອງນັ້ນແມ່ນໃຫ້ເບິ່ງຢູ່ໃບຕິດຄັດມາພ້ອມນີ້.]
(5) ເອກະສານຢັ້ງຢືນຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍຂອງຜູ້ຂໍວີຊາ
(ກ) ກໍລະນີຈັດທົວເພື່ອໃຫ້ກໍາລັງໃຈພະນັກງານແມ່ນເອົາໃບທະບຽນທຸລະກິດຂອງບໍລິສັດທີ່ຮັບຜິດຊອບຄ່າໃຊ້ຈ່າຍ ແລະ ໃບຢັ້ງຢືນພະນັກງານຂອງຜູ້ຂໍວີຊາ(ບໍລິສັດຕ້ອງຂຽນຮັບຜິດຊອບຄ່າໃຊ້ຈ່າຍໃຫ້ຈະແຈ້ງແລະຮັບປະກັນວ່າຈະພາພະນັກງານກັບມາຕາມກໍານົດການ).
(ຂ) ນອກຈາກກໍລະນີຂ້າງເທີງແລ້ວແມ່ນເອົາອັນໃດອັນຫນື່ງຕໍ່ໄປນີ້ຂອງຜູ້ຂໍວີຊາ: ໃບຢັ້ງຢືນລາຍໄດ້ທີ່ອອກໂດຍອົງການຈັດຕັ້ງຂອງລັດ, ໃບຢັ້ງຢືນເງີນຝາກ, ປື້ມບັນຊືທະນາຄານ. ແຕ່ຖ້າຍື່ນເອກະສານທີ່ອອກຊື່ຜູ້ອຸປະຖໍາຈະຕ້ອງໄດ້ຍື່ນເອກະສານທີຢັ້ງຢືນເຖິງສາຍພົວພັນກັບຜູ້ອຸປະຖໍາ
ພ້ອມ(ເບິ່ງຂໍ້ຄວນລະວັງຂ້າງລຸ່ມ)
(6) ຕາຕະລາງແຜນການທ່ອງທ່ຽວທີ່ຂຽນຖ້ຽວບີນແລະບ່ອນພັກເຊົາຢ່າງຈະແຈ້ງ(ໃຫ້ໃຊ້ເຈ້ຍທີ່ມີຊື່ແລະເບີໂທຕິດຕໍ່ຂອງບໍລິສັດດັ່ງກ່າວ.)
(7) ໃບແຈ້ງລາຍຊື່ລູກທົວ(ຂຽນຊື່ແລະນາມສະກຸນຂອງລູກທົວທັງຫມົດ, ແລະຖ້າໄປທົວນໍາກັນກັບພີ່ນ້ອງໃຫ້ຂຽນສາຍພົວພັນກັນໃສ່ພ້ອມ.)
(8) ກໍລະນີຍື່ນພ້ອມກັນກັບຄອບຄົວ • ພີ່ນ້ອງແມ່ນເອົາປື້ມສໍາມະໂນຄົວລາວ(ກໍລະນີບໍ່ສາມາດຢືນຢັນສາຍພົວພັນຄອບຄົວໄດ້ຈຶ່ງເອົາໃບຢັ້ງຢືນຈາກນາຍບ້ານ)[ແຕ່ຖ້າວ່າ ບໍລິສັດທີ່ສະຖານທູດໄດ້ຮັບຮອງເປັນອົງກອນທີ່ສາມາດຍື່ນແທນໄດ້ແມ່ນບໍ່ຈໍາເປັນເອົາ.]
[ຂໍ້ຄວນລະວັງ] ຜູ້ຂໍວີຊາທີ່ເຮັດວຽກຢູ່ບໍລິສັດມະຫາຊົນທີ່ຈົດທະບຽນໃນຕະຫລາດຫຸ້ນຂອງລາວ, ລັດວິສະຫະກິດ, ສາຂາຂອງບໍລິສັດມະຫາຊົນທີ່ຈົດທະບຽນໃນຕະຫລາດຫຸ້ນຂອງຍີ່ປຸ່ນແມ່ນເອົາໃບຢັ້ງຢືນບ່ອນເຮັດວຽກ, ລັດຖະກອນລາວແມ່ນເອົາບັດພະນັກງານແທນຂໍ້ (5)(ຂ). ສໍາຫລັບຜູ້ທີ່ຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອຕ້ອງໄດ້ລະບຸລາຍຮັບຕໍ່ປີ ຫລື ລາຍຮັບຕໍ່ເດືອນໃສ່ລົງໃນໃບຢັ້ງຢືນບ່ອນເຮັດວຽກພ້ອມ.

