Japanese Government (MEXT) Scholarship for 2026 (Undergraduate Students, College of Technology Students (KOSEN), Specialized Training College Students)
2025/4/21
ການຄັດເລືອກນັກສຶກສາທຶນການສຶກສາລັດຖະບານຍີ່ປຸ່ນ (MEXT) 2026 ໃນປະເທດລາວ ລະດັບປະລິນຍາຕີ, ຊັ້ນສູງເຕັກໂນໂລຊີ (KOSEN) ແລະ ຊັ້ນສູງທົ່ວໄປ
ເນື່ອງຈາກຂໍ້ມູນກ່ຽວກັບການຄັດເລືອກອາດມີການປ່ຽນແປງ, ຫຼັງຈາກເວລາຜ່ານໄປໄລຍະໜຶ່ງແລ້ວ, ກະລຸນາກັບເຂົ້າມາເບິ່ງເວັບໄຊນີ້ອີກຄັ້ງເພື່ອເບິ່ງຂໍ້ມູນຫຼ້າສຸດ.
- 23 ເມສາ 2025: ມີການເພີ່ມລິງກ໌ໄປຍັງເວັບໄຊທີ່ອະທິບາຍກ່ຽວກັບຫຼັກສູດຊັ້ນສູງທົ່ວໄປ.
1. ການຄັດເລືອກຮອບທີໜຶ່ງ
ສະຖານທູດຍີ່ປຸ່ນປະຈຳລາວຈະຈັດການຄັດເລືອກຮອບທີໜຶ່ງໂດຍມີ 3 ຂັ້ນຕອນຄື: 1. ການກວດເອກະສານສະໝັກ, 2. ການສອບເສັງ ແລະ 3. ການສຳພາດ. ການຕັດສິນໂດຍສະຖານທູດຖືເປັນອັນສິ້ນສຸດ ແລະ ຈະບໍ່ມີການຊີ້ແຈງເຫດຜົນໃນທຸກກໍລະນີ.
1.1. ຄູ່ມືສະໝັກທຶນການສຶກສາ Application Guidelines
ຜູ້ສະໝັກທຸກຄົງຕ້ອງອ່ານຄູ່ມືສະໝັກທຶນການສຶກສາ (Application Guidelines) ຂອງລະດັບທີ່ຕົນເອງຢາກສະໝັກ ແລະ ກວດເບິ່ງຄຸນສົມບັດ ແລະ ເງື່ອນໄຂຕ່າງໆຢ່າງລະອຽດຖີ່ຖ້ວນແລ້ວຈຶ່ງສາມາດສະໝັກໄດ້.
1.2. ເອກະສານສະໝັກ Application Documents
ກະລຸນາສົ່ງເອກະສານດ້ານລຸ່ມນີ້ມາຍັງສະຖານທູດຍີ່ປຸ່ນປະຈຳລາວ. ເອກະສານຕ້ອງມາຮອດສະຖານທູດກ່ອນເວລາ ກ່ອນເວລາ16:00 ວັນສຸກ ວັນທີ 30 ພຶດສະພາ 2025.
ໝາຍເຫດ
・ສາມາດສະໝັກໄດ້ຄົນລະ 1 ປະເພດທຶນການສຶກສາເທົ່ານັ້ນ.
・ເອກະສານຕ້ອງສົ່ງເປັນເຈ້ຍເທົ່ານັ້ນ. ຜູ້ສະໝັກທີ່ມີຄວາມຫຍຸ້ງຍາກໃນການສົ່ງເອກະສານເປັນເຈ້ຍ, ໃຫ້ຕິດຕໍ່ຫາສະຖານທູດເພື່ອຫາທາງແກ້ໄຂ.
・ຫ້າມໜີບກະລັບເຟີໃສ່ເອກະສານເດັດຂາດ.
・ເອກະສານທຸກຢ່າງຕ້ອງເອົາໃສ່ໃນຊອງ ແລະ ຕິດ checklist ທີ່ຂຽນຂໍ້ມູນຄົບຖ້ວນໃສ່ໜ້າຊອງ.
