ຄໍາແນະນໍາໃນການຂໍວິຊາໄລຍະສັນເພື່ອໄປວຽກທຸລະກິດ ແລະ ອື່ນໆ (ເຂົ້າຮ່ວມກອງປະຊຸມ, ຕິດຕໍ່ວຽກ, ປຶກສາຫາລື, ບໍລິການຫລັງການຂາຍ, ສໍາຫລວດຕະຫລາດ, ແລກປ່ຽນທາງດ້ານວັດທະນະທໍາ, ແລກປ່ຽມທາງດ້ານກິລາ ແລະອື່ນໆ)

2019/8/1

1. ເອກະສານຈໍາເປັນ

ຜູ້ທີ່ມີເງື່ອນໄຂຄົບຖ້ວນຕາມທີ່ກໍານົດໄວ້ສາມາດຍື່ນຂໍວີຊາເຂົ້າ-ອອກໄດ້ຫລາຍເທື່ອ(ວີຊາມີອາຍຸສູງສຸດ 5 ປີ). ສ່ວນລາຍລະອຽດ ກະະລຸນາກວດເບີ່ງຢູ່ບ່ອນນີ້

< ເອກະສານທີ່ຝ່າຍລາວຕ້ອງກຽມ >

(1) ຫນັງສືຜ່ານແດນ
     (ມີຫນ້າເຈ້ຍຈໍ້າວີຊາເຫລືອ 2 ຫນ້າຂື້ນໄປ. ກໍລະນີມີຫນັງສືຜ່ານແດນຫົວເກົ່າໃຫ້ຍື່ນເຂົ້າມາພ້ອມກັນ.)
(2) ຟອມຂໍວີຊາ 1 ຊຸດ
     (ສາມາດຂຽນດ້ວຍມື ຫຼື ພິມເອົາໄດ້)
(3) ຮູບຖ່າຍ 1 ໃບ
     (ຂະຫນາດ 4.5 ຊມ X 3.5 ຊມ ຖ່າຍພາຍໃນ 6 ເດືອນ, ສີ ຫລື ຂາວດໍາກໍ່ໄດ້, ບໍ່ມີພາບດ້ານຫລັງ ແລະ ແຈ້ງດີ)
(4) ໃບຢັ້ງຢືນການຈອງປີ້ຍົນ ຫລື ຈອງປີ້ເຮືອ
     (ບໍ່ຈໍາເປັນຕ້ອງຊື້ກ່ອນ)
(5) ໃບຢັ້ງຢືນບ່ອນເຮັດວຽກ(ກໍລະນີເປັນນັກສືກສາແມ່ນເອົາບັດນັກສືກສາ, ເຈົ້າຂອງທຸລະກິດແມ່ນເອົາໃບຈົດທະບຽນທຸລະກິດ)
(6) ໃບແຕ່ງຕັ້ງໃຫ້ໄປວຽກຈາກບ່ອນສັງກັດ ແລະ ອື່ນໆ

< ເອກະສານທີ່ຝ່າຍຍີ່ປຸ່ນຕ້ອງກຽມ >

(7) ໃບແຈ້ງເຫດຜົນຂອງການເຊີນ, ຫລື ເອກະສານໃດຫນື່ງທີ່ສະແດງເຖິງການເຄື່ອນໄຫວທີ່ຈະແຈ້ງ(ຫນັງສືສັນຍາເຮັດທຸລະກິດນໍາກັນຂອງບໍລິສັດ, ເອກະສານການປະຊຸມ, ເອກະສານຊື້ຂາຍສີນຄ້າ.)
(8) ຕາຕະລາງການເຄື່ອນໄຫວ
(9) ໃບແຈ້ງລາຍຊື່ຜູ້ຂໍວີຊາ(ສະເພາະກໍລະນີຍື່ນຂໍວີຊາພ້ອມກັນແຕ່ສອງຄົນຂື້ນໄປ)
ກໍລະນີຝ່າຍຍີ່ປຸ່ນຮັບຜິດຊອບຄ່າໄຊ້ຈ່າຍແມ່ນໄດ້ເອົາເອກະສານຂ້າງເທີງພ້ອມ.
(10) ໃບຮັບປະກັນ
(11) ໃບຢັ້ງຢືນຈົດທະບຽນທຸລະກິດ ຫລື ເອກະສານແນະນໍາອົງກອນ(ບໍລິສັດທີ່ຈົດທະບຽນໃນຕະຫລາດຮຸ້ນແມ່ນເອົາຄອບປີ້ບົດລາຍງານບັນຊີສີ່ໄຕມາດແທນໄດ້.)

