ວີຊ່າ
ຂໍ້ຄວນລະວັງໃນການຍື່ນຂໍວີຊາຍີ່ປຸ່ນຂອງຄົນລາວ
ຂໍ້ມູນເພີ່ມເຕີມ
* ການໄປອອກແຮງງານ (ເຮັດວຽກ) ຢູ່ປະເທດຍີ່ປຸ່ນ
* ເພີ່ມຄວາມເຂັ້ມງວດໃນການກວດຫາເຊື້ອພະຍາດໂຄວິດ19 ຕໍ່ຜູ້ທີ່ຈະເດີນທາງເຂົ້າປະເທດຍີ່ປຸ່ນ
* ເພີ່ມຄວາມເຂັ້ມງວດໃນການກວດຫາເຊື້ອພະຍາດໂຄວິດ19 ຕໍ່ຜູ້ທີ່ຈະເດີນທາງເຂົ້າປະເທດຍີ່ປຸ່ນ
* ແຈ້ງການ: ມາດຕະການຜ່ອນຜັນເທື່ອລະຂັ້ນໃນການເຂົ້າປະເທດຍີ່ປຸ່ນສໍາຫຼັບຄົນຕ່າງຊາດ (ລາວ, ກໍາປູເຈຍ ແລະ ພະມ້າ)
* ແຈ້ງການ: ອະນຸຍາດໃຫ້ຜູ້ທີ່ມີຣີເອັນຕຣີສາມາດແຈ້ງເຂົ້າປະເທດຍີ່ປຸ່ນໄດ້
* ລະບຽບການເຂົ້າປະເທດຍີ່ປຸ່ນຕໍ່ກັບການລະບາດພະຍາດໄຂ້ຫວັດໂຄໂລນາສາຍພັນໃຫມ່
* ມາດຕະການຂອງລັດຖະບານຍີ່ປຸ່ນຕໍ່ກັບພະຍາດໄຂ້ຫວັດໂຄໂລນາສາຍພັນໃຫມ່(COVID-19)
(1) ຄໍາແນະນໍາໃນການຍື່ນຂໍວີຊາໄລຍະສັ້ນເພື່ອເຂົ້າ-ອອກໄດ້ຫລາຍເທື່ອ
(ກ) ຈຸດປະສົງທຸລະກິດແລະອື່ນໆ(ເງື່ອນໄຂໄດ້ຖືກຜ່ອນຜັນລົງ ເລີ້ມແຕ່ວັນທີ 1 ສິງຫາ 2019ເປັນຕົ້ນໄປ)
(ຂ) ຄົນລາວທີ່ດໍາລົງຊີວິດຢູ່ປະເທດລາວ
(2) ການຍົກເວັ້ນເອກະສານຢັ້ງຢືນຮັບປະກັນຄ່າໃຊ້ຈ່າຍ
(3) ສໍາລັບຜູ້ທີ່ຈະເດີນໄປຢ້ຽມຢາມເກາະໂອກີນາວາ
(4) ສໍາລັບຜູ້ທີ່ຈະເດີນໄປຢ້ຽມຢາມແຂວງ ມິຢາງິ, ຟຸກຸຊິມະ ແລະ ອິວະເຕະ
ຄົນລາວຈໍາເປັນຕ້ອງຂໍວີຊາຍີ່ປຸ່ນກ່ອນຈຶ່ງຈະເຂົ້າປະເທດຍີ່ປຸ່ນໄດ້. ສະນັ້ນ, ຕໍ່ໄປນີ້ຈະຂໍແນະນໍາ ຂໍ້ຄວນລະວັງໃນການຍື່ນຂໍວີຊາຍີ່ປຸ່ນຂອງຄົນລາວ,ກະລຸນາສອບຖາມຂໍ້ມູນເພີ່ມເຕີມນໍາປ່ອງວິຊາ ສະຖານທູດຍີ່ປຸ່ນ ສໍາລັບການຂໍວິຊາອື່ນທີ່ນອກຈາກການຂໍວິຊ່າໄລຍະສັ້ນ
