ສະຖານະພາບຂອງການພັກເຊົາ SSW ແມ່ນຫຍັງ?
日本語
English
Filipino
ភាសាខ្មែរ
नेपाली
မြန်မာဘာသာစကား
Монгол хэл
Bahasa Indonesia
Tiếng Việt
ภาษาไทย
简体中文
বাাংলা
O`zbek
اردو
हिंदी
Bahasa Melayu
ພາສາລາວ
Кыргыз тили
Тоҷикӣ
ສະຖານະພາບຂອງການພັກເຊົາ SSW ແມ່ນຫຍັງ?
ວີຊ່າ ແລະ ສະຖານະພາບຂອງການພັກເຊົາ
ຕາມກົດລະບຽບທົ່ວໄປ, ຜູ້ທີ່ມີສັນຊາດຕ່າງປະເທດທີ່ມີຈຸດປະສົງຢາກເຂົ້າປະເທດຍີ່ປຸ່ນ ແມ່ນຕ້ອງໄດ້ອອກວີຊ່າຢູ່ສະຖານທູດຍີ່ປຸ່ນ (ອົງການກະຊວງການຕ່າງປະເທດ) ຢູ່ຕ່າງປະເທດ. ເຖິງຢ່າງໃດກໍ່ຕາມ, ມີວີຊ່າພຽງຢ່າງດຽວ ແມ່ນບໍ່ໄດ້ຮັບປະກັນເຖິງການເຂົ້າປະເທດຍີ່ປຸ່ນ. ເມື່ອທ່ານມາຮອດປະເທດຍີ່ປຸ່ນ, ທ່ານຈະຕ້ອງໄດ້ຜ່ານການກວດສອບທີ່ຈຳເປັນຢູ່ສະໜາມບິນແລະອື່ນໆ ໂດຍສຳນັກງານກວດຄົນເຂົ້າເມືອງຂອງກະຊວງຍຸຕິທຳ. ດັ່ງນັ້ນ, ທ່ານຈະຕ້ອງໄດ້ຮັບສະຖານະພາບການພັກເຊົາທີ່ສອດຄ່ອງກັບກິດຈະ ກຳ ທີ່ທ່ານຕັ້ງໃຈປະຕິບັດໃນປະເທດຍີ່ປຸ່ນ. ເພາະສະນັ້ນ, “ວີຊ່າ” ແລະ “ສະຖານະພາບຂອງການພັກເຊົາ” ແມ່ນເປັນຂັ້ນຕອນທີ່ແຍກຈາກກັນຕ່າງຫາກ ເຊິ່ງຢູ່ພາຍໃຕ້ສິດອຳ ນາດຂອງອົງການຈັດຕັ້ງທີ່ແຕກຕ່າງກັນ. ລະບົບ SSW ທີ່ສະເໜີ ໃນໜ້ານີ້ແມ່ນເປັນປະເພດຂອງສະຖານະພາບຂອງການພັກເຊົາທີ່ໄດ້ສ້າງຕັ້ງຂື້ນໃໝ່.
SSW ແມ່ນມີ 2 ປະເພດ ຄື: "ຜູ້ອອກແຮງງານທີ່ມີທັກສະສະເພາະ" - (i) ແລະ (ii)
ຄຸນລັກສະນະຂອງ SSWs
ຜູ້ທີ່ມີເງື່ອນໄຂໄປເຮັດວຽກຢູ່ປະເທດຍີ່ປຸ່ນໃນຖານະເປັນ SSWs ຕ້ອງມີອາຍຸຢ່າງໜ້ອຍ 18 ປີ, ຕ້ອງມີສຸຂະພາບທີ່ດີ, ແລະຕ້ອງມີທັກສະທີ່ຈະສາມາດເລີ່ມຕົ້ນເຮັດວຽກໄດ້ທັນທີໂດຍບໍ່ໄດ້ຮັບການອົບຮົມກ່ອນ.
ອີກປະການໜຶ່ງ, ມີອີກລະບົບໜຶ່ງ ທີ່ເອີ້ນວ່າ “ການຝຶກງານດ້ານເຕັກນິກວິຊາການ”, ເຊິ່ງຖືກສ້າງຕັ້ງຂື້ນເພື່ອຈຸດປະສົງຂອງການປະກອບສ່ວນລະຫວ່າງປະເທດ, ໃນນັ້ນຜູ້ອອກແຮງງານໄດ້ຮຽນຮູ້ເຕັກນິກຕ່າງໆຜ່ານການຝຶກອົບຮົມພາກປະຕິບັດໃນປະເທດຍີ່ປຸ່ນ, ຈາກນັ້ນ ແບ່ງປັນຄວາມຊ່ຽວຊານດ້ານເຕັກນິກຂອງຍີ່ປຸ່ນ ເມື່ອກັບຄືນປະເທດຂອງຕົນ. ມີເສັ້ນທາງ ສຳລັບຜູ້ທີ່ປະສົບຜົນສຳເລັດໃນການຝຶກອົບຮົມ ຈຳນວນໜຶ່ງ ພາຍໃຕ້ລະບົບນີ້ ເພື່ອປ່ຽນສະຖານະພາບຂອງການພັກເຊົາຂອງພວກເຂົາໄປເປັນ SSW (i) ໃນຂະແໜງ ດຽວກັນ ໂດຍບໍ່ຕ້ອງໄດ້ທົດສອບຄວາມສາມາດໃນການເຮັດວຽກແລະຄວາມສາມາດດ້ານພາສາຍີ່ປຸ່ນ. ກະລຸນາເບິ່ງຕາຕະລາງຄວາມແຕກຕ່າງຕົ້ນຕໍລະຫວ່າງ SSW (i) ແລະ (ii) ດັ່ງຕໍ່ໄປນີ້.