2. ຂໍ້ຄວນເອົາໃຈໃສ່
(1) ຕາມປົກະຕິ ຫລັງຈາກຍື່ນຂໍວີຊາແລ້ວ, ຖ້າຫາກບໍ່ມີບັນຫາ ຫຼື ຂໍ້ສົງໄສໃນການອອກວິຊ່າ ແມ່ນຈະໃຊ້ເວລາປະມານ 3-5 ມື້(ບໍ່ລວມມື້ພັກ). ແຕ່ໃນບາງກໍລະນີໂດຍອິງຕາມຈຸດປະສົງຂອງການເດີນທາງ ຫລື ເງື່ອນໄຂຂອງແຕ່ລະຄົນ ນອກຈາກຈະຂໍເອກະສານເພີ້ມຕື່ມແລ້ວ, ຍັງຈະມີການສໍາພາດ ຫລື ສົງຂໍຄໍາເຫັນຈາກກະຊວງການຕ່າງປະເທດຍີ່ປຸ່ນເຊິ່ງຈະໃຊ້ເວລາໃນການພິຈາລະນາຫລາຍກ່ວາ 5 ມື້, ຍ້ອນເຫດນັ້ນການ ພິຈາລະນາອາດຈະແລ້ວບໍ່ທັນວັນທີ່ອອກເດີນທາງ, ດັ່ງນັ້ນ ຈຶ່ງຂໍໃຫ້ທ່ານມາຍື່ນຂໍວີຊາລ່ວງຫນ້າຫລາຍໆມື້ (ແຕ່ບໍ່ກາຍ 3 ເດືອນ) ກ່ອນອອກເດີນທາງ.
(2) ສະຖານທູດຈະບໍ່ຮັບເອກະສານໃນກໍລະນີເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ.
(3) ບາງກໍລະນີີສະຖານທູດຈະຂໍເອກະສານເພີ່ມ ແລະ ຈະມີການສໍາພາດ.
(4) ເອກະສານທຸກຢ່າງຕ້ອງບໍ່ກາຍ 3 ເດືອນນັບແຕ່ວັນທີທີ່ອອກໃຫ້. ເອກະສານແຕ່ລະໃບບໍ່ໃຫ້ໜີບກະລັບເຟີ້.
(5) ເອກະສານທີ່ເປັນພາສາລາວຕ້ອງໄດ້ແປພາສາຍີ່ປຸ່ນ ຫລື ພາສາອັງກິດຕິດຄັດພ້ອມ.
(6) ໃບຈອງປີ້ຍົນທີ່ມີລາຍລະອຽດຖ້ຽວບິນຄົບຖ້ວນແມ່ນພຽງພໍສໍາລັບຂໍໍວີຊ່າ ແລະສະຖານທູດຂໍແນະນໍາວ່າ ບໍ່ຄວນຊື້ປີ້ຍົນກ່ອນຈະໄດ້ວີຊ່າ ເພາະໃນກໍລະນີຖືກປະຕິເສດການອອກວີຊ່າ ຫຼື ການພິຈາລະນາວີຊ່ານັ້ນໃຊ້ເວລາດົນເຮັດໃຫ້ບໍ່ສາມາດເດີນທາງຕາມແຜນໄດ້. ທາງສະຖານທູດຈະບໍ່ຮັບຜິດຊອບຕໍ່ຄ່າເສຍຫາຍທີ່ເກີດຂື້ນ.
(7) ກໍລະນີຖືກປະຕິເສດ ທາງສະຖານທູດຈະບໍ່ແຈ້ງລາຍລະອຽດເຖິງສາຍເຫດ ຫຼື ເຫດຜົນທີ່ປະຕິເສດ. ເມື່ອຜົນຂອງການຂໍວີຊ່າແມ່ນປະຕິເສດແລ້ວຈະບໍ່ສາມາດປ່ຽນແປງ ຫຼື ແກ້ໄຂໄດ້ອີກ ແລະ ຈະບໍ່ມີສິດຢື່ນຂໍວີຊ່າໄດ້ອີກ ຈົນກວ່າຈະຄົບ 6 ເດືອນ. ເອກະສານທີ່ົຍື່ນເຂົ້າມາເພື່ອຂໍວີຊ່າຈະບໍ່ສົ່ງຄືນ ຍົກເວັ້ນເອກະສານສໍາຄັນເຊັ່ນ: ພາສປອດ, ສໍາມະໂນຄົວ, ໃບແຕ່ງດອງ ແລະ ອື່ນໆ ທີ່ທາງສະຖານທູດພິຈາລະນາແລ້ວວ່າຈໍາເປັນຕ້ອງສົ່ງຄືນເທົ່ານັ້ນ.

ສອບຖາມເພີ່ມເຕີມ: ພະແນກກົງສູນສະຖານທູດຍີ່ປຸ່ນປະຈໍາລາວ
ເບີໂທລະສັບ: (021)414400-3
ເບີໂທລະສັບ: (021)414400-3