1.ປະກອບເອກະສານຕາມແຕ່ລະຈຸດປະສົງຂອງການເດີນທາງ
ຕໍ່ໄປນີ້ຈະຂໍແນະນໍາເອກະສານທີ່ຈໍາເປັນໃນການຍື່ນຂໍວີຊາໄລຍະສັນ(ເພື່ອໄປຢ້ຽມຢາມພີ່ນ້ອງ, ຢ້ຽມຢາມຄົນຮູ້ຈັກ-ທ່ອງທ່ຽວ, ໄປວຽກທຸລະກິດໄລຍະສັ້ນແລະອື່ນໆພາຍໃນໄລຍະເວລາ 90 ມື້)ທີ່ມີຈໍານວນການຍື່ນຂໍຫລາຍໃນລາວ ສໍາລັບການຍື່ນເອກະສານຂໍວີຊານອກເຫນືອຈາກວີຊາໄລຍະສັ້ນແລ້ວ,ໃຫ້ເບິ່ງຢູ່ບ່ອນນີ້, ແລ້ວສອບຖາມຂໍ້ມູນເພີ້ມຕື່ມນໍາປ່ອງວີຊາ ສະຖານທູດຍີ່ປຸ່ນ
(1) ທ່ອງທ່ຽວ
*ກໍລະນີບໍລິສັດທ່ອງທ່ຽວຍື່ນແທນໃນນາມລູກທົວ ເບິ່ງລາຍລະອຽດບ່ອນນີ້
(2) ຢ້ຽມຢາມພິ່ນ້ອງ-ຄົນຮູ້ຈັກ
ກໍລະນີໄປຢ້ຽມຢາມພີ່ນ້ອງ-ພີ່ນ້ອງທາງສົມລົດແມ່ນຮອດພີ່ນ້ອງຊັ້ນ 3
ກໍລະນີໄປຢ້ຽມຢາມຄົນຮູ້ຈັກ ຫລື ຫມູ່ເພືອນ, ໄປທ່ອງທ່ຽວ
*ສໍາລັບຄູ່ສົມລົດຫຼືລູກຂອງຄົນຍີ່ປຸ່ນ ເຊິ່ງຄົນຍີ່ປຸ່ນນັ້ນດໍາລົງຊີວິດໃນລາວແມ່ນ ກະລຸນາອ່ານລາຍລະອຽດບ່ອນນີ້
(3) ໄປວຽກທຸລະກິດໄລຍະສັ້ນແລະອື່ນໆ
ກໍລະນີໄປຮ່ວມກອງປະຊຸມ, ໄປວຽກທຸລະກິດອື່ນໆ
(4) ເດີນທາງຜ່ານ(ແທຣນຊິດ)
2.ການດາວໂລດເອົາເອກະສານຍື່ນຂໍວີຊາ(PDF)
3.ເລີ້ມອອກວີຊາໄລຍະສັ້ນເພື່ອເຂົ້າ-ອອກໄດ້ຫລາຍເທື່ອ
ປະຊາຊົນລາວຜູ້ທີ່ຖືຫນັງສືຜ່ານແດນທົ່ວໄປ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບການທີ່ໄດ້ບັນຍັດໄວ້ ດັ່ງລຸ່ມນີ້:
(1) ຈຸດປະສົງຂອງການເດີນທາງ
ທຸກໆການເຄື່ອນໄຫວທີ່ກົງກັບສະຖານະຂອງການພັກເຊົາໄລະຍະສັ້ນພາຍໃນກໍານົດບໍ່ກາຍ 15 ວັນ
(2) ຜູ້ທີ່ຈະໄດ້ຮັບການອອກວີຊາເຂົ້າ-ອອກຫລາຍເທື່ອ.