ຜູ້ອອກແຮງງານທີ່ມີທັກສະສະເພາະ
SSW (i) : ສະຖານະພາບການພັກເຊົາ ສຳລັບຄົນຕ່າງປະເທດທີ່ເຮັດວຽກທີ່ຕ້ອງການທັກສະທີ່ຕ້ອງໃຊ້ຄວາມຮູ້ຫຼືປະສົບການຫຼາຍພໍສົມຄວນໃນຂົງເຂດອຸດສະຫະກຳສະເພາະ
SSW (ii) : ສະຖານະພາບການພັກເຊົາສຳລັບຄົນຕ່າງປະເທດທີ່ເຮັດວຽກທີ່ຕ້ອງການທັກສະທີ່ມີຄວາມຊຳນານໃນຂົງເຂດອຸດສາຫະກຳສະເພາະ.
| ໄລຍະເວລາຂອງການພັກເຊົາ | SSW (i) : ສູງສຸດລວມແມ່ນ 5 ປິ SSW (ii) : ບໍ່ມີການກຳຈັດເວລາໃນການຕໍ່ອາຍຸ |
|---|---|
| ລະດັບທັກສະຄວາມສາມາດ | SSW (i) : ຖືກຢັ້ງຢືນດ້ວຍການສອບເສັງ (ຄົນຕ່າງປະເທດຜູ້ທີ່ສຳເລັດການຝຶກງານດ້ານເຕັກນິກວິຊາການ (ii) ແມ່ນຈະໄດ້ຮັບການຍົກເວັ້ນຈາກການສອບເສັງ) SSW (ii) : ຖືກຢັ້ງຢືນດ້ວຍການສອບເສັງ ແລະ ອື່ນໆ |
| ລະດັບຄວາມສາມາດດ້ານພາສາຍີ່ປຸ່ນ | SSW (i) :ຄວາມສາມາດດ້ານພາສາຍີ່ປຸ່ນສຳລັບການໃຊ້ຊີວິດປະຈຳວັນ, ເຮັດວຽກ ແລະ ອື່ນໆ ແມ່ນຈະຖືກຢັ້ງຢືນດ້ວຍການສອບເສັງ SSW (ii) : ຈະໄດ້ຮັບການຍົກເວັ້ນຈາກການສອບເສັງຕ່າງໆ |
| ການພາຄອບຄົວມາພ້ອມ | SSW (i) :ໂດຍພື້ນຖານແລ້ວແມ່ນບໍ່ອະນຸຍາດ SSW (ii) : ຖ້າຄົບຕາມເງື່ອນໄຂແມ່ນໄດ້ (ຄູ່ສົມລົດ, ລູກ) |
SSW (i) : ມີສິດທີ່ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໂດຍອົງການທີ່ຮັບ ຫຼືອົງການສະໜັບສະໜູນທີ່ລົງທະບຽນ
ອາຊີບທີ່ອະນຸຍາດໃຫ້ທ່ານເຮັດວຽກຢູ່ປະເທດຍີ່ປຸ່ນໃນນາມ SSW
ໜ້າທີ່ສະເພາະທີ່ຊ່ວຍໃຫ້ທ່ານສາມາດເຮັດວຽກໃນນາມ SSW ແມ່ນໄດ້ລະບຸໄວ້ຂ້າງລຸ່ມນີ້ ສຳລັບແຕ່ລະ 16 ປະເພດອຸດສາຫະກຳ.
ໝາຍເຫດ: ມີພຽງແຕ່ SSW (i) ທີ່ນອນຢູ່ໃນຂົງເຂດ “ການດູແລພະຍາບານ”, “ອຸດສາຫະກຳການຂົນສົ່ງລົດໃຫຍ່”, “ທາງລົດໄຟ”, “ປ່າໄມ້” ແລະ “ອຸດສາຫະກໍາໄມ້”.
ພາຍໃຕ້ສິດການປົກຄອງຂອງກະຊວງສາທາລະນະສຸກ,ແຮງງານແລະສະຫວັດດີການ
-

