ລະບົບສະໜັບສະໜູນສຳລັບທ່ານທີ່ເປັນຜູ້ອອກແຮງງານ

ຄຸນລັກສະນະໜຶ່ງທີ່ສຳຄັນຂອງ "SSW (i)" ແມ່ນການມີລະບົບການສະໜັບສະໜູນອັນຍິ່ງໃຫຍ່ໃນຝ່າຍຍີ່ປຸ່ນ. ທຸກໆຄົນທີ່ມາປະເທດຍີ່ປຸ່ນໃນຖານະເປັນ SSW (i) ສາມາດໄດ້ຮັບການສະໜັບສະໜູນດັ່ງຕໍ່ໄປນີ້ຈາກນາຍຈ້າງຂອງພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາສາມາດເຮັດວຽກໄດ້ດ້ວຍຄວາມສະຫງົບສຸກ.
1. ກ່ອນທີ່ຈະມາປະເທດຍີ່ປຸ່ນ, ທ່ານຈະໄດ້ຮັບຄຳແນະນຳເປັນພາສາທີ່ຄຸ້ນເຄີຍກ່ຽວກັບການດຳລົງຊີວິດຢູ່ປະເທດຍີ່ປຸ່ນ.
2. ເມື່ອທ່ານມາຮອດປະເທດຍີ່ປຸ່ນ, ທ່ານຈະຖືກຕ້ອນຮັບຢູ່ສະ ໜາມບິນ, ແລະເມື່ອທ່ານກັບມາບ້ານ, ທ່ານກໍ່ຈະຖືກສົ່ງໄປສະ ໜາມບິນ.
3. ການຊ່ວຍເຫຼືອແມ່ນມີການເຊົ່າເຮືອນ ແລະ ເປີດບັນຊີທະນາຄານ, ພ້ອມທັງໂທລະສັບມືຖືແລະຂັ້ນຕອນອື່ນໆໃນການໃຊ້ຊີວິດຢູ່ໃນປະເທດຍີ່ປຸ່ນ.
4. ເພື່ອຊ່ວຍໃຫ້ທ່ານອາໄສຢູ່ປະເທດຍີ່ປຸ່ນ, ພວກເຮົາມີການປະຖົມນິເທດແນວທາງກ່ຽວກັບກົດລະບຽບແລະມາລະຍາດໃນສັງຄົມຍີ່ປຸ່ນ, ວິທີການນຳໃຊ້ການຂົນສົ່ງໃນປະເທດຍີ່ປຸ່ນແລະວິທີການຮັບມືໃນກໍລະນີເກີດໄພພິບັດທາງທຳມະຊາດເຊັ່ນແຜ່ນດິນໄຫວ.
5. ການຊ່ວຍເຫຼືອ ແມ່ນຍັງມີການລົງທະບຽນເປັນຜູ້ພັກເຂົາຢູ່ທີ່ຫ້ອງການເມືອງຂອງທ່ານ, ຂັ້ນຕອນຕ່າງໆເຊັ່ນ: ພາສີ, ແລະການກະກຽມເອກະສານ.
6. ຍັງມີການສະໜັບສະໜູນການຮຽນພາສາຍີ່ປຸ່ນເພີ່ມເຕີມໃຫ້ທ່ານອີກດ້ວຍ.
7. ຖ້າທ່ານມີບັນຫາ, ທ່ານສາມາດປຶກສາໃນພາສາຂອງທ່ານເອງຫລືເປັນພາສາອັງກິດເພື່ອຮັບຄຳແນະນຳ.
8. ທ່ານຍັງຈະໄດ້ຮັບປະໂຫຍດຈາກໂອກາດຕ່າງໆໃນການພົວພັນກັບຄົນຍີ່ປຸ່ນ, ສະນັ້ນທ່ານສາມາດເຕີບໂຕກັບສັງຄົມຍີ່ປຸ່ນໄດ້ໄວຂື້ນ.
9. ພວກເຮົາຈະຊ່ວຍທ່ານຊອກບ່ອນເຮັດວຽກໃໝ່ ຖ້ານາຍຈ້າງຂອງທ່ານຮຽກຮ້ອງໃຫ້ທ່ານອອກຈາກວຽກຂອງທ່ານ.
10. ພວກເຮົາຈັດກອງປະຊຸມເປັນປະຈຳກັບຫົວໜ້າສະໜັບສະ ໜູນ SSW ຢູ່ທີ່ບໍລິສັດຕ່າງໆ ເພື່ອປຶກສາຫາລືກ່ຽວກັບເລື່ອງຕ່າງໆ.