・ຜູ້ສະໝັກລະດັບຊັ້ນສູງເຕັກໂນໂລຊີ (KOSEN) ໃຫ້ເລືອກໃນບັດເຂົ້າຫ້ອງສອບເສັງວ່າຕ້ອງການຫົວບົດສອບເສັງວິຊາຄະນິດສາດ ແລະ ຟີຊິກສາດ/ເຄມີສາດ ເປັນພາສາລາວ ຫຼື ອັງກິດ. ຫຼັງຈາກເລືອກແລ້ວ, ໃນມື້ສອບເສັງຈະບໍ່ສາມາດປ່ຽນແປງໄດ້ອີກ.
・ຜູ້ສະໝັກລະດັບຊັ້ນສູງທົ່ວໄປໃຫ້ເລືອກໃນບັດເຂົ້າຫ້ອງສອບເສັງວ່າຕ້ອງການຫົວບົດສອບເສັງວິຊາຄະນິດສາດເປັນພາສາລາວ ຫຼື ອັງກິດ. ຫຼັງຈາກເລືອກແລ້ວ, ໃນມື້ສອບເສັງຈະບໍ່ສາມາດປ່ຽນແປງໄດ້ອີກ.
・ຕ້ອງເອົາເອກະສານມາສົ່ງທີ່ປ້ອມຍາມຂອງສະຖານທູດ ໂດຍຖືມາສົ່ງດ້ວຍຕົນເອງ, ໃຫ້ຄົນອື່ນມາສົ່ງແທນ ຫຼື ໃຊ້ບໍລິການໄປສະນີທີ່ສາມາດມາສົ່ງຮອດສະຖານທູດ (ເຊັ່ນໄປສະນີລາວ). ກໍລະນີໃຊ້ບໍລິການຂົນສົ່ງທີ່ບໍ່ມາສົ່ງຢູ່ສະຖານທູດ, ພວກເຮົາຈະບໍ່ໄດ້ຮັບເອກະສານ ແລະ ຈະບໍ່ສາມາດພິຈາລະນາໄດ້. ເວລາສົ່ງເອກະສານຢູ່ປ້ອມຍາມຂອງສະຖານທູດ, ໃຫ້ຂຽນຊື່ ແລະ ນາມສະກຸນຂອງຜູ້ສະໝັກໄວ້ໃນປຶ້ມບັນທຶກຂອງພວກເຮົາດ້ວຍ.
・ຖ້າຕື່ມຂໍ້ມູນໃນເອກະສານບໍ່ຄົບຖ້ວນ, ສົ່ງເອກະສານບໍ່ຄົບຖ້ວນ ຫຼື ບໍ່ປະຕິບັດຕາມຂໍ້ຄວນລະວັງໃນການສົ່ງເອກະສານຢ່າງເຄັ່ງຄັດ, ຈະບໍ່ໄດ້ຮັບການພິຈາລະນາ.
・ໃນຂັ້ນຕອນທຳອິດແມ່ນໃຫ້ສົ່ງພຽງແຕ່ເອກະສານທີ່ລະບຸໃນຕາຕະລາງດ້ານເທິງເທົ່ານັ້ນ. ຫຼັງຈາກຜ່ານການ ສຳພາດແລ້ວ, ໃຫ້ສົ່ງເອກະສານອື່ນໆທີ່ລະບຸຢູ່ໃນ Application Guidelines ໃຫ້ຄົບຖ້ວນ.
・ພວກເຮົາຈະແຈ້ງລະຫັດເຂົ້າຫ້ອງສອບເສັງໃຫ້ຜູ້ທີ່ມີສິດສອບເສັງໃນພາຍຫຼັງ.
ເອກະສານສະໝັກ
ກະລຸນາດາວໂຫຼດເອກະສານທີ່ຕ້ອງສົ່ງຈາກລິງກ໌ດ້ານລຸ່ມ:
ກະລຸນາອ່ານເອກະສານດ້ານລຸ່ມເພີ່ມຕື່ມ:
1.3. ການສອບເສັງ
ໝາຍເຫດ
・ວັນທີ ແລະ ສະຖານທີ່ສອບເສັງອາດມີການປ່ຽນແປງໄດ້.