ການດູແລພະຍາບານນອກເໜືອຈາກການເບິ່ງແຍງທາງດ້ານຮ່າງກາຍ (ຊ່ວຍອາບນ້ຳ, ອາຫານ, ການຂັບຖ່າຍຂອງຮ່າງກາຍແລະອື່ນໆ ເຊິ່ງຂື້ນກັບສະພາບທາງດ້ານຮ່າງກາຍແລະຈິດໃຈຂອງຜູ້ໃຊ້), ການບໍລິການຊ່ວຍເຫຼືອໃດໜື່ງທີ່ກ່ຽວຂ້ອງກັບສິ່ງນີ້ (ການພັກຜ່ອນຢ່ອນໃຈ, ການຊ່ວຍເຫຼືອໃນການຝຶກປະຕິບັດໜ້າທີ່, ແລະອື່ນໆ.)
-

ທຳຄວາມສະອາດຕຶກອາຄານທຳຄວາມສະອາດອາຄານພາຍໃນ
ພາຍໃຕ້ສິດການປົກຄອງຂອງກະຊວງເສດຖະກິດ,ການຄ້າແລະອຸດສາຫະກຳ
-

ອຸດສາຫະກຳການຜະລິດຜະລິດຕະພັນອຸດສາຫະກໍາ ・ການກຶງ ແລະ ການແປຮູບໂລຫະ
・ການປະກອບອຸປະກອນເຄື່ອງໄຟຟ້າ ແລະ ເອເລັກໂທຣນິກ
・ການຮັກສາຜິວໂລຫະ
・ການຜະລິດກ່ອງເຈ້ຍ ແລະ ແກັດເຈ້ຍ
・ການຜະລິດຜະລິດຕະພັນຄອນກຣີດສຳເລັດຮູບ
・ການຜະລິດນ້ຳມັນເຊື້ອໄຟຈາກເສດເຈ້ຍ ແລະ ພຼາດສະຕິກ
・ການຜະລິດເຄື່ອງປັ້ນດິນເຜົາ
・ການພິມ / ການເຮັດປຶ້ມ
・ການຜະລິດຜະລິດຕະພັນແຜ່ນແພ
・ຕັດຫຍິບ
ຢູ່ພາຍໃຕ້ສິດການປົກຄອງຂອງກະຊວງທີ່ດິນ, ໂຄງຮ່າງພື້ນຖານ, ການຂົນສົ່ງຄົມມະນາຄົມ ແລະ ທ່ອງທ່ຽວ
-

ການກໍ່ສ້າງ・ວິສະວະກຳໂຍທາ
・ການກໍ່ສ້າງ
・ໂຄງລ່າງພື້ນຖານ ສິ່ງອຳນວຍຄວາມສະດວກ ແລະ ອຸປະກອນ -

ອຸດສະຫະກຳການກໍ່ສ້າງເຮືອ ແລະ ອຸດສະຫະກຳເຄື່ອງຈັກທາງທະເລ・ການກໍ່ສ້າງເຮືອ
・ເຄື່ອງຈັກທາງທະເລ
・ອຸປະກອນໄຟຟ້າ ແລະ ເອເລັກໂທຣນິກເຮືອ -

ການສ້ອມແປງແລະບຳລຸງຮັກສາລົດຍົນການບໍາລຸງຮັກສາປະຈໍາວັນຂອງລົດຍົນ, ການບໍາລຸງຮັກສາຢ່າງເປັນປະຈຳ, ການບໍາລຸງຮັກສາສະເພາະ, ວຽກງານພື້ນຖານທີ່ກ່ຽວກັບການບຳລຸງຮັກສາສະເພາະດ້ານ
-

ການບິນການຈັດການກັບພາກພື້ນດິນຂອງສະໜາມບິນ (ບໍລິການການຊ່ອຍຂັບຂີ່ພາກພື້ນດິນ, ບໍລິການຂົນສົ່ງກະເປົາ / ຂົນສົ່ງສິນຄ້າແລະອື່ນໆ), ການບຳລຸງຮັກສາເຮືອບິນ (ບໍລິການບຳ ລຸງຮັກສາເຮືອບິນ, ອຸປະກອນ, ແລະອື່ນໆ)
-

ທີ່ພັກໃຫ້ການບໍລິການທີ່ກ່ຽວຂ້ອງກັບທີ່ພັກລວມທັງວຽກຕ້ອນຮັບແຂກ, ການວາງແຜນແລະປະຊາສຳພັນ, ການບໍລິການລູກຄ້າ, ການບໍລິການຮ້ານອາຫານແລະອື່ນໆ.
-