ກ່ຽວກັບອົງກອນທີ່ຮັບເອົາ

1. ເງື່ອນໄຂສຳລັບອົງກອນທີ່ຮັບເອົາໃນການເປັນເຈົ້າພາບໃຫ້ຄົນຕ່າງປະເທດ

  1. ສັນຍາການຈ້າງງານກັບຄົນຕ່າງປະເທດມີຄວາມເໝາະສົມ
  2. ຕົວຂອງອົງການເອງແມ່ນມີຄວາມເໝາະສົມ (ເຊັ່ນຕົວຢ່າງ ວ່າ ບໍ່ມີການລະເມີດກົດໝາຍຄົນເຂົ້າເມືອງຫຼືກົດໝາຍແຮງງານພາຍໃນ5ປີທີ່ຜ່ານມາ)
  3. ມີລະບົບຕ່າງໆເພື່ອຮອງຮັບຄົນຕ່າງປະເທດ (ເຊັ່ນຕົວຢ່າງວ່າສາມາດໃຫ້ການສະໜັບສະໜູນ ເປັນພາສາທີ່ຄົນຕ່າງປະເທດສາມາດເຂົ້າໃຈໄດ້)
  4. ແຜນການສະໜັບສະໜູນຊ່ວຍເຫຼືອຄົນຕ່າງປະເທດມີຄວາມເໝາະສົມ(ເຊັ່ນຕົວຢ່າງວ່າລວມມີການປະຖົມນິເທດສຳລັບການດຳລົງຊີວິດປະຈຳວັນແລະອື່ນໆ)

2. ພັນທະຂອງບັນດາອົງກອນທີ່ຮັບເອົາ

  1. ເງື່ອນໄຂຂອງສັນຍາການຈ້າງງານກັບຄົນຕ່າງປະເທດແມ່ນເຂົ້າກັນໄດ້ (ເຊັ່ນຕົວຢ່າງ: ການຈ່າຍຄ່າຈ້າງທີ່ເໝາະສົມ)
  2. ສະໜອງການສະໜັບສະໜູນທີ່ເໝາະສົມໃຫ້ກັບຄົນຕ່າງປະເທດ
    ການບໍລິການສະໜັບສະໜູນ ອາດຈະວ່າຈ້າງພາຍນອກໃຫ້ກັບອົງການສະໜັບສະໜູນທີ່ລົງທະບຽນ.
     ຖ້າຫາກທຸກໆການບໍລິການຖືກຈ້າງພາຍນອກ,ແມ່ນຈະເປັນໄປຕາມເງື່ອນໄຂ 1③ ອີກດ້ວຍ.
  3. ແບບຟອມຕ່າງໆທີ່ຍື່ນຕໍ່ສຳນັກງານກວດຄົນເຂົ້າເມືອງ

ໝາຍເຫດ: ອົງການຈັດຕັ້ງທີ່ບໍ່ປະຕິບັດຕາມພັນທະ①ຫາ③ຈະບໍ່ໄດ້ຮັບອະນຸຍາດໃຫ້ຮັບເອົາຄົນຕ່າງປະເທດ, ແລະອາດຈະໄດ້ຮັບຄຳ ແນະນຳ ຫລື ຄຳສັ່ງປັບປຸງຈາກສຳນັກງານກວດຄົນເຂົ້າເມືອງ.