・ຫົວບົດສອບເສັງວິຊາຄະນິດສາດ (ຊັ້ນສູງເຕັກໂນໂລຊີ ແລະ ຊັ້ນສູງທົ່ວໄປ), ເຄມີສາດ ແລະ ຟີຊິກສາດ (ຊັ້ນສູງເຕັກໂນໂລຊີ) ໃນປີນີ້ຈະມີບົດແປພາສາລາວໃຫ້. ສ່ວນຫົວບົດສອບເສັງລະດັບປະລິນຍາຕີຈະບໍ່ມີບົດແປພາສາລາວ. ໃນອະນາຄົດ, ບົດສອບເສັງທຸກລະດັບຈະເປັນພາສາອັງກິດເທົ່ານັ້ນ.
・ສາມາດເບິ່ງບົດສອບເສັງເກົ່າໄດ້ທີ່ເວັບໄຊ:
https://www.studyinjapan.go.jp/en/planning/scholarship/application/examination/
・ຈະປະກາດຕາຕະລາງສອບເສັງ ແລະ ລາຍລະອຽດຂອງສະຖານທີ່ສອບເສັງທາງເຟຊບຸກ ແລະ ເວັບໄຊສະຖານທູດປະມານ 1 ອາທິດກ່ອນສອບເສັງ.
・ຈະຢາຍບັດເຂົ້າຫ້ອງສອບເສັງໃນມື້ສອບເສັງຕົວຈິງທີ່ຫ້ອງສອບເສັງ.
・ຈະປະກາດລາຍຊື່ຜູ້ທີ່ຜ່ານການສອບເສັງທາງອີເມລປະມານ 1 ອາທິດຫຼັງຈາກສອບເສັງແລ້ວ.
1.4. ການສຳພາດ
・ການສຳພາດຈະເປັນພາສາອັງກິດ ແລະ/ຫຼື ຍີ່ປຸ່ນ ສຳລັບຜູ້ທີ່ມີຄວາມຮູ້ພາສາຍີ່ປຸ່ນ.
・ຈະຈັດສຳພາດວັນທີ 22-23 ກໍລະກົດ 2025 (ອາດມີການປ່ຽນແປງໄດ້).
・ສະຖານທີ່: ສະຖານທູດຍີ່ປຸ່ນປະຈຳ ສ.ປ.ປ. ລາວ.
・ຈະປະກາດລາຍຊື່ຜູ້ທີ່ຜ່ານການສຳພາດທາງອີເມລພາຍໃນ 1 ອາທິດຫຼັງຈາກສອບເສັງແລ້ວ.

- Application Guidelines ສຳລັບປະລິນຍາຕີ
- Application Guidelines ສຳລັບຊັ້ນສູງເຕັກໂນໂລຊີ (KOSEN)
- Application Guidelines ສຳລັບຊັ້ນສູງທົ່ວໄປ
1.2. ເອກະສານສະໝັກ Application Documents
ກະລຸນາສົ່ງເອກະສານດ້ານລຸ່ມນີ້ມາຍັງສະຖານທູດຍີ່ປຸ່ນປະຈຳລາວ. ເອກະສານຕ້ອງມາຮອດສະຖານທູດກ່ອນເວລາ ກ່ອນເວລາ16:00 ວັນສຸກ ວັນທີ 30 ພຶດສະພາ 2025.
ລຳດັບ | ເອກະສານ | ຈຳນວນ | ໝາຍເຫດ |
1 | Application Form ໃບສະໝັກສຳລັບສົກປີ 2026 | ຕົ້ນສະບັບ 1 ຊຸດ | ສາມາດຕື່ມຂໍ້ມູນຜ່ານທາງໂທລະສັບມືຖື ແລະ ຄອມພິວເຕີໄດ້ |
2 | ບັດເຂົ້າຫ້ອງສອບເສັງ 2026 | ຕົ້ນສະບັບ 1 ໃບ |
ສາມາດຕື່ມຂໍ້ມູນຜ່ານທາງໂທລະສັບມືຖື ແລະ ຄອມພິວເຕີໄດ້ |
3 | ຮູບຖ່າຍຂະໜາດ 3.5 x 4.5 ພື້ນຫຼັງສີຂາວ ຫຼື ຟ້າ ຕ້ອງເປັນຮູບທີ່ຖ່າຍພາຍໃນ 6 ເດືອນນັບຈາກມື້ສະໝັກ |
3 ໃບ | ຂຽນຊື່ ແລະ ນາມສະກຸນເປັນພາສາອັງກິດໃສ່ດ້ານຫຼັງຂອງຮູບ ແລະ ຕິດໃສ່ໃບສະໝັກ ແລະ ບັດເຂົ້າຫ້ອງສອບເສັງໃຫ້ຮຽບຮ້ອຍ. |
ໝາຍເຫດ
・ສາມາດສະໝັກໄດ້ຄົນລະ 1 ປະເພດທຶນການສຶກສາເທົ່ານັ້ນ.