ປະຊາຊົນລາວທີ່ດໍາລົງຊີວິດຢູ່ໃນປະເທດລາວ, ຖືຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຖືຫນັງສືຜ່ານແດນທົ່ວໄປຊະນິດທີ່ມີແຜ່ນເອເລັກໂທຣນິກ IC, ຍິ່ງໄປກ່ວານັ້ນ ເປັນຜູ້ທີ່ຕ້ອງການວີຊາເຂົ້າ-ອອກຫລາຍເທື່ອລວມທັງກົງກັບເງື່ອນໄຂດັ່ງຕໍ່ໄປນີ້:
(a)ຜູ້ທີ່ເຄີຍເດີນທາງໄປປະເທດຢີ່ປຸ່ນເພື່ອພັກເຊົາໄລຍະສັ້ນ ຕັ້ງແຕ່2ເທື່ອຂື້ນໄປ ໃນໄລຍະສາມປີທີ່ຜ່ານມາ ແລະ ລະຫວ່າງນັ້ນບໍ່ເຄີຍລະເມີດລະບຽບກົດຫມາຍຕ່າງໆຂອງປະເທດຢີ່ປຸ່ນມາກ່ອນ, ລວມທັງຖືກພິຈາລະນາວ່າຈະບໍ່ສ້າງບັນຫາໃດໆເມື່ອໄດ້ເຂົ້າໄປພັກເຊົາຢູ່ປະເທດຢີ່ປຸ່ນ ແລະ ມີຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆທີ່ອາດຈະເກີດຂື້ນ.
[ເອກະສານຈໍາເປັນ]
*ໃນການພິຈາລະນາຄໍາຮ້ອງນັ້ນ ຖ້າມີຄວາມຈໍາເປັນ ສະຖານທູດອາດຈະຮ້ອງຂໍເອກະສານອື່ນເພີ້ມຕື່ມທີ່ນອກເຫນືອຈາກເອກະສານຂ້າງເທິງນັ້ນ.
(b)ຜູ້ທີ່ມີຫນ້າທີ່ການງານ, ມີຄວາມສາມາດທາງດ້ານເສດຖະກິດທີ່ພຽງພໍ ລວມທັງຄູ່ສົມລົດ ແລະ ລູກ.
[ເອກະສານຈໍາເປັນ]
- ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
- ຫນັງສືຜ່ານແດນ(ຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຊະນິດທີ່ມີແຜ່ນເອເລັກໂທຣນິກ IC)
- ເອກະສານທີ່ສາມາດຢືນຢັນໄດ້ວ່າເຄີຍເດີນທາງໄປປະເທດຢີ່ປຸ່ນເພື່ອພັກເຊົາໄລຍະສັ້ນ 2ເທື່ອຂື້ນໄປ ໃນໄລຍະສາມປີທີ່ຜ່ານມາ(ຫນັງສືຜ່ານແດນຫົວປະຈຸບັນ ຫລື ຫນັງສືຜ່ານແດນຫົວເກົ່າ)
- ປື້ມບັນຊີເງິນຝາກ ຫລື ບັນຊີຊີ້ແຈງການເຄື່ອນໄຫວເງິນຝາກ
- ໃບຢັ້ງຢືນບ່ອນເຮັດວຽກ
- ເອກະສານທີ່ສາມາດຢືນຢັນເຖິງການດໍາລົງຊີວິດຢູ່ໃນປະເທດລາວ
- ເອກສານອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ
- ປື້ມສໍາມະໂນຄົວລາວ
- ໃບຄໍາຮ້ອງຂໍວີຊາ(ຕິດຮູບພ້ອມ)
- ຫນັງສືຜ່ານແດນ(ຫນັງສືຜ່ານແດນທົ່ວໄປຊະນິດທີ່ເຄື່ອງຈັກສາມາດອ່ານຂໍ້ມູນໄດ້ຕາມມາດຕະຖານທີ່ ICAO ວາງອອກ ຫລື ຊະນິດທີ່ມີແຜ່ນເອເລັກໂທຣນິກ IC)