ອຸດສາຫະກຳການຂົນສົ່ງລົດຍົນ・ຄົນຂັບລົດບັນທຸກ
・ຄົນຂັບລົດແທັກຊີ
・ຄົນຂັບລົດເມ -

ທາງລົດໄຟ・ການກໍ່ສ້າງ ແລະ ການບໍາລຸງຮັກສາທາງລົດໄຟ
・ການກໍ່ສ້າງ ແລະ ການບໍາລຸງຮັກສາສິ່ງອຳນວຍຄວາມສະດວກໄຟຟ້າ
・ການບຳລຸງຮັກສາລົດໄຟ
・ການຜະລິດລົດໄຟ
· ວຽກງານການຂັບລົດ (ພະນັກງານຂັບລົດ ແລະ ພະນັກງານທີ່ປະຕິບັດວຽກງານໂດຍກົງໃນຂະບວນລົດໄຟ/ລົດຍົນ)
ພາຍໃຕ້ສິດການປົກຄອງຂອງກະຊວງກະສິກຳ ປ່າໄມ້ ແລະ ການປະມົງ
-

ກະສິກຳການປູກຝັງກະສິກໍາທົ່ວໄປ (ການບໍລິຫານພືດປູກ, ການເກັບກໍາ / ການຂົນສົ່ງສິນຄ້າ / ການຄັດເລືອກຜະລິດຕະພັນກະສິກໍາ, ແລະອື່ນໆ), ການລ້ຽງສັດທົ່ວໄປ (ການຄຸ້ມຄອງການໃຫ້ອາການສັດລ້ຽງ, ການເກັບກ່ຽວ /ການຂົນສົ່ງສິນຄ້າ / ການຄັດເລືອກຜະລິດຕະພັນສັດລ້ຽງ, ແລະອື່ນໆ)
-

ການປະມົງ ແລະ ການລ້ຽງສັດນ້ຳການປະມົງ (ຜົນຜະລິດ / ສ້ອມແປງເຄື່ອງມືຫາປາ, ຊອກຫາສັດນ້ຳຫຼືພືດນ້ຳ, ອຸປະກອນຫາປາ/ ເຄື່ອງຈັກຫາປາ, ເກັບກ່ຽວສັດນ້ຳແລະພືດນ້ຳ, ການປຸງແຕ່ງ / ເກັບມ້ຽນ, ຮັບປະກັນຄວາມປອດໄພແລະສຸຂະພາບ, ແລະອື່ນໆ), ການລ້ຽງສັດນ້ຳ (ການຜະລິດ / ສ້ອມແປງ / ການຄຸ້ມຄອງ ອຸປະກອນລ້ຽງສັດນ້ຳ, ການຄຸ້ມຄອງການເພາະລ້ຽງ / ການເກັບກ່ຽວ / ການປຸງແຕ່ງສັດນ້ຳ ແລະພືດນ້ຳ, ການຮັບປະກັນສຸຂະພາບແລະຄວາມປອດໄພ, ແລະອື່ນໆ)
-

ການຜະລິດອາຫານແລະເຄື່ອງດື່ມການຜະລິດອາຫານແລະເຄື່ອງດື່ມທົ່ວໄປ (ການຜະລິດແລະການປຸງແຕ່ງອາຫານແລະເຄື່ອງດື່ມ (ຍົກເວັ້ນເຄື່ອງດື່ມທີ່ມີທາດເຫຼົ້າ), ສຸຂະພາບແລະຄວາມປອດໄພ)
-

ອຸດສາຫະກຳການບໍລິການອາຫານບໍລິການອາຫານທົ່ວໄປ (ການກະກຽມອາຫານແລະເຄື່ອງດື່ມ, ການບໍລິການລູກຄ້າ, ການຄຸ້ມຄອງບໍລິຫານຮ້ານ)
-

ປ່າໄມ້ການປູກປ່າ, ການຜະລິດໄມ້ທ່ອນ, ແລະ ອື່ນໆ
-

ອຸດສາຫະກໍາໄມ້ການປຸງແຕ່ງໄມ້ໃນອຸດສາຫະກໍາໂຮງເລື່ອຍ ແລະ ອຸດສາຫະກໍາໄມ້ອັດ, ແລະ ອື່ນໆ.
ການແນະນຳກ່ຽວກັບປະສົບການຕ່າງໆຂອງ SSWs ໃນປະເທດຍີ່ປຸ່ນ
ວິດີໂອຕໍ່ໄປນີ້ແມ່ນຖືກສ້າງຂຶ້ນໃນເດືອນມີນາ ປີ 2022. ໃນເດືອນເມສາ ປີ 2024, “ອຸດສາຫະກຳວັດຖຸດິບແລະ ຂະບວນການ” ໄດ້ປ່ຽນເປັນ “ອຸດສາຫະກຳການຜະລິດຜະລິດຕະພັນອຸດສາຫະກໍາ”.




