・ເອກະສານຕ້ອງສົ່ງເປັນເຈ້ຍເທົ່ານັ້ນ. ຜູ້ສະໝັກທີ່ມີຄວາມຫຍຸ້ງຍາກໃນການສົ່ງເອກະສານເປັນເຈ້ຍ, ໃຫ້ຕິດຕໍ່ຫາສະຖານທູດເພື່ອຫາທາງແກ້ໄຂ.
・ຫ້າມໜີບກະລັບເຟີໃສ່ເອກະສານເດັດຂາດ.
・ເອກະສານທຸກຢ່າງຕ້ອງເອົາໃສ່ໃນຊອງ ແລະ ຕິດ checklist ທີ່ຂຽນຂໍ້ມູນຄົບຖ້ວນໃສ່ໜ້າຊອງ.
・ຜູ້ສະໝັກລະດັບຊັ້ນສູງເຕັກໂນໂລຊີ (KOSEN) ໃຫ້ເລືອກໃນບັດເຂົ້າຫ້ອງສອບເສັງວ່າຕ້ອງການຫົວບົດສອບເສັງວິຊາຄະນິດສາດ ແລະ ຟີຊິກສາດ/ເຄມີສາດ ເປັນພາສາລາວ ຫຼື ອັງກິດ. ຫຼັງຈາກເລືອກແລ້ວ, ໃນມື້ສອບເສັງຈະບໍ່ສາມາດປ່ຽນແປງໄດ້ອີກ.
・ຜູ້ສະໝັກລະດັບຊັ້ນສູງທົ່ວໄປໃຫ້ເລືອກໃນບັດເຂົ້າຫ້ອງສອບເສັງວ່າຕ້ອງການຫົວບົດສອບເສັງວິຊາຄະນິດສາດເປັນພາສາລາວ ຫຼື ອັງກິດ. ຫຼັງຈາກເລືອກແລ້ວ, ໃນມື້ສອບເສັງຈະບໍ່ສາມາດປ່ຽນແປງໄດ້ອີກ.
・ຕ້ອງເອົາເອກະສານມາສົ່ງທີ່ປ້ອມຍາມຂອງສະຖານທູດ ໂດຍຖືມາສົ່ງດ້ວຍຕົນເອງ, ໃຫ້ຄົນອື່ນມາສົ່ງແທນ ຫຼື ໃຊ້ບໍລິການໄປສະນີທີ່ສາມາດມາສົ່ງຮອດສະຖານທູດ (ເຊັ່ນໄປສະນີລາວ). ກໍລະນີໃຊ້ບໍລິການຂົນສົ່ງທີ່ບໍ່ມາສົ່ງຢູ່ສະຖານທູດ, ພວກເຮົາຈະບໍ່ໄດ້ຮັບເອກະສານ ແລະ ຈະບໍ່ສາມາດພິຈາລະນາໄດ້. ເວລາສົ່ງເອກະສານຢູ່ປ້ອມຍາມຂອງສະຖານທູດ, ໃຫ້ຂຽນຊື່ ແລະ ນາມສະກຸນຂອງຜູ້ສະໝັກໄວ້ໃນປຶ້ມບັນທຶກຂອງພວກເຮົາດ້ວຍ.
・ຖ້າຕື່ມຂໍ້ມູນໃນເອກະສານບໍ່ຄົບຖ້ວນ, ສົ່ງເອກະສານບໍ່ຄົບຖ້ວນ ຫຼື ບໍ່ປະຕິບັດຕາມຂໍ້ຄວນລະວັງໃນການສົ່ງເອກະສານຢ່າງເຄັ່ງຄັດ, ຈະບໍ່ໄດ້ຮັບການພິຈາລະນາ.