ກ່ຽວກັບອົງການສະໜັບສະໜູນທີ່ລົງທະບຽນ

1. ເງື່ອນໄຂໃນການລົງທະບຽນ

  1. ຕົວຂອງອົງການເອງແມ່ນມີຄວາມເໝາະສົມ (ເຊັ່ນຕົວຢ່າງ ວ່າ ບໍ່ມີການລະເມີດກົດໝາຍຄົນເຂົ້າເມືອງຫຼືກົດໝາຍແຮງງານພາຍໃນ5ປີທີ່ຜ່ານມາ)
  2. ມີລະບົບຕ່າງໆເພື່ອຮອງຮັບຄົນຕ່າງປະເທດ (ເຊັ່ນຕົວຢ່າງວ່າສາມາດໃຫ້ການສະໜັບສະໜູນ ເປັນພາສາທີ່ຄົນຕ່າງປະເທດສາມາດເຂົ້າໃຈໄດ້)

2. ພັນທະຂອງອົງກອນສະໜັບສະໜູນທີ່ລົງທະບຽນ

  1. ສະໜອງການສະໜັບສະໜູນທີ່ເໝາະສົມໃຫ້ກັບຄົນຕ່າງປະເທດ
  2. ແບບຟອມຕ່າງໆທີ່ຍື່ນຕໍ່ສຳນັກງານກວດຄົນເຂົ້າເມືອງ

ໝາຍເຫດ: ອົງການຈັດຕັ້ງທີ່ບໍ່ປະຕິບັດຕາມພັນທະ ① ຫຼື ② ແມ່ນຈະຖືກຍົກເລີກການລົງທະບຽນ.

ການພົວພັນລະຫວ່າງສຳນັກງານກວດຄົນເຂົ້າເມືອງ, ອົງການສະໜັບສະໜູນທີ່ຈົດທະບຽນ, ອົງການທີ່ຮັບເອົາ, ແລະຄົນຕ່າງປະເທດແມ່ນມີຄືດັ່ງນີ້.
									ອົງການທີ່ຮັບເອົາແມ່ນເຮັດສັນຍາການຈ້າງງານກັບຄົນຕ່າງປະເທດແລະໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ຄົນຕ່າງປະເທດ. ອົງການທີ່ຮັບເອົາອາດຈະແມ່ນໃຊ້ພາຍນອກສະໜັບສະໜູນຊ່ວຍຄົນຕ່າງປະເທດໃຫ້ກັບອົງການສະໜັບສະໜູນທີ່ຈົດທະບຽນ.
									ສຳນັກງານກວດຄົນເຂົ້າເມືອງ ດຳເນີນການລົງທະບຽນແລະຍົກເລີກການຈົດທະບຽນຂອງບັນດາອົງການສະໜັບສະໜູນທີ່ລົງທະບຽນ. ອົງການສະໜັບສະໜູນທີ່ລົງທະບຽນແມ່ນໃຫ້ການສະໜັບສະໜູນຊ່ວຍເຫຼືອຄົນຕ່າງປະເທດ.
									ສຳນັກງານກວດຄົນເຂົ້າເມືອງ ດຳເນີນການກວດກາພາກສະໜາມ ແລະ ອອກຄຳສັ່ງປັບປຸງເພື່ອອົງກອນທີ່ຮັບເອົາ.

ການແນະນຳກ່ຽວກັບປະສົບການຕ່າງໆຂອງ SSWs ໃນປະເທດຍີ່ປຸ່ນ

ວິດີໂອຕໍ່ໄປນີ້ແມ່ນຖືກສ້າງຂຶ້ນໃນເດືອນມີນາ ປີ 2022. ໃນເດືອນເມສາ ປີ 2024, “ອຸດສາຫະກຳວັດຖຸດິບແລະ ຂະບວນການ” ໄດ້ປ່ຽນເປັນ “ອຸດສາຫະກຳການຜະລິດຜະລິດຕະພັນອຸດສາຫະກໍາ”.

Blossom! in Japan.

ວິດີໂອຕໍ່ໄປນີ້ແມ່ນຖືກສ້າງຂຶ້ນໃນເດືອນມີນາ ປີ 2022. ຫຼັງຈາກເດືອນເມສາ ປີ 2024 ເປັນຕົ້ນໄປ ແມ່ນຈະມີ 16 ປະເພດອຸດສາຫະກໍາ.

  • Play movie in a new window:14 in demand occupations
  • Play movie in a new window:Specified Skilled Workers supported in work & life
  • Play movie in a new window:utilize your skills experience
Page Top