※ ກໍລະນີຄົນອື່ນມາຍື່ນແທນ(ນອກຈາກຄົນໃນບໍລິສັດ • ອົງກອນດຽວກັນ, ຄົນໃນສໍາມະໂນຄົວ) ຈະຕ້ອງມີໃບມອບສິດທີ່ມີລາຍເຊັນເຈົ້າໂຕຕິດຄັດມາພ້ອມ(ສໍາລັບຜູ້ທີ່ມີອາຍຸບໍ່ເຖີງກະສຽງ 18 ປີຜູ້ປົກຄອງສາມາດຂຽນແທນໄດ້).

2. ຂໍ້ຄວນເອົາໃຈໃສ່

(1) ໄລຍະເວລາໃນການອອກວີຊາແມ່ນ 3-5 ມື້ລັດຖະການ, ແຕ່ບາງກໍລະນີອາດຈະໃຊ້ເວລາຫລາຍກ່ວານັ້ນແມ່ນຂື້ນຢູ່ກັບເງືອນໄຂຂອງແຕ່ລະຄົນ.
(2) ສະຖານທູດຈະບໍ່ຮັບເອກະສານໃນກໍລະນີເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ.
(3) ບາງກໍລະນີີສະຖານທູດຈະຂໍເອກະສານເພີ່ມ ແລະ ຈະມີການສໍາພາດ.
(4) ເອກະສານທຸກຢ່າງຕ້ອງບໍ່ກາຍ 3 ເດືອນນັບແຕ່ວັນທີທີ່ອອກໃຫ້. ເອກະສານແຕ່ລະໃບບໍ່ໃຫ້ໜີບກະລັບເຟີ້.
(5) ເອກະສານທີ່ເປັນພາສາລາວຕ້ອງໄດ້ແປພາສາຍີ່ປຸ່ນ ຫລື ພາສາອັງກິດຕິດຄັດພ້ອມ.
(6) ສະຖານທູດຂໍແນະນໍາວ່າ ບໍ່ຄວນຊື້ປີ້ຍົນກ່ອນຈະໄດ້ວີຊ່າ ເພາະໃນກໍລະນີຖືກປະຕິເສດການອອກວີຊ່າ ຫຼື ການພິຈາລະນາວີຊ່ານັ້ນໃຊ້ເວລາດົນເຮັດໃຫ້ບໍ່ສາມາດເດີນທາງຕາມແຜນໄດ້. ທາງສະຖານທູດຈະບໍ່ຮັບຜິດຊອບຕໍ່ຄ່າເສຍຫາຍທີ່ເກີດຂື້ນ.
(7) ກໍລະນີຖືກປະຕິເສດ ທາງສະຖານທູດຈະບໍ່ແຈ້ງລາຍລະອຽດເຖິງສາຍເຫດ ຫຼື ເຫດຜົນທີ່ປະຕິເສດ. ເມື່ອຜົນຂອງການຂໍວີຊ່າແມ່ນປະຕິເສດແລ້ວຈະບໍ່ສາມາດປ່ຽນແປງ ຫຼື ແກ້ໄຂໄດ້ອີກ ແລະ ຈະບໍ່ມີສິດຢື່ນຂໍວີຊ່າໄດ້ອີກ ຈົນກວ່າຈະຄົບ 6 ເດືອນ. ເອກະສານທີ່ົຍື່ນເຂົ້າມາເພື່ອຂໍວີຊ່າຈະບໍ່ສົ່ງຄືນ ຍົກເວັ້ນເອກະສານສໍາຄັນເຊັ່ນ: ພາສປອດ, ສໍາມະໂນຄົວ, ໃບແຕ່ງດອງ ແລະ ອື່ນໆ ທີ່ທາງສະຖານທູດພິຈາລະນາແລ້ວວ່າຈໍາເປັນຕ້ອງສົ່ງຄືນເທົ່ານັ້ນ.
 
ສອບຖາມເພີ່ມເຕີມ: ພະແນກກົງສູນສະຖານທູດຍີ່ປຸ່ນປະຈໍາລາວ
ເບີໂທລະສັບ: (021)414400-3