・ໃນຂັ້ນຕອນທຳອິດແມ່ນໃຫ້ສົ່ງພຽງແຕ່ເອກະສານທີ່ລະບຸໃນຕາຕະລາງດ້ານເທິງເທົ່ານັ້ນ. ຫຼັງຈາກຜ່ານການ ສຳພາດແລ້ວ, ໃຫ້ສົ່ງເອກະສານອື່ນໆທີ່ລະບຸຢູ່ໃນ Application Guidelines ໃຫ້ຄົບຖ້ວນ.
・ພວກເຮົາຈະແຈ້ງລະຫັດເຂົ້າຫ້ອງສອບເສັງໃຫ້ຜູ້ທີ່ມີສິດສອບເສັງໃນພາຍຫຼັງ.
ເອກະສານສະໝັກ
ກະລຸນາດາວໂຫຼດເອກະສານທີ່ຕ້ອງສົ່ງຈາກລິງກ໌ດ້ານລຸ່ມ:
- ໃບສະໝັກ Application Form 2026
- ບັດເຂົ້າຫ້ອງສອບເສັງ
- Checklist ສຳລັບຕິດໜ້າຊອງເອກະສານ
ກະລຸນາອ່ານເອກະສານດ້ານລຸ່ມເພີ່ມຕື່ມ:
- ສາຍການຮຽນ
- ສາຍການຮຽນຂອງລະດັບປະລິນຍາຕີແມ່ນໃຫ້ເບິ່ງໃນ Application Guidelines
- ຕາຕະລາງສາຍການຮຽນລະດັບຊັ້ນສູງເຕັກໂນໂລຊີ KOSEN
- ຕາຕະລາງສາຍການຮຽນລະດັບຊັ້ນສູງທົ່ວໄປ
1.3. ການສອບເສັງ
ປະເພດທຶນການສຶກສາ | ວິຊາ | ວັນທີສອບເສັງ | ສະຖານທີ່ສອບເສັງ |
ປະລິນຍາຕີ Undergraduate (Social Sciences and Humanities A, B) |
Japanese English Mathematics |
12 ກໍລະກົດ 2025 (ອາດມີການປ່ຽນແປງໄດ້) |
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ອາດມີການປ່ຽນແປງໄດ້) |
ປະລິນຍາຕີ Undergraduate (Natural Sciences A) |
Japanese English Mathematics Chemistry Physics |
12-13 ກໍລະກົດ 2025 (ອາດມີການປ່ຽນແປງໄດ້) |
|
ປະລິນຍາຕີ Undergraduate (Natural Sciences B) |
Japanese English Mathematics Chemistry Biology |
||
ຊັ້ນສູງເຕັກໂນໂລຊີ KOSEN College of Technology Students (A, B, C, E, F, G) |
Japanese English Mathematics (ເລືອກພາສາລາວໄດ້) Physics (ເລືອກພາສາລາວໄດ້) |
12-13 ກໍລະກົດ 2025 (ອາດມີການປ່ຽນແປງໄດ້) |
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ອາດມີການປ່ຽນແປງໄດ້) |
ຊັ້ນສູງເຕັກໂນໂລຊີ KOSEN College of Technology Students (D) |
Japanese English Mathematics (ເລືອກພາສາລາວໄດ້) Chemistry (ເລືອກພາສາລາວໄດ້) |
||
ຊັ້ນສູງທົ່ວໄປ Specialized Training College Students |
Japanese English Mathematics (ເລືອກພາສາລາວໄດ້) |
12 ກໍລະກົດ 2025 (ອາດມີການປ່ຽນແປງໄດ້) |
ໝາຍເຫດ
・ວັນທີ ແລະ ສະຖານທີ່ສອບເສັງອາດມີການປ່ຽນແປງໄດ້.