- ປື້ມບັນຊີເງິນຝາກ ຫລື ບັນຊີຊີ້ແຈງການເຄື່ອນໄຫວເງິນຝາກ(ທີ່ມີບັນທຶກເປັນເວລາ 1 ປີ)
- ໃບຢັ້ງຢືນບ່ອນເຮັດວຽກ(ທີ່ມີລາຍລະອຽດລາຍຮັບເງິນເດືອນຫຼືລາຍຮັບຕໍ່ປີ) ຫຼື ເອກະສານຢັ້ງຢືນອື່ນໆທີ່ແຈ້ງລາຍຮັບຕໍ່ປີ
- ເອກະສານທີ່ສາມາດຢືນຢັນເຖິງການດໍາລົງຊີວິດຢູ່ໃນປະເທດລາວ
- ເອກສານອະທິບາຍເຖິງຈຸດປະສົງຂອງການເດີນທາງເຂົ້າໄປປະເທດຢີ່ປຸ່ນຫລາຍເທື່ອ
- ປື້ມສໍາມະໂນຄົວລາວ
4.ຂໍ້ຄວນລະວັງ
- ຕາມປົກະຕິ ຫລັງຈາກຍື່ນຂໍວີຊາແລ້ວ, ຖ້າຫາກບໍ່ມີບັນຫາ ຫຼື ຂໍ້ສົງໄສໃນການອອກວິຊ່າ ແມ່ນຈະໃຊ້ເວລາປະມານ 5 ມື້(ບໍ່ລວມມື້ພັກ). ແຕ່ໃນບາງກໍລະນີໂດຍອິງຕາມຈຸດປະສົງຂອງການເດີນທາງ ຫລື ເງື່ອນໄຂຂອງແຕ່ລະຄົນ ນອກຈາກຈະຂໍເອກະສານເພີ້ມຕື່ມແລ້ວ, ຍັງຈະມີການສໍາພາດ ຫລື ສົງຂໍຄໍາເຫັນຈາກກະຊວງການຕ່າງປະເທດຍີ່ປຸ່ນເຊິ່ງຈະໃຊ້ເວລາໃນການພິຈາລະນາຫລາຍກ່ວາ 5 ມື້, ຍ້ອນເຫດນັ້ນການ ພິຈາລະນາອາດຈະແລ້ວບໍ່ທັນວັນທີ່ອອກເດີນທາງ, ດັ່ງນັ້ນ ຈຶ່ງຂໍໃຫ້ທ່ານມາຍື່ນຂໍວີຊາລ່ວງຫນ້າຫລາຍໆມື້ (ແຕ່ບໍ່ກາຍ 3 ເດືອນ) ກ່ອນອອກເດີນທາງ.
- ສະຖານທູດຈະບໍ່ຮັບເອກະສານໃນກໍລະນີ ເອກະສານຂໍວີຊາບໍ່ສົມບູນ ແລະ ບໍ່ຄົບຖ້ວນ
- ເອກະສານທີ່ຈະຍື່ນຂໍວີຊາຕ້ອງບໍ່ກາຍ 3 ເດືອນ ນັບແຕ່ວັນທີທີ່ອອກໃຫ້
5.ວີຊາ/ການເຂົ້າ-ອອກປະເທດຍີ່ປຸ່ນ/ຂ່າວສານກ່ຽວກັບການດໍາລົງຊີວິດຢູ່ຍີ່ປຸ່ນ
- ຜູ້ທີ່ຈະເດີນທາງໄປຢ້ຽມຢາມປະເທດຍີ່ປຸ່ນ, ມາຊື້ປະກັນໄພທ່ອງທ່ຽວຕ່າງປະເທດກັນເທາະ
- ກ່ຽວກັບວີຊາປະເພດໃໝ ວີຊາເພື່ອການປິ່ນປົວ-ພະຍາບານ
- ກ່ຽວກັບພາບລວມຂອງການກວດຄົນເຂົ້າເມືອງຍີ່ປຸ່ນແບບໃຫມ່
- ສໍາລັບຜູ້ທີ່ມີແຜນຈະເລີ້ມດໍາລົງຊີວິດຢູ່ຍີ່ປຸ່ນ
- ກ່ຽວກັບລະບົບການລົງທະບຽນຂັ້ນພື້ນຖານການຢັ້ງຢືນທີ່ຢູ່ຂອງຄົນຕ່າງປະເທດ
- ກ່ຽວກັບລະບົບການຄຸ້ມຄອງການຢັ້ງຢືນທີ່ຢູ່ອາໄສແບບໃຫມ່
6.ສອບຖາມລາຍລະອຽດເພີ້ມຕື່ມ
ພະແນກກົງສູນ, ສະຖານທູດຍີ່ປຸ່ນປະຈໍາລາວ
ໂທລະສັບ: +856-21-41-4400~3
Email: consular@vt.mofa.go.jp