・ຫົວບົດສອບເສັງວິຊາຄະນິດສາດ (ຊັ້ນສູງເຕັກໂນໂລຊີ ແລະ ຊັ້ນສູງທົ່ວໄປ), ເຄມີສາດ ແລະ ຟີຊິກສາດ (ຊັ້ນສູງເຕັກໂນໂລຊີ) ໃນປີນີ້ຈະມີບົດແປພາສາລາວໃຫ້. ສ່ວນຫົວບົດສອບເສັງລະດັບປະລິນຍາຕີຈະບໍ່ມີບົດແປພາສາລາວ. ໃນອະນາຄົດ, ບົດສອບເສັງທຸກລະດັບຈະເປັນພາສາອັງກິດເທົ່ານັ້ນ.
・ສາມາດເບິ່ງບົດສອບເສັງເກົ່າໄດ້ທີ່ເວັບໄຊ:
https://www.studyinjapan.go.jp/en/planning/scholarship/application/examination/
・ຈະປະກາດຕາຕະລາງສອບເສັງ ແລະ ລາຍລະອຽດຂອງສະຖານທີ່ສອບເສັງທາງເຟຊບຸກ ແລະ ເວັບໄຊສະຖານທູດປະມານ 1 ອາທິດກ່ອນສອບເສັງ.
・ຈະຢາຍບັດເຂົ້າຫ້ອງສອບເສັງໃນມື້ສອບເສັງຕົວຈິງທີ່ຫ້ອງສອບເສັງ.
・ຈະປະກາດລາຍຊື່ຜູ້ທີ່ຜ່ານການສອບເສັງທາງອີເມລປະມານ 1 ອາທິດຫຼັງຈາກສອບເສັງແລ້ວ.
1.4. ການສຳພາດ
・ການສຳພາດຈະເປັນພາສາອັງກິດ ແລະ/ຫຼື ຍີ່ປຸ່ນ ສຳລັບຜູ້ທີ່ມີຄວາມຮູ້ພາສາຍີ່ປຸ່ນ.
・ຈະຈັດສຳພາດວັນທີ 22-23 ກໍລະກົດ 2025 (ອາດມີການປ່ຽນແປງໄດ້).
・ສະຖານທີ່: ສະຖານທູດຍີ່ປຸ່ນປະຈຳ ສ.ປ.ປ. ລາວ.
・ຈະປະກາດລາຍຊື່ຜູ້ທີ່ຜ່ານການສຳພາດທາງອີເມລພາຍໃນ 1 ອາທິດຫຼັງຈາກສອບເສັງແລ້ວ.
2. ການຄັດເລືອກຮອບທີສອງ
ສະຖານທູດຍີ່ປຸ່ນປະຈຳລາວຈະສົ່ງລາຍຊື່ຜູ້ທີ່ຜ່ານການຄັດເລືອກຮອບທີໜຶ່ງໄປໃຫ້ MEXT. ຫຼັງຈາກນັ້ນ, MEXT ຈະດຳເນີນການຄັດເລືອກຮອບທີສອງ ແລະ ຕັດສິນຜູ້ທີ່ຈະໄດ້ຮັບທຶນ.
ສະນັ້ນ, ຈຶ່ງບໍ່ໝາຍຄວາມວ່າຜູ້ທີ່ຜ່ານການຄັດເລືອກຮອບທີໜຶ່ງແມ່ນຜູ້ໄດ້ຮັບທຶນໃນທັນທີ ຕ້ອງໄດ້ລໍຖ້າຜົນການຕັດສິນຂອງ MEXT.

3. ຕິດຕໍ່ສອບຖາມ
ກໍລະນີມີຂໍ້ສົງໄສ, ສາມາດເຂົ້າມາສອບຖາມໄດ້ໂດຍກົງທີ່ສະຖານທູດ ຫຼື ທາງໂທລະສັບ ແລະ ອີເມລດ້ານລຸ່ມ.
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ການສຶກສາ
ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ
ໂທ: 021-414-400
ອີເມລ: embassy@vt.mofa.go.jp (ສາມາດສົ່ງມາເປັນພາສາລາວໄດ້. ຕ້ອງລະບຸຊັດເຈນວ່າສົນໃຈທຶນລະດັບຊັ້ນສູງທົ່ວໄປ, KOSEN ຫຼື ປະລິນຍາຕີ)
ເວລາເຮັດວຽກ: 8:30-12:00 / 13:30-17:00 (ຈັນ-ສຸກ)
ເວັບໄຊ: https://www.la.emb-japan.go.jp/itprtop_en/index.html